ເຊີນເຂົ້າຮ່ວມຕະຫຼາດນັດສົ່ງເສີມສິນຄ້າກະສິກຳອິນຊີ ODOP ແລະ ສິນຄ້າຄອບຄົວຕົວແບບ

ຕະ­ຫຼາດ­ນັດ ລາວ​ສຳ­ພັນ ສົ່ງ­ເສີມ​ສິນ­ຄ້າ​ກະ­ສິ­ກຳ​ອິນ​ຊີ ສິນ­ຄ້າ​ໜຶ່ງ​ເມືອງ ໜຶ່ງ​ຜະ­ລິດ​ຕະ​ພັນ (ODOP) ແລະ ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ ປະ­ຈຳ​ປີ 2020 ຈະ​ຈັດ​ຂຶ້ນ​ວັນ​ທີ 18-22 ຕຸ­ລາ 2020 ຢູ່​ຕະ­ຫຼາດ​ລາວ​ສຳ­ພັນ ບ້ານ​ຊຳ​ເກດ ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໂດຍ​ຈະ​ມີ 99 ຫົວ­ໜ່ວຍ 90 ຫ້ອງ​ວາງ­ສະ­ແດງ​ເຂົ້າ​ຮ່ວມ ໃນ​ນີ້ ສິນ­ຄ້າ ODOP 30 ຫົວ­ໜ່ວຍ ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ​ພາຍ​ໃນ​ເມືອງ ແລະ ແຕ່​ລະ​ເມືອງ 20 ຫົວ­ໜ່ວຍ ສິນ­ຄ້າ​ກະ­ສິ­ກຳ​ອິນ​ຊີ 30 ຫົວ­ໜ່ວຍ ພ້ອມ​ສິນ­ຄ້າ​ປະ­ເພດ​ອາ­ຫານ-ເຄື່ອງ​ດື່ມ​ຈຳ­ນວນ​ໜຶ່ງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ເພື່ອ​ຊຸກ­ຍູ້-ສົ່ງ­ເສີມ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳ​ອິນ​ຊີ ສິນ­ຄ້າ ODOP ສິນ­ຄ້າ​ຄອບ­ຄົວ​ຕົວ​ແບບ ແລະ ດ້ານ​ການ​ຕະ­ຫຼາດ​ຂອງ​ສິນ­ຄ້າ​ຂອງ ນວ ຊຸກ­ຍູ້​ເສດ­ຖະ­ກິດ​ໃນ​ໄລ­ຍະ​ລັດ­ຖະ­ບານ​ຜ່ອນ­ຜັນ​ການ​ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ສ້າງ​ຂະ​ບວນ​ການ​ຕ້ອນ­ຮັບ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງ­ຄະ​ນະ​ພັກ ນວ ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້ ທັງ​ເປັນ​ການ­ສະ­ແດງ​ໃຫ້​ເຫັນ​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ທ່າ­ແຮງ​ຂອງ​ເມືອງ​ສີ​ໂຄດ​ຕະ­ບອງ ເພື່ອ​ກຳ­ນົດ​ໃຫ້​ເປັນ​ຜະ­ລິດ​ຕະ​ພັນ​ທີ່​ເປັນ​ເອ­ກະ­ລັກ ສາ­ມາດ​ສ້າງ​ໄດ້​ກຸ່ມ​ການ​ຜະ­ລິດ​ເປັນ​ສິນ­ຄ້າ​ທີ່​ເປັນ​ທ່າ­ແຮງ​ຂອງ​ບ້ານ ເມືອງ ແລະ ນວ ໃນ­ຕໍ່­ໜ້າ ນອກ​ນີ້ ຍັງ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ເຮັດ​ການ​ຜະ­ລິດ​ສາ­ມາດ​ເຂົ້າ​ເຖິງ​ຕະ­ຫຼາດ​ພາຍ​ໃນ ແລະ ເຊື່ອມ​ໂຍງ​ຕະ­ຫຼາດ​ປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ.

ສຳ­ລັບ​ຫ້ອງ​ວາງ­ສະ­ແດງ ແລະ ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ຕ່າງໆ ແມ່ນ​ບໍ່​ໄດ້​ເສຍ​ຄ່າ ໂດຍ​ບໍ­ລິ­ສັດ ລາວ​ສຳ­ພັນ ພັດ­ທະ­ນາ ຈຳ­ກັດ​ຜູ້​ດຽວ ເຈົ້າ​ຂອງ​ຕະ­ຫຼາດ​ລາວ​ສຳ­ພັນ ເປັນ​ຜູ້​ສະ­ໜັບ­ສະ­ໜູນ​ທັງ​ໝົດ ເຊິ່ງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ສົນ­ໃຈ​ເຂົ້າ​ຮ່ວມ​ງານ​ດັ່ງ­ກ່າວ ສາ­ມາດ​ຕິດ­ຕໍ່​ໄດ້​ທີ່​ເບີ 021 613100 020 59328971 020 22442236 ແລະ 020 55333483.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!