ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 19 ແລະ ກອງປະຊຸມກ່ຽວຂ້ອງຜ່ານຮູບແບບທາງໄກ ຈັດຂຶ້ນວັນທີ 5-7 ຕຸລາ 2020 ເຊິ່ງຈະໄດ້ທົບທວນຄືນ ການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ແລະ ຜົນການປຶກສາຫາລືທີ່ກ່ຽວຂ້ອງ ເພື່ອຮອງຮັບໃນກອງປະຊຸມລັດຖະມົນຕີກົດໝາຍອາຊຽນຄັ້ງທີ 11 ໃນປີ 2021 ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບສົນທິສັນຍາອາຊຽນ ວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍໃນເລື່ອງອາຍາ ການພັດທະນາສົນທິສັນຍາອາຊຽນ ວ່າດ້ວຍການສົ່ງຜູ້ຮ້າຍຂ້າມແດນ ການປະສານງານກັບສະມາຄົມກົດໝາຍອາຊຽນ ການຮ່ວມມືລະຫວ່າງເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ແລະ ພາຍນອກ ການສ້າງຄວາມເຂັ້ມແຂງໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງດ້ານກົດໝາຍແພ່ງ ແລະ ການຄ້າລະຫວ່າງປະເທດສະມາຊິກອາຊຽນ ການສ້າງຄວາມກົມກຽວທາງດ້ານກົດໝາຍການຄ້າອາຊຽນ ຫົວຂໍ້ລິເລີ່ມ ຫຼື ບັນຫາອື່ນໆທີ່ກ່ຽວຂ້ອງກັບການຮ່ວມມືທາງດ້ານຍຸຕິທຳ ແລະ ກົດໝາຍ.

ສຳລັບກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 19 ແມ່ນກອງປະຊຸມທີ່ຈັດຂຶ້ນທຸກໆ 18 ເດືອນ ໂດຍຜັດປ່ຽນກັນເປັນເຈົ້າພາບ ລຽງຕາມຮອບວຽນຕົວອັກສອນຕາມກົດອາຊຽນ ໂດຍກອງປະຊຸມທາງໄກຄັ້ງນີ້ ສປປ ລາວ ຈະໄດ້ໂອນການເປັນປະທານກອງປະຊຸມໃຫ້ແກ່ມຽນມາເປັນເຈົ້າພາບ ເພື່ອສືບຕໍ່ເປັນປະທານກອງປະຊຸມດັ່ງກ່າວ.

# ຂ່າວ & ພາບ: ຂັນທະວີ