ມື້ນີ້ Instagram ສະເຫຼີມສະຫຼອງ ວັນຄົບຮອບ 10 ປີ ແລະ ພວກເຮົາມາເບິ່ງນຳກັນວ່າ ຜູ້ຊົມໃຊ້ Instagram ຊ່ວຍປ່ຽນໂລກໄດ້ແນວໃດ. ໃຜຈະຄາດເດົາໄດ້ວ່າໃນປີ 2014, ນັກອາວະກາດ ສະຕີເວັນ ອາ.ສະວານສັນ (Steven R.Swanson) ຈະແບ່ງປັນ ພາບທຳອິດທີ່ຖ່າຍຈາກນອກໂລກ. ບີອອນເຊ (Beyonc໙) ປະກາດໃຫ້ຄົນທົ່ວໂລກຕົກໃຈດ້ວຍ ຮູບຖືພາຂອງນາງ ເຊິ່ງເປັນພາບທີ່ໜ້າຈົດຈຳ; ສັນຕະປະປາກໍເຂົ້າມາເປັນສ່ວນໜຶ່ງເຊັ່ນກັນ. ໃນຂະນະທີ່ ກາເຟ Dalgona ໄດ້ຮັບຄວາມນິຍົມໃນໄລຍະຈຳກັດບໍລິເວນ.ໂດຍຊຸມຊົນຜູ້ຊົມໃຊ້ກວ່າ 1 ຕື້ຄົນທົ່ວໂລກ, ພວກເຮົາກໍໄດ້ສັງເກດເຫັນວິທີທີ່ຄົນທົ່ວໂລກເອີ້ນກັນຊຸມນຸມເພື່ອຊ່ວຍເຫຼືອກັນ ແລະ ເຊື່ອມຕໍ່ຫາກັນ, ດ້ວຍຫົວຂໍ້ທີ່ກ່າວເຖິງບັນຫາສັງຄົມ ແລະ ໄດ້ຊຸກຍູ້ສົ່ງເສີມຂະບວນການເຊັ່ນ #blacklivesmatter, #metoo, #lovewins ແລະ ອື່ນໆ.

ໃນຂະນະທີ່ເຮົາສົ່ງເສີມຈຸດສຳຄັນນີ້. ແລະນີ້, ແມ່ນລາຍການອັບເດດໃໝ່ທີ່ຄົນລາວຈະສາມາດເຂົ້າເຖິງໄດ້ໃນໄວໆນີ້.
ອັບເດດຄົບຮອບ 10 ປີຂອງ Instagram:
– ແຜນທີ່ Stories: ເປັນຕາຕະລາງ ແລະ ແຜນທີ່ສ່ວນໂຕສຳລັບ story ທີ່ທ່ານໄດ້ແບ່ງປັນໃນໄລຍະ 3 ປີທີ່ຜ່ານມາ, ເພື່ອໃຫ້ທ່ານສາມາດກັບໄປເບິ່ງຄືນໂອກາດ ແລະ ເວລາດີໆທີ່ຜ່ານມາ. ທ່ານສາມາດ ແບ່ງປັນ, ດາວໂຫຼດ ແລະ ບັນທຶກເລື່ອງລາວພວກນີ້ໄວ້ໃນ highlights.
– ເຊີໄພ້ໃນແອັບ – ບອກເຮົາແນ່! ຖ້າທ່ານຄົ້ນພົບມັນແລ້ວ.
ອັບເດດສະຫວັດດີພາບ:
ການສ້າງປະສົບການທາງບວກໃຫ້ກັບຜູ້ຊົມໃຊ້ໃນໂລກ IG ນອກຈາກນີ້ Instagram ຍັງໃຫ້ຄວາມສຳຄັນກັບການສ້າງປະສົບການທາງບວກ ໃຫ້ກັບຜູ້ໃຊ້ ໂດຍການເພີ່ມຟີເຈີ້ ແລະ ຕົວຈັດການເນື້ອຫາທີ່ກໍ່ໃຫ້ເກີດການໂຕ້ຕອບດ້ານລົບ ລວມເຖິງການຮັບມີກັບປະເດັນການຂົ່ມເຫັງຄຸກຄາມ ໃນຂະນະທີ່ບໍລິບົດໂລກໄດ້ປ່ຽນໄປທັງໝົດໃນປີນີ້ Instagram ຍັງໃຫ້ຄວາມມຸ່ງໝັ້ນໃນການເປັນຜູ້ນຳໃນການຕໍ່ສູ້ກັບປັນຫາການຂົ່ມເຫັງໃນໂລກອອນລາຍ ໂດຍຜູ້ໃຊ້ສາມາດໃຊ້ຟີເຈີ້ໃໝ່ນີ້ດ້ວຍການ:
– ເຊື່ອງຄວາມຄິດເຫັນທີ່ມີການຂົ່ມເຫັງ: Instagam ໄດ້ທົດສອບຟີເຈີ້ອັດຕະໂນມັດເພື່ອເຊື່ອງຄຳເຫັນທີ່ມີລັກສະນະຄ້າຍກັບການໝິ່ນປະໝາດ ຫຼື ຂົ່ມເຫັງທີ່ຖືກລາຍງານມາກ່ອນ ໂດຍທ່ານສາມາດກົດໄປທີ່ “View Hidden Comments’ ເພື່ອເບິ່ງຄຳເຫັນນັ້ນ. ຄຳເຫັນທີ່ລະເມີດມາດຕະຖານຊຸມຊົນຈະຖືກລຶບອອກໄປ.
– ຂະຫຍາຍການກະຕຸ້ນເຕືອນ: ໂດຍມີການເພີ່ມຄຳເຕືອນເພີ່ມຕື່ມ ເພື່ອເປັນການກະຕຸ້ນໃຫ້ຜູ້ທີ່ກຳລັງພະຍາຍາມໂພສຄຳເຫັນ ທີ່ອາດເປັນການໝິ່ນປະໝາດ. ການແຈ້ງເຕືອນໃໝ່ໆນີ້ ຊ່ວຍກະຕຸ້ນໃຫ້ຜູ້ຄົນໄດ້ຢຸດຄິດ ແລະ ທົບທວນເຖິງຄຳເວົ້າຂອງຕົນທີ່ເຂົາເລືອກໃຊ້ ແລະ ເປັນການແຈ້ງເຖິງຜົນກະທົບທີ່ອາດເກີດຂື້ນໄດ້
ຂໍ້ມູນທົ່ວໂລກທີ່ໜ້າຮູ້
ດົນຕີ
– KPOP ເປັນປະເພດເພງອັນດັບ 1 ທີ່ໄດ້ຖືກກ່າວເຖິງຫຼາຍທີ່ສຸດໃນ Instagram.
ວິທີທີ່ຜູ້ໃຊ້ມັກສະແດງອອກ
– 10 AR effects ທີ່ຖືກໃຊ້ຫຼາຍທີ່ສຸດ
Summertimes
retroCAM
Orange
Heart Eyes
Subtle
Glitter
𝓂𝒾𝓃𝒾𝓂𝒶𝓁𝒾𝓈
Mono
saturatiON
Superzoom_romance
– 3 ອັກສອນທີ່ນິຍົມທີ່ສຸດທົ່ວໂລກ
– ກຳລັງດັງໃນປັດຈຸບັນ: 10 Gifs ໃນ story ທີ່ມີການໃຊ້ຫຼາຍທີ່ສຸດທົ່ວໂລກ
(ໄລຍະ 90ວັນຫຼັງ)
– Urban Spree New Post Sticker By Rylsee
– Valentines Day Love Sticker By Erma Fiend
– I Love You Hearts Sticker By GIPHY CAM
– In Love Hearts Sticker
– Cartoon Look Sticker By Javi Brations
– Cumple Happy Birthday Sticker By Vania Bachur
– Queen Magic Sticker By Chris Timmons
– Happy Birthday Party Sticker
– Love You Kiss Sticker By Martina Martian
– Happy Good Morning Sticker
– 1 ໃນ 5 ຂອງຜູ້ໃຊ້ IG ຈະລຶບ ຫຼື archive ຮູບໃນແຕ່ລະເດືອນ
ເກີດຂຶ້ນໃນການສົ່ງຂໍ້ຄວາມສ່ວນໂຕ
– ມີຫຼາຍກວ່າ 900 ລ້ານ emoji ທີ່ໃຊ້ຕອບກັນຕໍ່ມື້ (ໄລຍະ 2ອາທິດຫຼັງ)
ວັດທະນະທຳ meme
– ມີການນຳໃຊ້ meme ຫຼາຍກວ່າ 1 ລ້ານເທື່ອ ໃນ Instagram ຕໍ່ມື້.
– 3 ລ້ານຄົນຕິດຕາມ hashtag #memes ໃນ Instagram
ວິດີໂອ
– 50% ເບິ່ງວິດີໂອໃນ Instagram ຕໍ່ມື້
ຊ໊ອບປິ້ງ
– 90% ຕິດຕາມທຸລະກິດໃດໜຶ່ງໃນ Instagram
ຂອບໃຈທີ່ເປັນສ່ວນໜຶ່ງຂອງການເດີນທາງໃນຄັ້ງນີ້ ແລະ ຮ່ວມສະເຫຼີມສະຫຼອງຈຸດສຳຄັນນີ້ນຳພວກເຮົາ. ຕິດຕາມບັນຊີທາງການຂອງ Instagram ແລະ ຄົ້ນຫາແຮງບັນດານໃຈລາຍວັນໄດ້ທີ່ @instagram