ນວ ມີອັກຄີໄພເກີດຂຶ້ນ 3 ຄັ້ງໃນເດືອນກັນຍາ

    ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ລາຍງານສະພາບການເກີດອັກຄີໄພທົ່ວນະຄອນຫຼວງວຽງຈັນ ໃນເດືອນຜ່ານມານີ້ ໃຫ້ຊາບວ່າ: ເດືອນກັນຍາ 2020 ຢູ່ນະຄອນຫຼວງ ວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 3 ຄັ້ງ ໃນນີ້ ມີໄຟໄໝ້ໃຫຍ່ 0 ຄັ້ງ ໄໝ້ກາງ 1 ຄັ້ງ ແລະ ໄໝ້ນ້ອຍ 2 ຄັ້ງ ຜົນເສຍຫາຍມີຫ້ອງນອນ 1 ຫ້ອງ ຮ້ານຂາຍເຄື່ອງອາເວີຍການຄ້າ 1 ຮ້ານ ພ້ອມດ້ວຍອາຄານ 3 ຊັ້ນ 1 ຫຼັງ ຫ້ອງຄົວ ແລະ ຫ້ອງອາຫານ 1 ຫຼັງ ມູນຄ່າຄວາມເສຍຫາຍເປັນເງິນກີບ 30 ລ້ານກີບ ເງິນໂດລາ 411.000 ໂດລາ ສຳລັບສາເຫດທີ່ພາໃຫ້ເກີດອັກຄີໄພ ແມ່ນເກີດຈາກໄຟຟ້າຊ໋ອດ 1 ລາຍ ໃຕ້ທູບທຽນບູຊາ 1 ລາຍ ແລະ ແກັສຮົ່ວໄຫຼ 1 ລາຍ. 

    ເພື່ອຫຼີກລ່ຽງໄພອັນຕະລາຍທີ່ອາດເກີດຂື້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ທຸກອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ທັງລາວ ແລະ ຊາວຕ່າງຊາດທີ່ດຳ ລົງຊີວິດຢູ່ໃນນະຄອນຫຼວງວຽງຈັນ ຈົ່ງມີສະຕິລະວັງຕົວໃນການຊົມໃຊ້ຟືນໄຟໃຫ້ຖືກຕ້ອງ ຄຸ້ມຄອງໃຫ້ຖືກຫຼັກການ ຖ້າເຮົາຢຸດການນຳໃຊ້ແລ້ວ ໃຫ້ປິດສະວິດໄຟ ຖອດປັກສຽບອອກ ຫຼື ງັບແບຣກເກີລົງທຸກຄັ້ງ ໃຫ້ຖືເອົາວຽກງານປ້ອງກັນອັກຄີໄພເປັນວຽກປະຈຳວັນຂອງເຮົາ ບໍ່ໃຫ້ປະໝາດ ຖ້າເຮົາຖືເບົາ ຫຼື ປະໝາດອາດຈະເສຍໃຈຕາມຫຼັງ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!