ນະຄອນຫຼວງວຽງຈັນ ທາບທາມບຸຄະລາກອນຮອບ III

    ກອງປະຊຸມທາບທາມບຸຄະລາກອນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII ຮອບທີ III ຈັດຂຶ້ນວັນທີ 9 ຕຸລາ 2020 ທີ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະພັກນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ບັນດາຄະນະປະຈໍາພັກ ຄະນະບໍລິຫານງານພັກ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະກວດກາຫ້ອງວ່າການສູນກາງພັກ ຫົວໜ້າພະແນກການ ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງທົ່ວນະຄອນຫຼວງວຽງຈັນ. 

    ສະຫາຍ ສິນລະວົງ ຄຸດໄພທູນ ໄດ້ລາຍງານຜົນການສໍາຫຼວດການນໍາພາລວມຂອງຄະນະພັກ ແລະ ບຸກຄົນຕໍ່ກອງປະຊຸມວ່າ: ການສໍາຫຼວດລວມ ໄດ້ສໍາຫຼວດຕາມ 4 ເນື້ອໃນ ໂດຍເລີ່ມຈາກຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ ຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ ການນໍາພາແກ້ໄຂຜົນຂອງການດໍາເນີນຊີວິດການເມືອງ ແລະ ແບບແຜນນໍາພາວິທີເຮັດວຽກ ເຊີ່ງເຫັນວ່າຄະນະພັກໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນເອງຕາມການມອບໝາຍ ຍັງສາມາດຮັກສາໄດ້ຕາມມາດຕະຖານ ຮັກສາໄດ້ຄຸນສົມບັດ ສິນທໍາປະຕິວັດໃນລະດັບດີ ຫຼາຍສະຫາຍໄດ້ເສຍສະຫຼະເພື່ອສ່ວນລວມຢ່າງແທ້ຈິງ ກ່ຽວກັບການສໍາຫຼວດບຸກຄົນໃນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສາມາດຕີລາຄາໄດ້ວ່າ ແຕ່ລະສະຫາຍໄດ້ລາຍງານ ແລະ ສໍາຫຼວດຕົນເອງຖືກຕ້ອງ ຄົບຖ້ວນຕາມ 4 ເນື້ອໃນອັນດີ ແລະ ອັນອ່ອນ ຂໍ້ຄົງຄ້າງ ເຊັ່ນ: ຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ-ແບບແຜນດໍາລົງຊີວິດ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ແບບ ແຜນວິທີນໍາພາເຮັດວຽກ ອັນສໍາຄັນແມ່ນໄດ້ລົງເລິກຕໍ່ຫາງສຽງ ຫຼື ການສົ່ງຂ່າວ ທັງໄດ້ອະທິບາຍຊີ້ແຈງຕໍ່ຫາງສຽງດັ່ງກ່າວ ນອກຈາກນີ້ ການສໍາຫຼວດຍັງຊີ້ໃຫ້ເຫັນກ່ຽວກັບຜົນງານອັນໃຫຍ່ຫຼວງ ຮອບດ້ານ ທີ່ຍາດມາໄດ້ໃນ 5 ປີຜ່ານມາ ພ້ອມທັງຈຸດອ່ອນ ຂໍ້ຄົງຄ້າງຕ່າງໆອີກດ້ວຍ ແລະ ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງການໂອ້ລົມຈາກທ່ານນາຍົກລັດຖະມົນຕີອີກດ້ວຍ.

                # ຂ່າວ & ພາບ: ວຽງມາ

error: Content is protected !!