ອະນຸກໍາມະການອະນາໄມ ປະດັບປະດາຕົວເມືອງ ແລະ ຮັກສາສຸຂະພາບ ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຜ່ານມາ

    ອະນຸກໍາມະການອະນາໄມ ປະດັບປະດາຕົວເມືອງ ແລະ ຮັກສາສຸຂະພາບ ໄດ້ຈັດກອງປະຊຸມທາງໄກຂຶ້ນວັນທີ 8 ຕຸລາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານອະນາໄມ ປະດັບປະດາຕົວເມືອງ ແລະ ຮັກສາສຸຂະພາບໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງອະນຸກໍາມະການອະນາໄມ ປະດັບປະດາຕົວເມືອງ ແລະ ຮັກສາສຸຂະພາບ ກະກຽມສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ. 

    ກອງປະຊຸມເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າອະນຸກໍາມະການອະນາໄມປະດັບປະດາຕົວເມືອງ ແລະ ຮັກສາສຸຂະພາບ ເພື່ອກະກຽມສະເຫຼີມສະຫຼອງວັນສໍາຄັນຂອງພັກ ຂອງຊາດປີ 2020 ມີລັດຖະມົນຕີ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ພ້ອມດ້ວຍບັນດາພະແນກການເຂົ້າຮ່ວມ.

# ຂ່າວ & ພາບ: ຂັນທະວີ

error: Content is protected !!