ລາວ-ຣັດເຊຍ ສະຫຼອງສາຍພົວພັນການທູດ ຄົບຮອບ 60 ປີ

    ໃນວັນທີ 7 ຕຸລາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ ຂຶ້ນ ໂດຍມີ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າໃຫ້ລັດຖະບານແຫ່ງສະຫະພັນຣັດເຊຍ ພ້ອມດ້ວຍບັນດາລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າໜ້າທີ່ຂັ້ນສູງຂອງລາວ ບັນດາທູຕານຸທູດປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ໂອກາດນີ້ ທ່ານ ສະເຫລີມໄຊ ກົມມະສິດ ແລະ ທ່ານ ວະລາດີເມຍ ກາລີນິນ ໄດ້ຜັດປ່ຽນກັນຂຶ້ນມີຄວາມເຫັນ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດແຫ່ງການພົວພັນຮ່ວມມືຕະຫຼອດໄລຍະ 60 ປີຜ່ານມາ ລະຫວ່າງສອງລັດຖະບານ ກໍຄືພາກເອກະຊົນ  ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ໃນໄລຍະໃໝ່ນີ້ ການພົວພັນຮ່ວມມືລະຫວ່າງສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ ສອງປະເທດມີຄວາມເຊື່ອໝັ້ນ ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ບົນພື້ນຖານການເປັນປະເທດຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ ພ້ອມທັງໄດ້ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນໃນທຸກລະດັບຢ່າງປົກກະຕິ ທັງພາກລັດ ແລະ ເອກະຊົນ. 

    ພ້ອມດຽວກັນນີ້ ການພົວພັນຮ່ວມມືຂອງສອງປະເທດ ຍັງສືບຕໍ່ເສີມຂະຫຍາຍໃນຫຼາຍດ້ານເຊັ່ນ: ດ້ານເສດຖະກິດ-ການຄ້າ ການລົງທຶນ ການທ່ອງທ່ຽວ ການທະຫານ ການສຶກສາ-ວັດທະນະທຳ ສາທາລະນະສຸກ ແລະ ດ້ານອື່ນໆ ເຊິ່ງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານນັ້ນ ມີຄວາມໝັ້ນຄົງໜັກແໜ້ນ ແລະ ມີໝາກຜົນຕົວຈິງຍິ່ງໆຂຶ້ນ.

# ຂ່າວ & ພາບ: ວຽງມາ

error: Content is protected !!