ສ ອາເມຣິກາ ສະໜອງລົດແພດພາກສະໜາມ ໃຫ້ກະຊວງປ້ອງກັນປະເທດ ສປປ ລາວ ໂດຍຜ່ານ ໂຄງການຈັດຫາເງິນທຶນໃຫ້ກອງທັບຕ່າງປະເທດ ວັນທີ 1 ຕຸລາ 2020 ຢູ່ກະຊວງດັ່ງກ່າວ ເຊິ່ງມອບໂດຍທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສ ອາເມຣິກາ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການສະໜອງລົດແພດຄັ້ງນີ້ ເປັນການຊ່ວຍເຫຼືອລ້າຄັ້ງທຳອິດ ທີ່ກະຊວງປ້ອງກັນປະເທດ ສ ອາເມ ຣິກາ ມອບແກ່ກະຊວງປ້ອງກັນປະເທດ ສປປ ລາວ ເຊິ່ງເປັນລົດ Ford Everest 9 ຄັນ ພ້ອມອຸປະ ກອນຄົບຊຸດ ແລະ ການເຝິກອົບຮົມ ລວມມູນຄ່າຫຼາຍກວ່າ 600.000 ໂດລາສະຫະລັດ ເພື່ອຊ່ວຍໃຫ້ທະ ຫານກອງທັບປະຊາຊົນລາວມີຄວາມສະດວກໃນເວລາປະຕິບັດໜ້າທີ່ຊ່ວຍເຫຼືອສຸກເສີນດ້ານການແພດ ແລະ ການຂົນສົ່ງຜູ້ທີ່ໄດ້ຮັບບາດເຈັບ ທັງເປັນການປັບປຸງ-ຍົກລະດັບຄວາມສາມາດຂອງເຈົ້າໜ້າ ທີ່ໃນການຮັບມືກັບໄພພິບັດທີ່ອາດເກີດຂຶ້ນຢູ່ເຂດຫ່າງໄກສອກຫຼີກຂອງ ສປປ ລາວ.

# ຂ່າວ & ພາບ: ສະບາໄພ