ໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 26 ປີ ໃນວັນທີ 6 ຕຸລາ 2020 ທີ່ໂຮງຮຽນດັ່ງກ່າວ ມີທ່ານນາງ ຄຳຫວັນ ລາຊາຂັນຕີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ພອນປະເສີດ ເສດຖາທິຣາດ ຜູ້ອຳນວຍການໂຮງຮຽນ ມສ ມິດຕະພາບລາວ-ຫວຽດນາມ ພ້ອມດ້ວຍຕາງໜ້າບັນດາໂຮງຮຽນອ້ອມຂ້າງ ຄູ-ອາຈານ ພໍ່ແມ່ຜູ້ປົກຄອງ ນັກຮຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ພອນປະເສີດ ເສດຖາທິຣາດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການຮຽນ-ການສອນປີຮຽນ 2019-2020 ແລະ ທິດທາງແຜນວຽກຈຸດສຸມສົກຮຽນ 2020-2021 ຮັບຟັງການເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນຄູ ຈາກທ່ານນາງ ວຽງສີ ມະນີເພັດ ຮອງອຳນວຍການໂຮງຮຽນ ມສ ມິດຕະພາບ ໃນຕອນທ້າຍຂອງພິທີ ໄດ້ມອບໃບຍ້ອງຍໍໃຫ້ຄູ-ອາຈານທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນສິດສອນນັກຮຽນໄລຍະ 1 ປີຜ່ານມາ ພ້ອມທັງຮັບຟັງການໂອ້ລົມຈາກຂັ້ນເທິງ.


# ຂ່າວ & ພາບ: ອົ່ນໄຟສົນທອງ