ກະຊວງການຕ່າງປະເທດ ລາວ ແລະ ອາແຊັກໄບຊານ ຈັດກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງປະຖົມມະລຶກ

ໃນວັນທີ 8 ທັນວາ 2025 ທີ່ກະຊວງການຕ່າງປະເທດ ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງປະຖົມມະລຶກ ລະຫວ່າງ ສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊັກໄບຊານໄດ້ໄຂຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເອລນູຣ ມາມາດົບ (Elnur Mammadov) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອາແຊັກໄບຊານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ໄມທອງ ທໍາມະວົງສາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມ ຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນຂີດໝາຍອັນສຳຄັນປະກອບ ສ່ວນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືຂອງສອງປະເທດ ແລະ ມີຂຶ້ນໃນທ່າມກາງທີ່ສອງປະເທດພວມຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ອາແຊັກໄບຊານ ຄົບຮອບ 30 ປີ ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສະພາບ ການພົວພັນຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບການຮ່ວມມືສອງຝ່າຍ ຫຼາຍຝ່າຍ ແລະ ການຮ່ວມມືໃນຂົງເຂດຕ່າງໆທີ່ສອງຝ່າຍມາຄວາມສົນໃຈຮ່ວມກັນ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ເຊິ່ງນັບຕັ້ງແຕ່ ສປປ ລາວ ແລະ ສ.ອາແຊັກໄບຊານ ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 22 ພຶດສະພາ 1995 ເປັນຕົ້ນມາ ສອງປະເທດແມ່ນສືບຕໍ່ຮັກສາສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ພິເສດ ໃນປີ 2025 ນີ້ ສອງປະເທດໄດ້ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດນໍາກັນ.

ກອງປະຊຸມໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືໃນດ້ານຕ່າງໆ ເປັນຕົ້ນການພົວພັນຮ່ວມມືທາງດ້ານການເມືອງ ການຮ່ວມມືລະຫວ່າງສອງພັກການເມືອງ ການຮ່ວມມືທາງດ້ານລັດຖະສະພາ ດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ ການທ່ອງທ່ຽວ ການສຶກສາ ລວມເຖິງວຽກງານການເກັບກູ້ລະເບີດບໍ່ທັນແຕກ ເຊິ່ງທັງສອງປະເທດໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວ ເນື່ອງຈາກເປັນປະເທດທີ່ໄດ້ຮັບຜົນກະທົບຈາກລະເບີດຄືກັນ ນອກນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ໃນຕໍ່ໜ້າ ໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ ສອງຝ່າຍ ເຫັນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ກອງປະຊຸມຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ສະໜິດສະໜົມ ກົງໄປກົງມາ ສ້າງສັນ ແລະ ໄດ້ຮັບຫມາກຜົນຢ່າງຫນ້າເພິ່ງພໍໃຈ.

error: Content is protected !!