ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມສ່ອງແສງ ແລະ ກອງປະຊຸມປະຈຳໄຕມາດ 3 (ເດືອນກໍລະກົດ ສິງຫາ ແລະ ກັນຍາ ປີ 2020) ຂຶ້ນທີ່ສຳນັກງານຂອງຕົນ ເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ມີຄະນະພະແນກ ຫົວໜ້າ ຮອງຫົວໜ້າຂະແໜງ ກອງວິຊາການ ແລະ ພະນັກງານວິຊາການເຂົ້າຮ່ວມ.


ທ່ານນາງ ຂັນທະລີ ຫຼວງລິດ ຮອງຫົວໜ້າຫ້ອງການພະແນກ ຖວທ ນວ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳໄຕມາດ III (ກໍລະກົດ ສິງຫາ ກັນຍາ) ແລະ ທິດທາງແຜນການປະຈຳໄຕມາດ IV (ຕຸລາ ພະຈິກ ທັນວາ) ປີ 2020 ທີ່ມີຫຼາຍວຽກງານທີ່ພົ້ນເດັ່ນ ຍາດມາໄດ້ໃນສາມເດືອນຜ່ານມາ. ນອກນີ້ ກອງປະຊຸມຍັງໄດ້ປະກາດແຕ່ງຕັ້ງ ແລະ ສັບຊ້ອນພະນັກງານວິຊາການຈຳນວນໜຶ່ງຄື ແຕ່ງຕັ້ງວິຊາການ 2 ທ່ານຂຶ້ນເປັນຮອງຫົວໜ້າຫ້ອງການ ຖວທ ເມືອງນາຊາຍທອງ ເນື່ອງຈາກຜູ້ເກົ່າເຂົ້າບຳນານ ພ້ອມສັບຊ້ອນພະນັກງານວິຊາການບາງຂະແໜງການຢູ່ພາຍໃນພະແນກ ຖວທ ນວ ຕື່ມອີກ ນອກນັ້ນ ຍັງໄດ້ລາຍງານສະພາບພົ້ນເດັ່ນຂອງຂະແໜງທ່ອງທ່ຽວທີ່ປະຕິບັດ 3 ເດືອນຜ່ານມາ ເປັນຕົ້ນ ລາວທ່ຽວລາວ ແລະ ແຜນ 3 ເດືອນຕໍ່ໜ້າ ລາຍງານສະພາບພົ້ນເດັ່ນຂະແໜງວັດທະນະທຳແລະ ແຜນວຽກຈຸດສຸມ 3 ເດືອນທ້າຍປີ ພ້ອມຮັບຟັງການປະກອບຄຳຄິດຄຳເຫັນຈາກຜູ້ເຂົ້າຮ່ວມ ແລະ ຮັບຟັງການມີຄຳເຫັນຈາກປະທານກອງປະຊຸມຕື່ມອີກ.


# ພາບ & ຂ່າວ: ສົມສະຫວັນ