ສື່ມວນຊົນທັດສະນະສະຖານທີ່ທ່ອງທ່ຽວສຳຄັນຢູ່ 2 ແຂວງ

    ໂຄງການທັດສະນະຢ້ຽມຢາມແຫຼ່ງທ່ອງທ່ຽວໃຫ້ແກ່ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ ຈັດຂຶ້ນລະຫວ່າງວັນທີ 8-13 ຕຸລາ 2020 ຢູ່ແຂວງອຸດົມໄຊ ແລະ ຫຼວງພະບາງ ນຳໂດຍທ່ານ ຄົມ ດວງຈັນທາ ວ່າການຫົວໜ້າກົມພັດທະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ສື່ມວນຊົນ.

 ໂຄງການດັ່ງກ່າວ ໄດ້ທັດສະນະ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວນໍ້າກັດຢໍລະປາ ວັດຈອມອອງ ແຂວງອຸດົມໄຊ ຕາດຮ້ອຍຄົວ ຫໍພິພິທະພັນ ພະທາດພູສີ ຕະຫຼາດກາງຄືນ ບ້ານຈ່ານເໜືອ ບ້ານຊ່າງໄຫ ແລະ ຕາດກວາງຊີ ແຂວງຫຼວງພະບາງ ທັງນີ້ກໍເພື່ອເປັນການຈັດຕັ້ງຜັນຂະຫຍາຍແຜນຟື້ນຟູການທ່ອງທ່ຽວລາວ ແລະ ເປັນການຊຸກຍູ້ຜູ້ປະກອບການທຸລະກິດການທ່ອງທ່ຽວ ໂຮງແຮມ ຮ້ານອາຫານ ແຫຼ່ງທ່ອງທ່ຽວ ຮ້ານຂາຍເຄື່ອງຫັດຖະກຳ ແລະ ຫົວໜ່ວຍທຸລະກິດທີ່ປິ່ນອ້ອມໃຫ້ມີຄວາມພ້ອມ ເພື່ອເປີດບໍລິການໂຄງການລາວທ່ຽວລາວ ເພື່ອບໍລິການໃຫ້ແກ່ນັກທ່ອງທ່ຽວພາຍຫຼັງການລະບາດຂອງພະຍາດໂຄວິດ-19 ຢຸດຕິລົງ  ພ້ອມກັນນັ້ນ ຍັງເປັນການຂຸດຄົ້ນທ່າແຮງບົ່ມຊ້ອນ ແລະ ເຂົ້າເຖິງບັນດາແຫຼ່ງທ່ອງທ່ຽວທີ່ມີຄວາມໂດດເດັ່ນໃຫ້ມີການໂຄສະນາຢ່າງກວ້າງຂວາງຢູ່ພາຍໃນ ແລະ ຕ່າງປະເທດ.

     ໂຄງການດັ່ງກ່າວໄດ້ຮັບການຮ່ວມມືຈາກກົມສື່ມວນຊົນ ກົມການຂ່າວ ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ແຂວງອຸດົມໄຊ ຫຼວງພະບາງ ແລະ ຂະແໜງການກ່ຽວຂ້ອງ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ຂອງທະນາຄານພັດທະນາອາຊີ (ADB).

error: Content is protected !!