ນັກວິທະຍາສາດພົບເຊື້ອແບັກທີເຣຍໃໝ່ ທີ່ສາມາດຍ່ອຍສະຫຼາຍປຼັສຕິກໄດ້

ນັກ​ຄົ້ນ­ຄວ້າ​ໄດ້​ຄົ້ນ​ພົບ​ເຊື້ອ​ແບັກ​ທີ​ເຣຍ​ຊະ­ນິດ​ໃໝ່ ທີ່​ສາ­ມາດ​ກັດ​ກິນ​ໂພ​ລີ​ຢູ​ຣີ​ເທນ (polyurethane) ໄດ້ ເຊິ່ງ​ເປັນ​ປຼັສ​ຕິກ​ຊະ­ນິດ​ໜຶ່ງ​ທີ່​ມີ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ​ລີ​ໄຊ​ເຄີນ ຫຼື ທຳ­ລາຍ.

ນັກ­ວິ­ທະ­ຍາ­ສາດ​ເວົ້າ​ວ່າ ຜົນ​ການ​ຄົ້ນ​ພົບ​ເຫຼົ່າ​ນີ້ ອາດ​ຈະ​ຊ່ວຍ​ຫຼຸດ­ຜ່ອນ​ປະ­ລິ­ມານ​ຂອງ​ປຼັສ​ຕິກ ທີ່​ຍາກ​ທີ່​ຈະ​ນຳ​ກັບ​ມາ​ໃຊ້​ໃໝ່​ໃນ​ຫຼາຍ​ວິ­ທີ ເຊິ່ງ​ທັງ​ໝົດ​ນີ້ ໄດ້​ສິ້ນ​ສຸດ​ລົງ​ໃນ​ຂີ້​ເຫຍື້ອ​ຂອງ​ໂລກ ທີ່​ກໍ່­ໃຫ້­ເກີດ​ມົນ​ລະ​ພິດ​ໃນ​ມະ­ຫາ​ສະ­ໝຸດ.

ນັກ​ຄົ້ນ­ຄວ້າ​ຈາກ​ສູນ​ຄົ້ນ­ຄວ້າ​ສິ່ງ­ແວ­ດລ້ອມ Helmholtz Center for Leipzig ປະ­ເທດ​ເຢຍ​ລະ​ມັນ ໄດ້​ພົບ​ເຊື້ອ​ແບັກ​ທີ​ເຣຍ​ຊະ­ນິດ​ໃໝ່​ໃນ​ດິນ ໃນ​ບໍ­ລິ­ເວນ​ທີ່​ມີ​ເສດ​ປຼັສ​ຕິກ​ຈຳ­ນວນ​ຫຼາຍ ໂດຍ​ພົບ​ວ່າ​ເຊື້ອ​ແບັກ​ທີ​ເຣຍ​ດັ່ງ­ກ່າວ​ກຳ­ລັງ​ກັດ​ກິນ polyurethane ເຊິ່ງ​ແມ່ນ​ສານ​ທີ່​ຖືກ​ນຳ​ໃຊ້​ຢ່າງ​ກວ້າງ­ຂວາງ​ໃນ​ຜະ­ລິດ​ຕະ​ພັນ​ຕ່າງໆ.

ນັກ​ຄົ້ນ­ຄວ້າ​ຄາດ​ຄະ­ເນ​ວ່າ ໃນ​ປີ 2015 ມີ​ການ​ໃຊ້ polyurethane ໃນ​ການ​ຜະ​ລິດ​ປຼັສ​ຕິກ​ໃນ​ເອີ​ຣົບ ເຖິງ 3.500.000 ໂຕນ.

ເຖິງ​ຢ່າງ­ໃດ​ກໍ​ຕາມ ບັນ­ຫາ​ໜຶ່ງ​ໃນ​ການ​ລີ​ໄຊ​ເຄີນ polyurethane ຄື​ການ​ທີ່​ຕ້ອງ​ໃຊ້​ພະ­ລັງ­ງານ​ຈຳ­ນວນ​ຫຼາຍ ວັດ​ສະ​ດຸ​ປຼັສ​ຕິກ​ຈະ​ບໍ່​ລະ­ລາຍ​ເມື່ອ​ຖືກ​ຄວາມ​ຮ້ອນ ດັ່ງ­ນັ້ນ ຜະ­ລິດ​ຕະ​ພັນ​ທີ່​ເຮັດ​ຈາກ polyurethane ສ່ວນ​ຫຼາຍ​ຈະ​ສິ້ນ​ສຸດ​ລົງ​ໃນ​ຂີ້​ເຫຍື້ອ ເຊິ່ງ​ສາ­ມາດ​ປ່ອຍ​ສານ​ເຄ​ມີ​ທີ່​ເປັນ​ອັນ­ຕະ­ລາຍ.

ນອກ­ຈາກ​ນັ້ນ ນັກ​ຄົ້ນ­ຄວ້າ​ພົບ​ວ່າ​ເຊື້ອ​ແບັກ​ທີ​ເຣຍ​ທີ່​ມີ​ຊື່­ວ່າ Pseudomonasputida ສາ­ມາດ​ຜະ­ລິດ​ເອນ​ໄຊ​ທີ່​ກັດ​ກິນ polyurethane ເຊິ່ງ​ຈະ​ຊ່ວຍ​ທຳ­ລາຍ​ວັດ​ສະ​ດຸ​ປຼັສ​ຕິກ​ໃນ​ສະ­ພາບ​ແວດ​ລ້ອມ.

ທ່ານ Hermann Heipieper ຜູ້​ທີ່​ຊ່ວຍ​ໃນ​ການ​ຂຽນ​ບົດ​ລາຍ​ງານ ກ່າວ​ໃນ​ຖະ­ແຫຼງ­ການ​ວ່າ ການ​ຄົ້ນ​ພົບ​ສະ­ແດງ​ໃຫ້​ເຫັນ​ເຖິງ​ບາດ­ກ້າວ​ທີ່​ສຳ­ຄັນ ໃນ​ການ​ນຳ​ຜະ­ລິດ​ຕະ​ພັນ​ທີ່​ຍາກ​ທີ່​ຈະ​ຜະ­ລິດ​ຄືນ­ໃໝ່ (Polyurethane) ເອົາ​ມາ​ໃຊ້​ໃໝ່.

ການ​ຄົ້ນ­ຄວ້າ​ນີ້ ແມ່ນ​ສ່ວນ​ໜຶ່ງ​ຂອງ​ໂຄງ­ການ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ທີ່​ຄົ້ນ​ຫາ​ເພື່ອ​ຊອກ​ຫາ​ຈຸ​ລິນ​ຊີ​ທີ່​ມີ​ປະ­ໂຫຍດ ຈຸດ­ປະ­ສົງ​ແມ່ນ​ເພື່ອ​ຄົ້ນ​ຫາ​ສິ່ງ​ມີ​ຊີ­ວິດ ທີ່​ສາ­ມາດ​ຊ່ວຍ​ຫັນ​ປ່ຽນ​ປຼັສ​ຕິກ​ທີ່​ໃຊ້​ນ້ຳ­ມັນ ໃຫ້​ກາຍ­ເປັນ​ທາດ​ທີ່​ສາ­ມາດ​ຍ່ອຍ​ໄດ້.

ໃນ​ປີ 2011 ນັກ​ສຶກ​ສາ​ຢູ່​ມະ­ຫາ­ວິ­ທະ­ຍາ­ໄລ Yale ໄດ້​ດຳ­ເນີນ​ການ​ທົດ​ລອງ​ທີ່​ຄ້າຍ­ຄື​ກັນ​ນີ້ ໂດຍ​ການ​ຄົ້ນ​ພົບ​ແມ່­ພິມ​ທີ່​ສາ­ມາດ​ກິນ polyurethane ໄດ້ ເຖິງ​ແມ່ນ​ວ່າ​ບ່ອນ​ທີ່​ບໍ່​ມີ​ອາ­ກາດ ເຊັ່ນ​ວ່າ​ຢູ່​ທາງ​ລຸ່ມ​ຂອງ​ຂີ້​ເຫຍື້ອ.

ຕັ້ງ­ແຕ່​ນັ້ນ​ມາ ນັກ­ວິ­ທະ­ຍາ­ສາດ​ທົ່ວ​ໂລກ​ໄດ້​ພົບ​ເຫັນ​ເຫັດ​ຊະ­ນິດ​ອື່ນໆ ທີ່​ສາ­ມາດ​ຍ່ອຍ​ສະ­ຫຼາຍ polyurethane ໄດ້ ໃນ​ປີ 2017 ກຸ່ມ​ນັກ­ວິ­ທະ­ຍາ­ສາດ​ໄດ້​ຄົ້ນ​ພົບ​ເຊື້ອ​ເຫັດ​ທີ່​ສາ­ມາດ​ກັດ​ກິນ​ປຼັສ​ຕິກ​ໄດ້ ໂດຍ​ການ​ທຳ­ລາຍ​ສານ​ເຄ​ມີ​ຕົ້ນ­ຕໍ​ທີ່​ເຊື່ອມ​ຕໍ່​ປຼັສ​ຕິກ​ເຂົ້າ­ກັນ.

ແຕ່​ການ​ສຶກ​ສາ​ຂອງ​ເຢຍ​ລະ​ມັນ​ພົບ​ວ່າ ເຊື້ອ​ແບັກ​ທີ​ເຣຍ​ທີ່​ກິນ​ພາດ​ສະ​ຕິກ​ນັ້ນ ສາ­ມາດ​ຄວບ​ຄຸມ ແລະ ຜະ­ລິດ​ໄດ້​ງ່າຍ​ສຳ­ລັບ​ໃຊ້​ອຸດ­ສາ­ຫະ­ກຳ ນັກ​ຄົ້ນ­ຄວ້າ​ກ່າວ​ວ່າ ຂັ້ນ​ຕອນ​ຕໍ່​ໄປ​ຄື​ການ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເອັນ​ໄຊ​ຂອງ​ແບັກ​ທີ​ເຣຍ ທີ່​ສາ­ມາດ​ຍ່ອຍ​ສະ­ຫຼາຍ polyurethane ໄດ້ ແຕ່​ນັກ­ວິ­ທະ­ຍາ­ສາດ​ບາງ​ຄົນ​ບໍ່​ເຫັນ​ດີ​ນຳ ໂດຍ​ຊີ້​ໃຫ້​ເຫັນ​ວ່າ​ເອັນ​ໄຊ ຫຼື ຈຸ​ລິນ​ຊີ​ໃນ​ສະ­ພາບ​ແວດ​ລ້ອມ​ທີ່​ມະ­ນຸດ​ສ້າງ​ຂື້ນ ອາດ​ເປັນ​ອັນ­ຕະ­ລາຍ​ໄດ້.

error: Content is protected !!