JDB ສະໜອງທຶນໃຫ້ເຂດເສດຖະກິດສະເພາະບໍ່ເຕ່ນ

ພິ­ທີ​ເຊັນ​ສັນ­ຍາ​ສະ­ໜອງ​ທຶນ​ລະ­ຫວ່າງ​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ (JDB) ແລະ ກຸ່ມ​ບໍ­ລິ­ສັດ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບໍ່​ເຕ່ນ ລາວ ຈຳ­ກັດ ຈັດ​ຂຶ້ນ​ວັນ​ທີ 8 ຕຸ­ລາ 2020 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ລະ­ຫວ່າງ​ທ່ານ ວິ­ໄລ ສີ​ພະ​ພອນ ຜູ້­ອຳ­ນວຍ­ການ​ໃຫຍ່ JDB ແລະ ທ່ານ ຫຼີວ​ຊິງ​ຢີ ຮອງ​ຜູ້­ອຳ­ນວຍ­ການ​ຝ່າຍ​ການ​ເງິນ ກຸ່ມ​ບໍ­ລິ­ສັດ​ດັ່ງ­ກ່າວ ມີ​ທ່ານ ເອ­ກະ​ພັນ ພະ​ພິ​ທັກ ປະ­ທານ​ສະ­ພາ​ບໍ­ລິ­ຫານ ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ມີ​ບັນ­ດາ​ຜູ້​ບໍ­ລິ­ຫານ ແລະ ວິ­ຊາ​ການ​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ການ​ເຊັນ​ສັນ­ຍາ​ຄັ້ງ​ນີ້ ສອງ​ຝ່າຍ​ເຫັນ​ດີ​ໃຫ້​ທະ­ນາ­ຄານ​ຮ່ວມ​ພັດ­ທະ­ນາ ສະ­ໜອງ​ທຶນ​ໃຫ້​ກຸ່ມ​ບໍ­ລິ­ສັດ​ດັ່ງ­ກ່າວ ເພື່ອ​ເປັນ​ການ​ປະ­ກອບ­ສ່ວນ​ພັດ­ທະ­ນາ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ບໍ່​ເຕ່ນ ແຂວງ​ຫຼວງ​ນ້ຳ​ທາ ເພື່ອ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ ແລະ ເປັນ​ການ​ປະ­ກອບ­ສ່ວນ​ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃຫ້​ຈະ­ເລີນ​ຮຸ່ງ­ເຮືອງ​ສີ­ວິ­ໄລ.

# ພາບ & ຂ່າວ: ສົມ​ສະ­ຫວັນ

error: Content is protected !!