ອີຊູຊຸ ສະຫຼອງຍອດຈອງລົດກະບະລຸ້ນໃໝ່ 100 ຄັນ

    ພາຍຫຼັງທີ່ຈັດພິທີແນະນຳລົດຢ່າງເປັນທາງການວັນທີ 26 ກັນຍາ 2020 ລົດກະບະລຸ້ນໃໝ່ “All-New Isuzu D-Max ຜູ້ນຳແຫ່ງໂລກກະບະຕົວຈິງໄດ້ຮັບຄວາມສົນໃຈຈົນລູກຄ້າຈຳນວນຫຼາຍທີ່ລໍຖ້າເບິ່ງລົດຕົວຈິງທີ່ໂຊລູມລົດອີຊູຊຸ ແລະ ຊ່ອງທາງສື່ອອນລາຍ ໂດຍສາມາດໄດ້ຍອດຈອງໄປຫຼາຍກວ່າ 100 ຄັນ ພາຍໃນໄລຍະ 10 ວັນ ເປັນການຕອບຢໍ້າຄວາມເປັນຜູ້ນຳແຫ່ງລົດກະບະສົມບູນແບບຢ່າງແທ້ຈິງ.

    ທ່ານ ສເຕີ ໂທຊິອາກິ ມາເອຕາວະ ປະທານບໍລິສັດ ຕຣີເພຊອີຊູຊຸເຊວ໌ ຈໍາກັດ ຜູ້ຈັດຈໍາໜ່າຍລົດອີຊູຊຸດີແມັກແລະລົດອີຊູຊຸມິວ-ເອັກໃນລາວໄດ້ກ່າວວ່າ:ອີຊູຊຸຮູ້ສຶກພູມໃຈທີລົດກະບະລຸ້ນໃໝ່ “All-New Isuzu D-Max ຜູ້ນຳແຫ່ງໂລກກະບະໂຕຈິງ” ເປັນລົດກະບະທີ່ຖືກໃຈປະຊາຊົນລາວ ໂດຍໄດ້ຮັບສຽງຊື່ນຊົມຈາກລູກຄ້າໃນເລື່ອງຮູບໂສມທີ່ສວຍງາມ ພາຍໃນຫຼູຫຼາບໍ່ຄືກັບເປັນລົດກະບະ ລວມທັງເຕັກໂນໂລຊີຕ່າງໆທີ່ອີຊູຊຸຈັດມາໃຫ້ຢ່າງຄົບຄັນສົມກັບເປັນຜູ້ນຳແຫ່ງໂລກກະບະໂຕຈິງ  ແລະ ຍັງນຳສະເໜີໃນລາຄາທີ່ຄຸ້ມຄ່າເມື່ອທຽບກັບອອັບຊັ່ນທີ່ອີຊູຊຸຈັດໃຫ້ 24.900 ໂດລາສະຫະລັດ ຈຶ່ງສົ່ງຜົນໃຫ້ຍອດຈອງທະລຸ 100 ຄັນ ໃນໄລຍະເວລາ 10 ວັນ ອີຊູຊຸ ຂໍຂອບໃຈຜູ້ໃຊ້ລົດປະຊາຊົນລາວຢ່າງສູງທີ່ໄວ້ວາງໃຈເລືອກໃຊ້ລົດອີຊູຊຸ ແລະ ຈະພະຍາຍາມສົ່ງມອບລົດໃຫ້ລູກຄ້າຢ່າງໄວ້ທີ່ສຸດ.     

     ສໍາລັບລູກຄ້າທີ່ສົນໃຈທົດລອງຂັບລຸ້ນໃໝ່ “All-New Isuzu D-Max ຜູ້ນຳແຫ່ງໂລກກະບະຕົວຈິງ” ພ້ອມເປັນເຈົ້າຂອງກ່ອນໃຜກັບຂໍ້ສະເໜີສຸດພິເສດສາມາດຕິດຕໍ່ຫ້ອງສະແດງສິນຄ້າອີຊູຊຸທຸກສາຂາໄດ້ ແຕ່ມື້ນີ້ເປັນຕົ້ນໄປ ເຊິ່ງສຳ ນັກງານບໍລິສັດ ອີຊູຊຸລາວບໍລິການ ຈຳກັດຜູ້ດຽວ ຕັ້ງຢູ່ຫຼັກ 8 ຖະໜົນຫຼວງພະບາງ ບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາຂາແຂວງຈຳປາສັກ ຕັ້ງຢູ່ຖະໜົນ 13 ໃຕ້ ບ້ານແກ້ວສໍາພັນ ນະຄອນປາກເຊ ແລະ ສຳນັກງານບໍລິສັດ ອີຊູຊຸລາວວີເອັສເອ ຈຳກັດ ຕັ້ງຢູ່ຖະໜົນອາຊຽນ ບ້ານໜອງດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາຂາແຂວງຈຳປາສັກ ຕັ້ງຢູ່ຫຼັກ 3 ຖະໜົນ 13 ໃຕ້ ບ້ານໂຊກອຳນວຍ ນະຄອນປາກເຊ ແລະ ຝ່າຍປະຊາສຳພັນຫ້ອງການຜູ້ຕາງໜ້າປະຈຳປະເທດລາວແມ່ນບໍລິສັດ ຕຮີເພຊອີຊູຊຸເຊວຊ໌ ຈຳກັດ.

error: Content is protected !!