ບົດຮຽນກ່ຽວກັບການຄຸ້ມຄອງຊັບສິນທາງປັນຍາ

ພົບ​ກັນ​ປະ­ຈຳ​ວັນ​ນີ້ ມີ​ເລື່ອງ​ມາ​ເລົ່າ​ສູ່​ຟັງ ກ່ຽວ​ກັບ​ມາດ​ຕະ­ການ​ທາງ​ກົດ­ໝາຍ​ຂອງ ສປ ຈີນ ແລະ ຍີ່­ປຸ່ນ ເພື່ອ​ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ­ຍາ.

ທີ່ ສປ ຈີນ: ຂ່າວ​ຕ່າງ­ປະ­ເທດ ໃນ​ຕົ້ນ​ເດືອນ​ມີ­ນາ 2019 ໃຫ້​ຮູ້​ວ່າ ທາງ​ການ​ຈີນ ໄດ້​ເພີ່ມ​ມາດ​ຕະ­ການ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ປັນ­ຍາ ທ່ານ ເສີນ​ຊາງ ຢິວ ຫົວ­ໜ້າ​ອົງ­ການ​ຊັບ​ສິນ​ທາງ​ປັນ­ຍາ​ຂອງ​ຈີນ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ທາງ​ການ​ຈີນ ຈະ​ສືບ­ຕໍ່​ນຳ​ໃຊ້​ມາດ​ຕະ­ການ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ­ສິດ­ທິ­ພາບ​ໃນ​ການ​ຄຸ້ມ​ຄອງ ກວດ­ກາ​ຊັບ​ສິນ​ທາງ​ປັນ­ຍາ ພາຍ​ໃນ 5 ປີ​ຕໍ່­ໜ້າ ດ້ວຍ​ວິ­ທີ​ການ​ດັ່ງ​ຕໍ່​ໄປ​ນີ້:

ຫຍໍ້​ເວ­ລາ​ສຳ­ລັບ​ກວດ­ກາ ກາ​ໝາຍ​ສິນ­ຄ້າ​ຈາກ 1 ຄັ້ງ​ຕໍ່ 8 ເດືອນ ໃນ​ເມື່ອ​ກ່ອນ ມາ​ເປັນ 4 ເດືອນ/ຄັ້ງ ຫຍໍ້​ໄລ­ຍະ​ເວ­ລາ​ກວດ­ກາ​ລິ​ຂະ​ສິດ​ການ​ປະ­ດິດ​ສ້າງ​ໃໝ່ໆ​ທົ່ວ​ໄປ​ສັ້ນ​ເຂົ້າ ສ່ວນ​ເວ­ລາ​ສຳ­ລັບ​ກວດ­ກາ​ລິ​ຂະ​ສິດ​ທີ່​ມີ​ມູນ​ຄ່າ​ສູງ​ນັ້ນ ຕ້ອງ​ເຮັດ​ໃຫ້​ສັ້ນ​ລົງ​ກວ່າ​ເກົ່າ​ເຄິ່ງ​ໜຶ່ງ ໃນ​ປີ 2018 ທາງ​ການ​ຈີນ​ໄດ້​ສຸມ​ໃສ່​ບຳ­ລຸງ​ສ້າງ​ຖັນ​ແຖວ​ພະ­ນັກ­ງານ​ຮັບ­ຜິດ­ຊອບ​ກວດ­ກາ​ຊັບ​ສິນ​ທາງ​ປັນ­ຍາ​ໃຫ້​ຫຼາຍ​ຂຶ້ນ ທັງ​ສ້າງ​ລະ­ບົບ​ສຳ​ຫຼວດ​ກວດ­ກາ​ແບບ​ອັດ​ສະ​ລິ​ຍະ ຫຼຸດ​ຂັ້ນ​ຕອນ​ການ​ກວດ­ກາ ປະ­ດິດ​ສ້າງ ແລະ ນຳ​ໃຊ້​ແນວ​ຄິດ ກໍ​ຄື ຮູບ​ແບບ​ໃໝ່​ໃນ​ການ​ເຮັດ​ວຽກ​ຂອງ​ຂະ­ແໜງ​ຄຸ້ມ​ຄອງ-ກວດ­ກາ​ຊັບ​ສິນ​ທາງ​ປັນ­ຍາ ສ່ວນ​ອີກ​ຂ່າວ​ໜຶ່ງ​ຈາກ ສປ ຈີນ (ວຽງ​ຈັນ​ທາມ 3 ສິງ­ຫາ 2018) ນັ້ນ ກໍ​ໄດ້​ໃຫ້​ຮູ້​ວ່າ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ຕະ­ຫຼາດ​ແຫ່ງ​ຊາດ​ຈີນ ໄດ້​ປະ­ກາດ​ແຜນ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຜະ­ລິດ ແລະ ຈຳ­ໜ່າຍ​ສິນ­ຄ້າ​ປອມ​ແປງ ແລະ ສິນ­ຄ້າ​ຄຸນ​ນະ​ພາບ​ຫຼຸດ​ມາດ­ຕະ­ຖານ ລວມ​ທັງ​ຜະ­ລິດ​ຕະ​ພັນ​ທີ່​ລອກ​ຮຽນ​ແບບ​ສິນ­ຄ້າ​ຊື່​ດັງ ທາງ​ຄະ­ນະ​ກຳ­ມະ­ການ​ຈະ​ເລັ່ງ​ໃສ່​ແກ້​ໄຂ​ການ​ຜະ­ລິດ​ທີ່​ລະ­ເມີດ​ລິ​ຂະ​ສິດ ການ​ຂາຍ​ສິນ­ຄ້າ​ປອມ ແລະ ການ​ໂຄ­ສະ­ນາ​ສິນ­ຄ້າ​ແບບ​ຫຼອກ​ລວງ ຫຼື ຜິດ​ກົດ­ໝາຍ ຄະ­ນະ​ກຳ­ມະ­ການ​ຮຽກ­ຮ້ອງ​ໃຫ້​ມີ​ລະ­ບົບ​ສອບ​ສວນ​ຢ່າງ​ກວ້າງ­ຂວາງ ແລະ ເລິກ­ເຊິ່ງ ບັນ­ດາ​ຜະ­ລິດ​ຕະ​ພັນ ໂດຍ​ເລີ່ມ​ແຕ່​ຂອດ​ການ​ຜະ­ລິດ ສູ່​ການ​ຂາຍ ຜະ­ລິດ​ຕະ​ພັນ​ທີ່​ຜິດ​ກົດ­ໝາຍ.

ທີ່ ຍີ່­ປຸ່ນ: ຂ່າວ​ຕ່າງ­ປະ­ເທດ​ໃຫ້​ຮູ້​ໃນ​ເດືອນ​ກຸມ­ພາ 2019 ກ່ຽວ​ກັບ​ກອງ​ປະ­ຊຸມ​ຈັດ​ຂຶ້ນ ເພື່ອ​ຊອກ​ຊ່ອງ​ທາງ​ແກ້​ໄຂ​ບັນ­ຫາ​ການ​ລະ­ເມີດ​ລິ​ຂະ​ສິດ​ຢູ່ ຍີ່­ປຸ່ນ ເຊັ່ນ: ການ​ລັກ­ລອບ​ດາວ​ໂຫຼດ​ບົດ​ປະ­ພັນ ກໍ​ຄື ເກມ​ຄອມ​ພິວ​ເຕີ​ທີ່​ລະ­ບາດ​ຢູ່​ທົ່ວ​ໄປ ຂ່າວ​ບອກ​ວ່າ ກອງ​ປະ­ຊຸມ​ໄດ້​ສົ່ງ​ບົດ​ລາຍ​ງານ​ໃຫ້​ອົງ­ການ​ກິດ­ຈະ­ການ​ດ້ານ​ວັດ­ທະ­ນະ­ທຳ ໂດຍ​ໄດ້​ຮຽກ­ຮ້ອງ​ໃຫ້​ມີ​ມາດ​ຕະ­ການ​ແກ້​ໄຂ​ບັນ­ຫາ​ການ​ລັກ­ລອບ​ດາວ​ໂຫຼດ​ຜົນ­ງານ​ທີ່​ເປັນ​ລິ​ຂະ​ສິດ​ຂອງ​ບຸກ­ຄົນ ໂດຍ​ໃຫ້​ກວມ​ເອົາ​ລິ​ຂະ​ສິດ​ທີ່​ກວ້າງ­ຂວາງ​ກວ່າ​ເກົ່າ ເພາະ​ມາດ​ຕະ­ການ​ທີ່​ປະ­ຕິ­ບັດ​ກັນ​ມາ​ໃນ​ເມື່ອ​ກ່ອນ​ນັ້ນ ກວມ​ເອົາ​ສະ­ເພາະ​ແຕ່​ການ​ຫ້າມ​ລັກ­ລອບ​ດາວ​ໂຫຼດ​ວີ​ດີ​ໂອ ແລະ ດົນ­ຕີ​ເທົ່າ​ນັ້ນ ບົດ​ລາຍ​ງານ​ໄດ້​ສະ­ເໜີ​ໃຫ້​ມີ​ບົດ​ລົງ­ໂທດ​ບັນ­ດາ​ເວັບ​ໄຊ “ປີງ” ທີ່​ເປັນ​ຫົວ​ໂປ່​ໂຕ​ການ​ໃນ​ການ​ປະ­ສານ​ງານ​ກັບ​ບັນ­ດາ​ເວັບ​ໄຊ​ທີ່​ລະ­ເມີດ​ລິ​ຂະ​ສິດ ສ່ວນ­ວ່າ​ຈະ​ມີ​ການ​ລົງ­ໂທດ​ພວກ​ກະ­ທຳ​ຜິດ​ໃນ​ລະ­ດັບ​ໃດ​ນັ້ນ ກໍ​ຍັງ​ຕ້ອງ​ໄດ້​ມີ​ຄວາມ​ລະ­ມັດ­ລະ­ວັງ ເພາະ​ມັນ​ອາດ​ຈະ​ສົ່ງ​ຜົນ​ກະ­ທົບ​ຕໍ່​ຊີ­ວິດ ແລະ ອິດ­ສະ­ຫຼະ­ພາບ​ໃນ​ການ­ສະ­ແດງ​ອອກ​ຂອງ​ປະ­ຊາ­ຊົນ ກອງ​ປະ­ຊຸມ​ໄດ້​ສະ­ເໜີ​ໃຫ້​ມີ​ການ​ລົງ­ໂທດ​ໃສ່​ສະ­ເພາະ​ຄວາມ​ຜິດ​ທີ່​ຮ້າຍ​ແຮງ​ເທົ່າ​ນັ້ນ ຄື ຜູ້​ກະ­ທຳ​ຜິດ​ຄວນ​ໄດ້​ຮັບ​ໂທດ​ຕິດ​ຄຸກ ສູງ​ສຸດ 2 ປີ ແລະ ເສຍ​ຄ່າ​ປັບ​ໃໝ​ເປັນ​ເງິນ 2 ລ້ານ​ເຢັນ (ປະ­ມານ 18.100 ໂດ​ລາ​ສະ­ຫະ­ລັດ) ຫຼື ທັງ​ຖືກ​ຈຳ​ຄຸກ ແລະ ທັງ​ຖືກ​ປັບ​ໃໝ ຕາມ​ສະ­ຖິ­ຕິ​ໃນ​ເດືອນ​ເມ­ສາ 2018 ຄວາມ​ເສຍ​ຫາຍ​ຈາກ​ການ​ລະ­ເມີດ​ລິ​ຂະ​ສິດ ດ້ວຍ​ວິ­ທີ​ດາວ​ໂຫຼດ​ຜົນ­ງານ​ຄົນ​ອື່ນ​ຢ່າງ​ຜິດ​ກົດ­ໝາຍ​ໃນ​ຍີ່­ປຸ່ນ ນັ້ນ ມີ​ມູນ​ຄ່າ​ສູງ​ເຖິງ 300 ຕື້​ເຢັນ.

error: Content is protected !!