ຊຸດອົບຮົມທັກສະການເວົ້າ ການເປັນພິທິກອນ ໃຫ້ແກ່ເສນາທິການຂອງຮາກຖານພັກແຕ່ລະກົມກອງອ້ອມຂ້າງກະຊວງສາທາລະນະສຸກ ໄຂຂຶ້ນວັນທີ 12 ຕຸລາ 2020 ທີ່ກະຊວງສາທາລະນະສຸກ ເປັນປະທານຂອງທ່ານນາງ ແສງຈ້ອຍ ປັນຍາ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສາທາລະນະສຸກ ມີທ່ານຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຸດອົບຮົມຄັ້ງນີ້ ມີຄູເຝິກທີ່ມາຈາກກະຊວງ ສຳນັກງານ ວິຊາການກ່ຽວຂ້ອງ ຜັດປ່ຽນກັນຂຶ້ນບັນຍາຍ ໃຫ້ຄວາມຮູ້ ເຊິ່ງມີສຳມະນາກອນມາຈາກກົມກອງອ້ອມຂ້າງກະຊວງສາທາລະນະສຸກທັງໝົດ 71 ຄົນ ຍິງ 39 ຄົນ ຈະດຳເນີນໄປເປັນເວລາ 3 ວັນ ເລີ່ມແຕ່ວັນທີ 12-14 ຕຸລາ 2020 ນີ້ ເຊິ່ງສຳມະນາກອນຈະໄດ້ຮຽນຮູ້ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນຕົ້ນ ທັກສະການເວົ້າ ຫຼັກການແນະນຳແຂກ ຫຼື ວິທະຍາກອນ ເຝິກການເປັນພິທີກອນໃນງານຕ່າງໆ ແລະ ລົງພາກປະຕິບັດຕົວຈິງ.


# ພາບ & ຂ່າວ: ບຸນມີ