ພິທີມອບໃບຢັ້ງຢືນ ຖິ່ນກຳເນີດຜ້າໄໝຫົວພັນ ໃຫ້ສະມາຄົມສົ່ງເສີມຜ້າໄໝຫົວພັນ ຈັດຂຶ້ນໃນວັນທີ 7 ຕຸລາ 2020 ຢ່າງເປັນທາງການ ທີ່ເມືອງຊຳເໜືອ ແຂວງຫົວພັນ ເປັນກຽດມອບໃບຢັ້ງຢືນໂດຍທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ແລະ ຮັບແມ່ນທ່ານນາງ ແພງ ຈັນທະຈິດ ປະທານສະມາຄົມສົ່ງເສີມຜ້າໄໝຫົວພັນ ມີທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ ທ່ານນາງ ແພງ ກັນຍາພິມ ຮອງເຈົ້າແຂວງຫົວພັນ ພ້ອມສະມາຊິກ ຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ແພງ ກັນຍາພິມ ໄດ້ກ່າວວ່າ: ແຂວງຫົວພັນ ເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ມີເອກະລັກທາງດ້ານວັດທະນະທຳ ແລະ ມີປະຫວັດສາດຄວາມເປັນມາແຕ່ດຶກດຳບັນ ມີບົດບາດຕໍ່ຂະບວນປະຕິວັດປົດປ່ອຍປະເທດຊາດ ການປູກມອນ-ລ້ຽງມ້ອນ-ສາວໄໝ ແລະ ການຕ່ຳຫູກຢູ່ແຂວງຫົວພັນ ກໍໄດ້ມີມູນເຊື້ອສືບທອດກັນມາແຕ່ບູຮານນະການຜ່ານຫຼາຍເຊັ່ນຄົນ ໂດຍໄດ້ມີການພັດທະນາ ປະດິດຄິດສ້າງລວດລາຍອັນປານີດ ເປັນເອກະລັກໂດດເດັ່ນມາແຕ່ດຶກດຳບັນ ຜ້າໄໝຫົວພັນ ມີຄຸນນະພາບພິເສດຍ້ອນຄວາມອ່ອນນຸ່ມ ໜາແໜ້ນ ແລະ ເງົາງາມ ຍ້ອນນຳໃຊ້ໃບມອນ ແລະ ໂຕມ້ອນພັນພື້ນເມືອງ ທີ່ຜ່ານການປູກ ການລ້ຽງ ການສາວໄໝ ຍ້ອມສີທຳມະຊາດ ແລະ ການຕ່ຳຜ້າໄໝ ທີ່ນຳໃຊ້ກຳມະວິທີພູມປັນຍາທ້ອງຖິ່ນແບບດັ່ງເດີມ ເຊິ່ງໄດ້ມີການຂະຫຍາຍຕົວເປັນລຳດັບ ຈາກການຜະລິດຮັບໃຊ້ແບບຄອບຄົວ ມາຜະລິດເປັນສິນຄ້າ ແລະ ນຳໄປວາງສະແດງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຄີຍໄດ້ຮັບລາງວັນຊະນະເລີດຫຼາຍລະດັບ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ຜະລິດຕະພັນຜ້າໄໝຫົວພັນມີຊື່ສຽງໂດ່ງດັງ ແລະ ເປັນທີ່ຮູ້ຈັກຂອງສັງຄົມທັງພາຍໃນ ແລະ ຕ່າງປະເທດ ສາມາດສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າໃນທົ່ວແຂວງຫົວພັນ ຍ້ອນແນວນັ້ນ ຈຶ່ງໄດ້ກຳນົດເອົາຜ້າໄໝຫົວພັນ 19 ລາຍການຄື: ແພຕ່ຳດ້ານ ແພຍົກດອກ ແພເກັດ ຜ້າຂັນເຊີງ ຜ້າບ່ຽງ ຜ້າຕູ້ມ ຜ້າພັນຄໍ ຜ້າປູໂຕະ ຜ້າຫ້ອຍຝາ ຜ້າຮອງຈານ ຜ້າປົກບ່ອນ ສົບໝອນຜ້າ ແຂບເສື້ອ ແຂບຖົງ ແຂບກະເປົາ ແຂບຖົງພາຍ ແຂບເສື້ອ ສິ້ນຕີນສູງ ສິ້ນຕີນກາງ ສິ້ນຕີນນ້ອຍ ສິ້ນໝີ່ ສິ້ນສອງດູກ ສິ້ນຕໍ່ຫົວ ສິ້ນຕໍ່ຕີນ ສິ້ນມຸກ ເພື່ອປົກປ້ອງເປັນຖິ່ນກຳເນີດ ແນໃສ່ຊຸກຍູ້ສົ່ງເສີມຫົວຄິດປະດິດສ້າງທີ່ເປັນພູມປັນຍາທ້ອງຖິ່ນແບບດັ່ງເດີມທີ່ມືຊື່ສຽງແລ້ວນັ້ນ ໃຫ້ໄດ້ຮັບການປົກປ້ອງເປັນຊັບສິນທາງປັນຍາຂອງຄົນທ້ອງຖິ່ນແຂວງຫົວພັນ ເຊິ່ງຈະສາມາດນຳໄປໂຄສະນາເອກອ້າງເອກະລັກສະເພາະຂອງຜ້າໄໝຫົວພັນ ໃຫ້ເປັນທີ່ຮັບຮູ້ຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສ້າງມູນຄ່າເພີ່ມໃຫ້ຜ້າໄໝຫົວພັນເທື່ອລະກ້າວ ສະນັ້ນ ຈຶ່ງສະເໜີໃຫ້ສະມາຄົມສົ່ງເສີມຜ້າໄໜຫົວພັນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມນີ້ໄວ້ ພ້ອມທັງຮ່ວມແຮງຮ່ວມໃຈກັນປົກປ້ອງພູມປັນຍາ ທີ່ໄດ້ຮັບການຖ່າຍທອດມາແຕ່ປູ່ຍາຕາຍາຍ ໃຫ້ຄຽງຄູ່ກັບຊາວແຂວງຫົວພັນ ກໍຄືຊາວລາວຕະຫຼອດໄປ ພ້ອມກັນນັ້ນກໍໃຫ້ຂະຫຍາຍສະມາຊິກໄປແຕ່ລະເມືອງໃຫ້ທົ່ວເຖິງ ເອົາໃຈໃສ່ບໍລິຫານສະມາຄົມໃຫ້ມີຄວາມເຂັ້ມແຂງ ໜັ້ນຄົງ ແລະ ຍືນຍົງຕະຫຼອດໄປ.


# ຂ່າວ & ພາບ: ວຽງມາ