ນຳໃຊ້ລະບົບ CORS ເຂົ້າໃນການສຳຫຼວດ-ວັດແທກທີ່ດິນ

ພິ­ທີ​ມອບ-ຮັບ ແລະ ເປີດ​ນຳ​ໃຊ້​ສະ­ຖາ­ນີ​ອ້າງ​ອີງ​ຄ່າ​ພິ​ກັດ​ທາງ​ພູມ​ສາດ CORS ລະ­ຫວ່າງ​ກົມ​ທີ່​ດິນ ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ກັບ​ບໍ­ລິ­ສັດ ຢູ​ນິ​ເທັກ ຈຳ­ກັດ ຈັດ​ຂຶ້ນ​ວັນ​ທີ 9 ຕຸ­ລາ 2020 ຢູ່​ກົມ​ທີ່​ດິນ ກ່າວ​ມອບ​ໂດຍ​ທ່ານ ຈັນ​ດາ​ວົງ ສຸ­ທິ​ທຳ ອຳ­ນວຍ​ການ​ບໍ­ລິ­ສັດ ຢູ​ນິ​ເທັກ ຈຳ­ກັດ ແລະ ກ່າວ​ຮັບ​ຂອງ​ທ່ານ ອາ​ນົງ​ສອນ ພົມ­ມະ­ຈັນ ຫົວ­ໜ້າ​ກົມ​ທີ່​ດິນ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ມາດ ພົນ​ເສ­ນາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ ຫົວ­ໜ້າ​ຫ້ອງ­ການ​ຊັບ­ພະ­ຍາ­ກອນ​ທຳ​ມະ ຊາດ ແລະ ສິ່ງ­ແວ­ດລ້ອມ​ເມືອງ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ອາ​ນົງ​ສອນ ພົມ­ມະ­ຈັນ ກ່າວ​ວ່າ: ກົມ​ທີ່​ດິນ ມີ​ແຜນ​ຈະ​ສ້າງ​ສະ­ຖາ­ນີ​ອ້າງ​ອີງ​ການ​ສຳ​ຫຼວດ-ວັດ­ແທກ​ແບບ​ຕໍ່​ເນື່ອງ CORS ແຕ່​ປີ 2016-2022 ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໃຫ້​ໄດ້​ຈຳ­ນວນ 77 ສະ­ຖາ­ນີ ມາ​ຮອດ​ປັດ­ຈຸ­ບັນ ໄດ້​ສຳ­ເລັດ​ການ​ກໍ່­ສ້າງ ການ​ຕັ້ງ​ຄ່າ ການ​ສຳ​ຫຼວດ-ວັດ­ແທກ ດຶງ​ຈຸດ​ອ້າງ​ອີງ​ເຂົ້າ​ສະ­ຖາ­ນີ CORS ສາ­ມາດ​ນຳ​ໃຊ້​ໄດ້​ທັງ​ໝົດ 22 ສະ­ຖາ­ນີ ເຄົ້າ​ມູນ​ອ້າງ​ອີງ​ໃນ​ການ​ສຳ​ຫຼວດ-ວັດ­ແທກ ດຶງ​ຈຸດ​ອ້າງ​ອີງ​ເຂົ້າ​ສະ­ຖາ­ນີ ແມ່ນ​ຖື​ເອົາ​ຈຸດ​ພິ​ກັດ​ຂັ້ນ I ເຊິ່ງ​ໄດ້​ຄຳ­ນວນ​ໃນ​ລະ­ບົບ​ພິ​ກັດ​ພູມ​ສາດ ແລະ ລະ­ບົບ​ສາກ ດ້ວຍ​ລະ­ບົບ WGS84 Universal Transverse Mercator ເປັນ​ຈຸດ​ອ້າງ​ອີງ ເຊິ່ງ​ກົມ​ແຜນ­ທີ່​ແຫ່ງ​ຊາດ​ໄດ້​ສ້າງ​ໄວ້​ໃນ​ເມື່ອ​ກ່ອນ ໂດຍ​ມີ​ການ​ປະ­ສານ​ສົມ­ທົບ​ກັບ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ໃນ​ຈຳ­ນວນ 22 ສະ­ຖາ­ນີ ໄດ້​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ສຳ​ຫຼວດ-ວັດ­ແທກ​ຕອນ​ດິນ ສ້າງ​ແຜນ­ທີ່​ຕາ­ດິນ ແລະ ຂຶ້ນ​ທະ­ບຽນ​ອອກ​ໃບ​ຕາ­ດິນ ໂດຍ​ຈະ​ມີ​ການ​ສືບ­ຕໍ່​ກໍ່­ສ້າງ​ໃຫ້​ສຳ­ເລັດ​ໃນ​ຈຳ­ນວນ 55 ສະ­ຖາ­ນີ ເຊິ່ງ​ນອນ​ໃນ 55 ເມືອງ ແລະ 17 ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ໃຫ້​ສຳ­ເລັດ​ຕາມ​ແຜນ­ທີ່​ວາງ​ໄວ້.

ການ​ວັດ­ແທກ​ລະ­ບົບ GNSS CORS Network ແມ່ນ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ ໃນ​ວຽກ​ງານ​ສຳ ຫຼວດ​ວັດ­ແທກ​ທີ່​ມີ​ຄວາມ​ສະ­ດວກ ວ່ອງ­ໄວ ແລະ ຄວາມ​ຊັດ​ເຈນ​ສູງ ເຊິ່ງ​ລະ­ບົບ​ດັ່ງ­ກ່າວ ແມ່ນ​ມີ​ຜົນ​ດີ​ຫຼາຍ​ດ້ານ​ໃນ​ການ​ຫຼຸດ​ຄ່າ​ໃຊ້​ຈ່າຍ ບໍ່​ວ່າ​ຈະ​ເປັນ​ການ​ນຳ​ໃຊ້​ບຸ​ຄະ­ລາ​ກອນ​ໄລ­ຍະ​ເວ­ລາ​ໃນ​ການ​ສຳ​ຫຼວດ ແລະ ປະ­ຢັດ​ງົບ­ປະ­ມານ​ໃນ​ການ​ຈັດ​ຊື້​ອຸ­ປະ­ກອນ ເນື່ອງ​ຈາກ​ລະ­ບົບ​ດັ່ງ­ກ່າວ​ສາ­ມາດ​ເຊື່ອມ​ໂຍງ​ກັບ​ສະ­ຖາ­ນີ CORS ກໍ​ສາ­ມາດ​ນຳ​ໃຊ້​ໄດ້​ເລີຍ ເຊິ່ງ​ມີ​ຄວາມ​ສະ­ດວກ​ຫຼາຍ ຖ້າ​ທຽບ­ໃສ່​ກັບ​ການ​ສຳ​ຫຼວດ​ໃນ​ເມື່ອ​ກ່ອນ.

# ຂ່າວ & ພາບ: ຊິ​ລິ​ການ​ດາ

error: Content is protected !!