ເພື່ອສ້າງຄວາມສະດວກໃຫ້ຄົນລາວ ຜູ້ທີ່ມັກຮັບປະທານອາຫານທະເລແບບບຸບເຟ ດັ່ງນັ້ນ ຮ້ານອາຫານມຸນເດີໄນ ເຊິ່ງຕັ້ງຢູ່ແຄມນ້ຳຂອງ ບ້ານສີຖານເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ຂະຫຍາຍກິດຈະການເປີດບໍລິການບຸບເຟທະເລເຜົາ ເລີ່ມແຕ່ວັນທີ 3 ຕຸລາ 2020 ເປັນຕົ້ນມາ.

ທ່ານ ປະເສີດ ສິດທິພອນ ຜູ້ອຳນວຍການຮ້ານອາຫານມູນເດີໄນ ກ່າວວ່າ: ມາຮອດປັດຈຸບັນ ກິດຈະການຮ້ານອາຫານມຸນເດີໄນມີ 3 ຢ່າງ ຄື: ອາຫານຕາມສັ່ງ ຈັດງານແຕ່ງດອງ ແລະ ບຸບເຟທະເລເຜົາ ສຳລັບບຸບເຟທະເຜົາ ອາຫານ ແລະ ລາຄາແມ່ນຄືກັນກັບບຸບເຟຢູ່ແຂວງໜອງຄາຍ ປະເທດໄທ ຕໍ່ຫົວຄົນຜູ້ໃຫຍ່ 109.000 ກີບ ຜູ້ມີຄວາມສູງບໍ່ເກີນ 130 ຊັງຕີແມັດ ລາຄາເຄິ່ງໜຶ່ງ ແລະ ລວງສູງຫຼຸດ 90 ຊັງຕີແມັດລົງມາ ບໍ່ໄດ້ເສຍເງິນ ເປີດບໍລິການທຸກວັນເລີ່ມແຕ່ເວລາ 16.00-23:00 ໂມງ ມີ 24 ລາຍການອາຫານ ຮອງຮັບລູກຄ້າໄດ້ 480 ຄົນ ມີໂຕະ 60 ຊຸດ ຊຸດລະ 8 ຄົນ ທັງນີ້ກໍເພື່ອເປັນການສົ່ງເສີມລາວທ່ຽວລາວ ໄລຍະພະຍາດໂຄວິດລະບາດ.
# ຂ່າວ & ພາບ: ສົມສະຫວັນ