ຍີ່ປຸ່ນ ຊ່ວຍຂະຫຍາຍ-ກໍ່ສ້າງອາຄານ ໂຮງຮຽນມັດທະຍົມຕອນຕົ້ນ ບ້ານດິນດາກ

ລັດ­ຖະ­ບານ​ຍີ່­ປຸ່ນ ຊ່ວຍ­ເຫຼືອ​ລ້າ 83.973 ໂດ​ລາ​ສະ­ຫະ­ລັດ ຫຼື 773.490.481 ກີບ ເພື່ອ​ຂະ­ຫຍາຍ ແລະ ກໍ່­ສ້າງ​ອາ­ຄານ​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ຕອນ​ຕົ້ນ​ບ້ານ​ດິນ­ດາກ ເມືອງ​ຕຸ້ມ​ລານ ແຂວງ​ສາ­ລະ​ວັນ ພາຍ​ໃຕ້​ໂຄງ­ການ​ເສີມ​ສ້າງ​ຄວາມ​ໝັ້ນ­ຄົງ​ຂອງ​ມະ­ນຸດ​ໃນ​ຂັ້ນ​ຮາກ​ຖານ (GGP) ເຊິ່ງ​ອາ­ຄານ​ຮຽນ​ຫຼັງ​ເກົ່າ​ມີ​ຄວາມ​ຊຸດ­ໂຊມ ຈຳ­ນວນ​ນັກ­ຮຽນ​ຕໍ່ 1 ຫ້ອງ​ຮຽນ​ມີ​ຄວາມ​ໜາ​ແໜ້ນ ແລະ ເພີ່ມ​ຂຶ້ນ​ເລື້ອຍໆ ໂຄງ­ການ​ຈຶ່ງ​ມີ​ຈຸດ­ປະ­ສົງ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ການ​ສຶກ​ສາ​ຂອງ​ໂຮງ­ຮຽນ​ດັ່ງ­ກ່າວ ໂດຍ​ການ​ກໍ່­ສ້າງ​ອາ­ຄານ​ຮຽນ​ໃໝ່ ພ້ອມ​ທັງ​ປະ­ກອບ​ອຸ­ປະ­ກອນ​ການ​ສຶກ​ສາ​ຄົບ​ຊຸດ.

ພິ­ທີ​ມອບ-ຮັບ​ໂຄງ­ການ​ດັ່ງ­ກ່າວ ຈັດ​ຂຶ້ນ​ວັນ​ທີ 28 ກັນ­ຍາ​ຜ່ານ​ມາ ໂດຍ​ມີ​ທ່ານ ພູ​ທອງ ຄຳ​ມະ­ນີ​ວົງ​ຮອງ​ເຈົ້າ­ແຂວງ​ສາ­ລະ​ວັນ ທ່ານ ທາ​ເກ​ວາ​ກະ ເຄ​ໂຊ ເອກ​ອັກ­ຄະ­ລາ­ຊະ­ທູດ​ຍີ່­ປຸ່ນ ປະ­ຈຳ ສປປ ລາວ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ທ່ານ ທາ​ເກ​ວາ​ກະ ເຄ​ໂຊ ກ່າວ​ວ່າ: ຕົນ​ຮູ້­ສຶກ​ດີ­ໃຈ​ເປັນ​ຢ່າງ​ຍິ່ງ ທີ່​ໄດ້​ມີ​ໂອ­ກາດ​ມາ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ໃນ​ມື້​ສຳ­ເລັດ​ໂຄງ­ການ ໃນ​ວາ­ລະ​ຄົບ­ຮອບ 65 ປີ ແຫ່ງ​ການ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ທາງ​ການ​ທູດ ຍີ່­ປຸ່ນ-ລາວ ຍີ່­ປຸ່ນ​ຢາກ​ຈະ​ສືບ­ຕໍ່​ສະ­ໜັບ­ສະ­ໜູນ​ຄວາມ​ພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ​ລາວ​ ໃນ​ຂະ­ແໜງ­ການ​ສຶກ​ສາ.

# ຂ່າວ & ພາບ: ສະ­ບາ​ໄພ

error: Content is protected !!