ທ່່່ານ ສີຈັນ ເດືອນດວງດີ ຫົວໜ້າສູນບໍລິການນຳທ່ຽວ ນໍ້າກັດຢໍລະປາ ໃຫ້ສຳພາດວັນທີ 9 ຕຸລາ 2020 ທີ່ສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ວ່າ: ນໍ້າກັດຢໍລະປາ ໄດ້ມີຫຼາຍກິດຈະກຳໄວ້ຄອຍບໍລິການນັກທ່ອງທ່ຽວໃຫ້ໄດ້ສຳພັດ ເປັນຕົ້ນແມ່ນກິດຈະກຳນັ່ງລົດນຳທ່ຽວຊົມປ່າ ໄຕ່ຂົວອູ່ ຊົມນໍ້າຕົກ ຂີ່ລະລິງ ນັ່ງຫຼີ້ນຕາໜ່າງແມງມູມ ແລະ ກິດຈະກຳອື່ນໆ ໃນນີ້ ກິດຈະກຳຂີ່ສະລິງ ເປັນກິດຈະກຳໜຶ່ງທີ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ຄວາມສົນໃຈຫຼາຍ ສຳລັບຜູ້ທີ່ມັກຄວາມທ້າທາຍ ແມ່ນຂີ່ລົດເອທີບີຊົມປ່າ ໂດຍມີພະນັກງານນຳທ່ຽວພາທາງ.

ເພື່ອຕອບສະໜອງກັບໂຄງການ ລາວທ່ຽວລາວ ແລະ ດຶງດູດນັກທ່ອງໃຫ້ນັບມື້ຫຼາຍສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ໄດ້ມີສ່ວນຫຼຸດລາຄາກິດຈະກຳຕ່າງໆໃຫ້ຜູ້ເຂົ້າມາທ່ຽວຊົມ ເປັນຕົ້ນແມ່ນຫຼຸດລາຄາຫ້ອງພັກຈາກລາຄາປົກກະຕິ 400 ໂດລາສະຫະລັດ (ຫ້ອງຄູ່ວິນລາ) ປັດຈຸບັນ ລາຄາຫຼຸດເຫຼືອ 200 ໂດລາ (ຄ່າຫ້ອງພັກທຸກແບບຫຼຸດ 50%) ສ່ວນກິດຈະກຳກໍ່ມີສ່ວນຫຼຸດເຊັ່ນດຽວກັນ ໂດຍອີງຕາມຈຳນວນຄົນທີ່ມາເປັນທີມງານ.

ນອກຈາກນີ້ ໃນໂອກາດສົ່ງທ້າຍເກົ່າ ຕ້ອນຮັບປີໃໝ່ ໄດ້ມີກິດຈະກຳຫຼາຍຢ່າງ ເປັນຕົ້ນແມ່ນກິດຈະກຳຕັ້ງແຄມ ນອນເຕັ້ນຕ່າງໆ ພ້ອມກັນນັ້ນ ກໍໄດ້ຖືເອົາການຕຳໜິຕິຊົມລາຄາ ຫຼື ການບໍລິການຕ່າງໆເປັນຫຼັກ ໃນການພັດທະນາຕົນເອງໃຫ້ດີຂຶ້ນ ກາຍເປັນສະຖານທີ່ທ່ອງທ່ຽວລະດັບພາກພື້ນ ແລະ ສາກົນ ໂອກາດນີ້ ຂໍເຊີນຊວນບັນດານັກທ່ອງທ່ຽວພາຍໃນ ເຂົ້າມາຢ້ຽມຢາມ ທ່ອງທ່ຽວສະຖານທີ່ແຫ່ງນີ້ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນໄລຍະທ້າຍລະດູຝົນ ກ້າວເຂົ້າສູ່ລະດູໜາວ ເຊິ່ງເປັນໄລຍະທີ່ມີຄວາມງົດງາມ ອາກາດສົດຊື່ນ ການເດີນທາງສະດວກສະບາຍ ພ້ອມທັງມີຫຼາຍກິດຈະກຳໄວ້ຄອຍບໍລິການ.




