ບັນຍາກາດການທ່ອງທ່ຽວຢູ່ຕາດກວາງຊີເລີ່ມດີຂຶ້ນ

ທ່ານ ບຸນ​ມີ ອຸ່ນ​ນາ­ທີ ພະ­ນັກ­ງານ​ຮັບ­ຜິດ­ຊອບ​ຕາດ​ກວາງ­ຊີ ໃຫ້​ສຳ­ພາດ​ວ່າ: ໃນ​ໄຍ​ລະ​ບໍ່​ທັນ​ເກີດ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຕາດ​ກວາງ­ຊີ​ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ບໍ­ລິ­ການ​ຕ່າງໆ​ໃນ​ແຕ່​ລະ​ວັນ​ບໍ່​ຫຼຸດ 10 ລ້ານ​ກີບ ຖ້າ​ແມ່ນ​ວັນ ຫຼື ໂອ­ກາດ​ສຳ­ຄັນ​ຕ່າງໆ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ບໍ່​ຕ່ຳ​ກວ່າ 15 ລ້ານ​ກີບ​ຕໍ່​ວັນ ຍ້ອນ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເປັນ­ຕົ້ນ​ແມ່ນ ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ­ເທດ​ຈີນ ແຕ່​ມາ­ໄລ​ຍະ​ຕົ້ນ​ປີ 2020 ໄດ້​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຕາດ​ກວາງ­ຊີ​ໄດ້​ປິດ​ບໍ­ລິ­ການ​ໄລ­ຍະ​ໜຶ່ງ ຕາມ​ຄຳ​ສັ່ງ​ຂອງ​ລັດ­ຖະ­ບານ ເພື່ອ​ປ້ອງ​ກັນ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

ປັດ­ຈຸ­ບັນ ການ­ທ່ອງ­ທ່ຽວ​ຢູ່​ຕາດ​ກວາງ­ຊີ​ເລີ່ມ​ກັບ​ມາ​ຄຶກ­ຄື້ນ​ດ້ວຍ​ນັກ​ທ່ອງ​ທ່ຽວ ຫຼັງ​ຈາກ​ລັດ­ຖະ­ບານ​ໄດ້​ມີ​ມາດ​ຕະ­ການ​ຜ່ອນ­ຜັນ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ແຕ່​ນັກ​ທ່ອງ​ທ່ຽວ​ເກືອບ 100% ແມ່ນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ­ເທດ ສ່ວນ​ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ​ມີ​ຈຳ­ນວນ​ໜ້ອຍ ສ່ວນ​ໃຫຍ່​ແມ່ນ​ນັກ​ທ່ອງ​ທ່ຽວ​ທີ່​ເປັນ​ວິ­ຊາ​ການ ຫຼື ຊ່ຽວ­ຊານ​ທີ່​ມາ​ເຮັດ​ວຽກ​ຢູ່​ລາວ​ເທົ່າ​ນັ້ນ ສະ­ເລ່ຍ​ແລ້ວ ມື້­ໜຶ່ງ​ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້​ຫຼາຍ​ກວ່າ 1 ລ້ານ​ກີບ ເຊິ່ງ​ລາຍ​ຮັບ​ດັ່ງ­ກ່າວ ເຖິງ​ວ່າ​ບໍ່​ຫຼາຍ​ຄື​ເມື່ອ​ກ່ອນ​ກໍ​ຕາມ ແຕ່​ກໍ​ເປັນ​ສັນ­ຍານ​ທີ່​ດີ​ຂຶ້ນ ເນື່ອງ​ຈາ​ກວ່າ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ຕາດ​ກວາງ­ຊີ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ໂດຍ​ສະ­ເພາະ​ໃນ​ໄລ­ຍະ​ທ້າຍ​ອາ­ທິດ.

ທ່ານ ບຸນ​ມີ ອຸ່ນ​ນາ­ທີ ກໍ​ໄດ້​ເຊີນ­ຊວນ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ­ເທດ ເຂົ້າ​ມາ​ທ່ອງ​ທ່ຽວ​ຕາດ​ກວາງ­ຊີ ກໍ​ຄື​ສະ­ຖານ­ທີ່​ທ່ອງ​ທ່ຽວ​ແຫ່ງ​ຕ່າງໆ​ພາຍ​ໃນ​ແຂວງ​ຫຼວງ​ພະ​ບາງ​ໃຫ້​ຫຼາຍ​ຂຶ້ນ ເພາະ​ເປັນ​ແຂວງ​ທີ່​ມີ​ສະ­ຖານ ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ ວັດ­ທະ­ນະ­ທຳ ແລະ ປະ­ຫວັດ­ສາດ​ຫຼາຍ​ແຫ່ງ​ທີ່​ໜ້າ​ສົນ­ໃຈ ໃນ​ນີ້ ຕາດ​ກວາງ­ຊີ​ຢູ່​ຫ່າງ​ຈາກ​ເທດ­ສະ­ບານ​ນະ­ຄອນ­ຫຼວງ​ພະ​ບາງ​ໄປ​ທາງ​ທິດ­ຕາ­ເວັນ­ຕົກ​ສ່ຽງ​ໃຕ້​ປະ­ມານ 30 ກິ​ໂລແມັດ ຕາດ​ແຫ່ງ​ນີ້ ເປັນ​ນ້ຳ­ຕົກ​ຫີນ​ປູນ​ຂະ­ໜາດ​ໃຫຍ່ ທີ່​ສູງ​ປະ­ມານ 81 ແມັດ ກວ້າງ​ສຸດ 35 ແມັດ ປະ­ກອບ​ດ້ວຍ 6 ຊັ້ນ ມີ​ສາຍ​ນ້ຳ​ໄຫຼ​ອາບ​ມາ​ຕາມ​ໜ້າ­ຜາ ຜ່ານ​ຫີນ​ນ້ອຍ​ໃຫຍ່ ຮູບ­ຊົງ​ແປກ​ຕາ ລົງ​ສູ່​ອ່າງ​ນ້ຳ​ເບື້ອງ​ລຸ່ມ ແລະ ມີ​ນ້ຳ​ໄຫຼ​ຕະ­ຫຼອດ​ປີ ສຳ­ລັບ​ຄ່າ​ເຂົ້າ​ຊົມ ຄົນ​ລາວ 10.000 ກີບ ແລະ ຕ່າງ­ປະ­ເທດ 20.000 ກີບ ສ່ວນ​ເດັກ­ນ້ອຍ​ອາ­ຍຸ​ຕ່ຳ​ກວ່າ 8 ປີ ບໍ່​ໄດ້​ເສຍ​ຄ່າ​ເຂົ້າ​ຊົມ.

# ພາບ & ຂ່າວ: ອົ່ນ​ໄຟ​ສົມ​ທອງ

error: Content is protected !!