ເຮວວີຕັສ ໃຫ້ທຶນຊ່ວຍເຫຼືອລ້າ​ ສ້າງຄວາມເຂັ້ມແຂງແກ່ອົງການປົກຄອງຂັ້ນເມືອງ-ຂັ້ນບ້ານ

    ພິທີເຊັນບົດບັນທຶກຂໍ້ຕົກລົງ ກ່ຽວກັບກິດຈະກໍາສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ລະຫວ່າງພະແນກພາຍໃນນະຄອນຫຼວງວຽງຈັນ ກັບອົງການເຮວວີຕັສເພື່ອການຮ່ວມມືສາກົນປະຈໍາ ສປປ ລາວ (HELVETAS Laos) ຈັດຂຶ້ນໃນວັນທີ 8 ຕຸລາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງຽຈັນ ຮ່ວມລົງນາມໂດຍທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ທ່ານ ບົງ ໝື່ນໄຊຍະພົມ ຮອງຜູ້ອໍານວຍການ ອົງການເຮວວີຕັສ ປະຈໍາ ສປປ ລາວ ມີທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ກ່າວວ່າ: ກິດຈະກໍາສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ເປັນກິດຈະກໍາທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການເຮວວີຕັສ ເພື່ອການຮ່ວມມືສາກົນປະຈໍາ ສປປ ລາວ ໃຫ້ຈັດຕັ້ງປະຕິບັດກິດຈະກໍາຢູ່ 3 ເມືອງ 9 ບ້ານ ຂອງນະຄອນຫຼວງວຽງຈັນ ມູນຄ່າ 30.000 ໂດລາສະຫະລັດ ຫຼື ປະມານ 276,60 ລ້ານກີບ ໄລຍະເວລາການຈັດຕັ້ງປະຕິບັດແຜນດໍາເນີນງານ 1 ປີ ນັບແຕ່ມື້ອະນຸມັດ ເຖິງວັນທີ 31 ທັນວາ 2021 ເຊິ່ງບັນດາເມືອງ ແລະ ບ້ານເປົ້າໝາຍຈັດຕັ້ງປະຕິບັດໂຄງການຮ່ວມມືເພື່ອສ້າງຄວາມເຂັ້ມແຂງ ໃນປີ 2020 ປະກອບມີ: ເມືອງຈັນທະບູລີ ມີບ້ານອານຸ  ບ້ານທົ່ງຕູມ ບ້ານໜອງທາເໜືອ ເມືອງຫາດຊາຍຟອງ ມີບ້ານສົມຫວັງເໜືອ ບ້ານດົງໂພສີ ບ້ານສິມມະໂນໃຕ້ ເມືອງປາກງື່ມ ມີບ້ານພ້າວ ບ້ານສົມປະເສີດ ບ້ານໂນນຊາຍ.

    ການຮ່ວມມືຈັດຕັ້ງປະຕິບັດກິດຈະກໍາສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ລະຫວ່າງ ພະແນກພາຍໃນນະຄອນຫຼວງວຽງຈັນ ກັບອົງການເຮວວີຕັສ ເພື່ອການຮ່ວມມືສາກົນປະຈໍາ ສປປ ລາວ ແມ່ນເປັນການຮ່ວມມືຄັ້ງທໍາອິດໃນການຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວ ແຕ່ເຖິງຢ່າງໃດກໍຕາມ ພະແນກພາຍໃນນະຄອນຫຼວງວຽງຈັນ ຈະໃຫ້ການຮ່ວມມືເປັນຢ່າງດີ ແລະ ຈັດຕັ້ງປະຕິບັດກິດຈະກໍາດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້.

error: Content is protected !!