ປກສ ນວ ທໍາລາຍຢາເສບຕິດຫຼາຍກວ່າ 659 ກິໂລ

    ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ເພື່ອສະເຫຼີມສະຫຼອງວັນຕ້ານຢາເສບຕິດ ຄົບຮອບ 19 ປີ ວັນທີ 10 ຕຸລາ 2020 ທີ່ດິນຫວ່າງເປົ່າ (ຖະໜົນ 450 ປີ) ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດຂັ້ນຕ່າງໆຂອງນະຄອນຫຼວງວຽງຈັນ ທູຕານຸທູດ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ນ້ອງນັກຮຽນ. 

    ທ່ານ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານໃນ 1 ປີ ຜ່ານມາ ເຊິ່່ງຢາເສບຕິດທີ່ຈູດທໍາລາຍຖິ້ມຄັ້ງນີ້ ແມ່ນຢາເສບຕິດທີ່ສານຕັດສິນຮິບໃຫ້ນໍາໄປທໍາລາຍຖິ້ມ ຈໍານວນທີ່ໄດ້ມາຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປະກອບມີລາຍການຄື: ເຮໂລອິນ 2.741 ກິໂລກຣາມ ຢາບ້າ 152 ກິໂລ ຢາໄອສ໌ 16 ກິໂລ ໂຄເຄນ 3 ກິໂລ ຝິ່ນ 19 ກຣາມ ນໍ້າຢາຝິ່ນ 539,4 ກຣາມ ກັນຊາແຫ້ງ 484,40 ກິໂລ ຢາເມັດສີຂາວ 8 ກຣາມ ແປ້ງຝຸ່ນສີຂາວ 1.633 ກິໂລ ແປ້ງຝຸ່ນສີແດງ 173,3 ກຣາມ ສີປະສົມອາຫານ 37 ກຣາມ ແລະ ນໍ້າເຄມີ 2 ແກ້ວ ລວມທັງໝົດ 659 ກິໂລ ກັບ 650 ກຣາມ ແລະ ນໍ້າເຄມີ 2 ແກ້ວ.

ປກສ ນວ ທໍາລາຍຢາເສບຕິດຫຼາຍກວ່າ 659 ກິໂລ
ປກສ ນວ ທໍາລາຍຢາເສບຕິດຫຼາຍກວ່າ 659 ກິໂລ

​# ຂ່າວ & ພາບ: ຂັນທະວີ

error: Content is protected !!