ຢຸດເຊົາການຖາງປ່າ ຈູດປ່າ ແລະ ຈູດສິ່ງເສດເຫຼືອແບບຊະຊາຍ ຫັນມາປູກຕົ້ນໄມ້ ແລ​ະ ບົວລະບັດໃຫ້ເຕີບໃຫຍ່

ສານຂອງພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ 2024 ເຊິ່ງທ່ານໄດ້ກ່າວວ່າ: ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫຼາຍ ໃນວັນທີ 5 ມິຖຸນາ ຂອງທຸກໆປີ ສປປ ລາວ ພວກເຮົາ ໄດ້ຮ່ວມກັບບັນດາປະເທດໃນທົ່ວໂລກ ຈັດພິທິສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງໃນປີນີ້ ວັນສິ່ງ ແວດລ້ອມໂລກ ແມ່ນຄົບຮອບ 51 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ແລະ ມີຄໍາຂວັນ “ຮ່ວມກັນຢຸດທໍາລາຍປ່າໄມ້ ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ ຕ້ານໄພແຫ້ງ ແລ້ງ ແລະ ໄພນ້ຳຖ້ວມ”.

ພວກເຮົາຖືເອົາການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ເປັນການປູກຈິດສໍານຶກ ແລະ ການປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າທົ່ວປະເທດ ແລະ ບັນດາອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດຮ່ວມແຮງຮ່ວມໃຈກັນ ຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາ ກອນທໍາມະຊາດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາລະບົບນິເວດ ແລະ ສຸຂະພາບທີ່ດີຂອງຄົນ ແລະ ສິ່ງທີມີຊີວິດອື່ນໆ ພ້ອມນີ້ ກໍເພື່ອເປັນການຕ້ານ ແລະ ສະກັດກັ້ນ ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ການກາຍເປັນທະເລຊາຍ ແລະ ໄພພິບັດທາງທໍາມະຊາດ.

ປັດຈຸບັນ ບັນຫາການບຸກລຸກທໍາລາຍປ່າໄມ້ ທີ່ດິນປ່າໄມ້ ການຖາງປ່າ ຈູດປ່າແບບຊະຊາຍ ແລະ ໄຟໄໝ້ລາມປ່າຢູ່ປະເທດພວກເຮົາ ກຳລັງເປັນຂະບວນແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ສະນັ້ນ ເພື່ອແນ່ໃສ່ການຄຸ້ມຄອງປົກປັກຮັກສາປ່າໄມ້ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ຮັບປະກັນໄດ້ຄວາມຍືນຍົງຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄວ້ໃຫ້ລູກຫຼານໃນອະນາຄົດ ພວກເຮົາຕ້ອງພ້ອມພຽງກັນ ແກ້ໄຂບັນຫາດັ່ງກ່າວນີ້ ໃຫ້ໄດ້ຢ່າງເດັດຂາດ.

ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ປັດຈຸບັນນີ້ ພື້ນທີ່ດິນຂອງໂລກຫຼາຍກວ່າ 40% ແມ່ນຖືກເສື່ອມໂຊມ ໃນຂະນະດຽວກັນ ປະຊາກອນຈຳນວນ 3,2 ຕື້ຄົນໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການກາຍເປັນທະເລຊາຍ ແລະ ຄາດວ່າຫຼາຍກວ່າ 3 ສ່ວນ 4 ຂອງປະຊາກອນໂລກ ຈະໄດ້ຮັບຜົນກະທົບຈາກໄພແຫ້ງ ແລ້ງໃນປີ 2050 ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ ໃນກອງປະຊຸມລັດພາຄີ ຄັ້ງທີ 15 ຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ ບັນດາປະເທດພາຄີໄດ້ໃຫ້ຄຳໝັ້ນສັນຍາວ່າຈະຕ້ອງແກ້ໄຂບັນຫາການເສື່ອມໂຊມຂອງດິນໃຫ້ໄດ້ 1 ພັນລ້ານເຮັກຕາ ພາຍໃນປີ 2030 ສໍາລັບ ສປປ ລາວ ພວກເຮົາ ກໍຈໍາເປັນຕ້ອງໄດ້ມີການຟື້ນຟູດິນ ແລະ ລະບົບນິເວດໃຫ້ມີຄວາມສົມບູນ ແລະ ທົນທານ ເພື່ອສາມາດຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ຊ່ວຍປົກປັກຮັກສາສິ່ງທີ່ມີຊີວິດເທິງໜ້າໂລກນີ້ ບໍ່ໃຫ້ສູນພັນໃນອະນາຄົດ ຜ່ານມາ ລັດຖະບານກໍໄດ້ຮ່ວມກັບປະຊາຄົມໂລກ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍເລີ່ມຈາກການເຂົ້າເປັນພາຄີຂອງຫຼາຍສົນທິສັນຍາທີ່ກ່ຽວຂ້ອງ ຈາກນັ້ນ ກໍໄດ້ວາງນະໂຍບາຍ ຍຸດທະສາດ ແລະ ນິຕິກຳອື່ນໆຫຼາຍສະບັບ ໂດຍສະເພາະ ໄດ້ອອກຄໍາສັ່ງ ເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ ທີ່ດິນປ່າໄມ້ ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້ ທີ່ດິນປ່າ ໄມ້ ແລະ ໄຟໄໝ້ລາມປ່າ ແນໃສ່ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ໃນການຈັບຈອງ ຊື້-ຂາຍທີ່ດິນປ່າໄມ້ ການຖາງປ່າ ການຈຸດປ່າທີ່ແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ້າວໄປເຖິງການຢຸດຕິຢ່າງສິ້ນເຊີງ ເຊິ່ງທັງໝົດນີ້ ກໍເພື່ອເເນໃສ່ການຄຸ້ມຄອງ ປົກປັກຮັກສາ ແລະ ນຳໃຊ້ທີ່ດິນ ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເກີດຜົນປະ ໂຫຍດສູງສຸດແກ່ປະເທດຊາດ ຮັບປະກັນຄວາມສົມສ່ວນ ລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມໄປຕາມທິດສີຂຽວ ແລະ ຍືນຍົງ.

ເນື່ອງໃນໂອກາດການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ໃນປີນີ້ ໃນນາມຕາງໜ້າລັດຖະບານ ສປປ ລາວ ຂ້າພະເຈົ້າຂໍຮຽກຮ້ອງມາຍັງການຈັດຕັ້ງທຸກພາກສ່ວນ ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ອົງການຈັດຕັ້ງທາງສັງຄົມ ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ເຂັ້ມງວດໃນການຄຸ້ມຄອງ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍການປະຕິບັດແນວທາງ ນະໂຍບາຍ ຍຸດທະສາດ ກົດໝາຍ ລະບຽບການ ກ່ຽວກັບການຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ນໍາໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້ ຫັນປ່ຽນພຶດຕິກໍາ ຈາກການທໍາລາຍຊັບພະຍາກອນທໍາມະຊາດ ມາເປັນການຄຸ້ມຄອງ ແລະ ນໍາໃຊ້ຊັບພະຍາ ກອນທໍາມະຊາດ ຢ່າງສົມເຫດສົມຜົນ ໄປຕາມທິດສີຂຽວ ແລະ ຍືນຍົງ.

ນະໂອກາດນີ້ ເພື່ອເປັນການຜັນຂະຫຍາຍຈິດໃຈດັ່ງກ່າວ ທັງເປັນການສະເຫຼີມສະຫຼອງວັນສິ່ງແວດ ລ້ອມໂລກ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງຄໍາຂວັນປີນີ້ ສອດຄ່ອງກັບຂະບວນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຂ້າພະເຈົ້າຂໍໃຫ້ທຸກຄົນ ການຈັດຕັ້ງ ໂຮງຮຽນ ສະຖານທີ່ຕ່າງໆ ແລະ ທຸກພາກສ່ວນທົ່ວສັງຄົມລາວ ຈົ່ງຢຸດເຊົາການຖາງປ່າ ຈູດປ່າ ແລະ ຈູດສິ່ງເສດເຫຼືອແບບຊະຊາຍ ແລ້ວຫັນມາປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍຜູ້ລະ 1 ຕົ້ນ ບົວລະບັດຕົ້ນໄມ້ທີ່ປູກໄປແລ້ວໃຫ້ເຕີບໃຫຍ່ ພ້ອມທັງເກັບມ້ຽນຂີ້ເຫຍື້ອຕາມ 3 ຫຼັກການ ຄື:1.ຫຼຸດປະລິມານການນຳໃຊ້ 2.ນຳເອົາສິ່ງຂອງທີ່ໃຊ້ແລ້ວກັບມາໃຊ້ຄືນ ແລະ 3.ນໍາເອົາໄປຜະລິດຄືນໃໝ່ ໄປພ້ອມໆກັບອະນາໄມຕົວເມືອງ ເພື່ອສ້າງປະເທດລາວ ໃຫ້ຂຽວສະອາດງາມຕາ.

error: Content is protected !!