ພິທີເຊັນສັນຍາຮັບເໝົາໂຄງການກໍ່ສ້າງພື້ນຖານໂຄງລ່າງ ຫຼຸດຜ່ອນຄວາມທຸກຍາກຊຸດທີ 1 ລະຫວ່າງເຈົ້າຂອງໂຄງການ ຫ້ອງການຄະນະກຳມະການຮ່ວມມືລາວ-ຈີນ ກະຊວງແຜນການ ແລະ ການລົງທຶນ ແລະ ຜູ້ຮັບເໝົາກໍ່ສ້າງ ກຸ່ມບໍລິສັດກໍ່ສ້າງ ລົງທຶນ ແລະ ຫຸ້ນສ່ວນ ແຂວງຢຸນນານຈຳກັດ.

ໂຄງການນີ້ ເປັນໂຄງການຊ່ວຍເຫຼືອລ້າຂອງ ສປ ຈີນ ມູນຄ່າ 4 ຕື້ຢວນ ສຳລັບໜ້າວຽກໂຄງການ ປະກອບມີ ກໍ່ສ້າງລະບົບນ້ຳສະອາດ 100 ບ້ານ ສຸກສາລາ 100 ແຫ່ງ ດຶງໄຟຟ້າເຂົ້າບ້ານ ແລະ ເຖິງຄົວເຮືອນ100 ບ້ານ ແລະ ຕິດຕັ້ງໂທລະພາບດິຈີຕອນຜ່ານດາວທຽມໃຫ້ 100ບ້ານ ແຕ່ເບື້ອງຕົ້ນ ຊຸດທີ 1 ຈະຈັດຕັ້ງປະຕິບັດຢູ່ແຂວງຫຼວງພະບາງ ແລະ ແຂວງວຽງຈັນ 30 ບ້ານກ່ອນ ໃຫ້ສຳເລັດ 18 ເດືອນ ຈາກນັ້ນ ຈະໄດ້ຈັດຕັ້ງປະຕິບັດໂຄງການຊຸດທີ 2 ຊຸດທີ 3 ແລະ ຊຸດທີ 4 ຕາມດຳລັບ
# ຂ່າວ & ພາບ: ສົມສະຫວັນ