ຂະຫຍາຍຮາກຖານກຳມະບານ ໄປຍັງຫົວໜ່ວຍທຸລະກິດ

ເພື່ອ​ເຮັດ​ໃຫ້​ອົງ​ການ­ຈັດ­ຕັ້ງ​ກຳ­ມະ­ບານ​ນັບ​ມື້​ນັບ​ເຂັ້ມ­ແຂງ ແລະ ໄປ​ສູ່​ທຸກ​ຂະ­ແໜງ­ການ ທຸກ​ຂົງ­ເຂດ​ທັງ​ພາກ​ລັດ ແລະ​ເອ­ກະ​ຊົນ ສະ­ຫະ­ພັນ​ກຳ­ມະ­ບານ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ໄດ້​ສືບ­ຕໍ່​ຂະ­ຫຍາຍ​ຮາກ​ຖານ​ກຳ­ມະ­ບານ​ໄປ​ສູ່​ຫົວ­ໜ່ວຍ​ທຸ­ລະ​ກິດ​ພາກ​ເອ­ກະ​ຊົນ  ຫຼ້າ​ສຸດ ວັນ​ທີ 2 ຕຸ­ລາ 2020  ໄດ້​ຈັດ​ພິ­ທີ​ຮັບ​ເອົາ​ສະ­ມາ­ຊິກ ໃໝ່ ແລະ ປະ­ກາດ​ການ­ຈັດ­ຕັ້ງ​ກຳ­ມະ­ບານ​ຮາກ​ຖານ​ບໍ­ລິ­ສັດ​ໂຕ້ ສົ່ງ­ເສີມ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ​ຄົບ​ວົງ​ຈອນ ນຳ​ເຂົ້າ-ສົ່ງ​ອອກ​ຈຳ­ກັດ ບໍ­ລິ­ສັດ​ຕັ້ງ​ຢູ່​ບ້ານ​ແສງ​ສະ­ຫວ່າງ ເມືອງ​ໄຊ​ເສດ​ຖາ ນວ ເຂົ້າ​ຮ່ວມ​ພິ­ທີ ມີ​ທ່ານ ດາວ​ເພັດ ອາ​ລຸນ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ ນວ.

ສະ­ມາ­ຊິກ​ກຳ­ມະ­ບານ​ໃໝ່​ຂອງ​ບໍ­ລິ­ສັດ​ມີ​ທັງ​ໝົດ 36 ຄົນ ໂດຍ​ກຳ­ມະ­ບານ​ຮາກ​ຖານ​ບໍ­ລິ­ສັດ​ມີ​ຄະ­ນະ 5 ທ່ານ ເຊິ່ງ​ທ່ານ ອຸ​ທັນ ໄຕ​ລິດ​ທີ ປະ­ທານ​ບໍ­ລິ­ສັດ​ເປັນ​ປະ­ທານ ທ່ານ ອຸ­ທອນ ໄຕ​ລິດ​ທີ ເປັນ​ຮອງ​ປະ­ທານ ທັງ​ເປັນ​ປະ­ທານ​ກວດ­ກາ ທ່ານ​ທຸນ​ລັດ­ສະ­ໝີ ສີ​ສົມ­ບັດ ທ່ານ ພັດ​ທະ​ໂກະ ທຳ​ມີ​ໂຍ ແລະ​ທ່ານ ຄຳ​ພອນ ຫານ​ຊະ­ນະ ເປັນ​ຄະ­ນະ.

# ຂ່າວ & ພາບ: ສົມ​ສະ­ຫວັນ

error: Content is protected !!