ໜ່ວຍກຳມະບານ 17 ຮາກຖານ ກະຊວງການຕ່າງປະເທດໄດ້ໃບຢັ້ງຢືນກໍາມະບານ 5 ເປັນເຈົ້າ

    ໃນວັນທີ 16 ຕຸລາ 2023 ທີ່ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມກາງສະໄໝຂອງສະຫະພັນກຳມະບານກະຊວງການຕ່າງປະເທດ ສະໄໝທີ XI ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ກຳມະການຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ) ມີບັນດາສະຫາຍກໍາມະການຄະນະພັກກະຊວງ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຄະນະໜ່ວຍພັກ ຄະນະກົມ ຄະນະພະແນກ ແລະ ບັນດາສະມາຊິກກຳມະບານກະຊວງການຕ່າງປະເທດ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຄຳໄພ ພັນທອງດີ ຮອງປະທານສະຫະພັນກຳມະບານກະຊວງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກາງສະໄໝປະຈຳປີ 2021-2023 ແລະ ທິດທາງແຜນການ ປະຈຳປີ 2023-2025 ຂອງ ສະຫະພັນກຳມະບານກະຊວງ ໂດຍໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ ທີ່ສືບຕໍ່ຜັນແປຢ່າງໄວວາ ສັບສົນ ແລະ ຄາດຄະເນໄດ້ຍາກ ທີ່ໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ສັນຕິພາບ ການພັດທະນາ ແລະ ການດໍາລົງຊີວິດຂອງຜູ້ອອກແຮງງານໃນທົ່ວໂລກ ເປັນຕົ້ນບັນຫາຄວາມຂັດແຍ່ງທາງດ້ານການເມືອງ ການແຂ່ງຂັນດ້ານການທະຫານ ການຂວໍ້າບາດທາງດ້ານເສດຖະກິດ ຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ ບັນຫາໄພພິບັດທາງທຳມະຊາດ ພະຍາດລະບາດ ແລະ ອື່ນໆ ຕໍ່ສະພາບການດັ່ງກ່າວ ຕະຫຼອດໄລຍະ 2 ປີຜ່ານມາ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກກະຊວງ ສູນກາງສະຫະພັນກໍາມະບານລາວ ແມ່ນໄດ້ເອົາໃຈໃສ່ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ສ້າງທຸກຄວາມພະຍາຍາມຜ່ານຜ່າອຸປະສັກ ເອົາໃຈໃສ່ເບິ່ງແຍງໃຫ້ການຊ່ວຍເຫຼືອ ຊຸກຍູ້ໃຫ້ກໍາລັງໃຈຕໍ່ກັນເພື່ອພັດທະນາຕົນເອງ ພັດທະນາການຈັດຕັ້ງ ເຮັດໜ້າທີ່ການເມືອງ ຮັກສາ ແລະ ເຊີດຊູມູນເຊື້້ອກໍາມະບານລາວ ມູນເຊື້ອຂອງພັກ ປະຕິບັດພັນທະຕໍ່ພັກ-ຕໍ່ລັດ ຕໍ່ປະຊາຊົນດ້ວຍຄວາມຮັບຜິດຊອບ ແລະ ຕັ້ງໜ້ານໍາເອົາແນວທາງນະໂຍບາຍຂອງພັກ ມະຕິກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ແລະ ມະຕິກອງປະຊຸມໃຫຍ່ຂອງສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI ມາຈັດຕັ້ງປະຕິບັດສ້າງເປັນແຜນການເຄື່ອນໄຫວຢູ່ແຕ່ລະຮາກຖານ ກາຍເປັນຂົວຕໍ່ສໍາຄັນໃນການປົກປ້ອງສິດ ຜົນປະໂຫຍດຂອງພະນັກງານ-ລັດຖະກອນພາຍໃນການຈັດຕັ້ງຂອງຕົນ ເຊິ່ງປັດຈຸບັນ ກໍາມະບານຮາກຖານກະຊວງ ມີທັງໝົດ 58 ຮາກຖານ ຢູ່ພາຍໃນກະຊວງມີ 17 ຮາກຖານ ແລະ ຢູ່ສໍານັກງານຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ມີ 41 ຮາກຖານ ເຊິ່ງໃນປີນີ້ ແມ່ນຂະຫຍາຍຮາກຖານໃໝ່ຂຶ້ນອີກ 1 ຮາກຖານ ຢູ່ ສະຖານເອກອັກຄະທຸດແຫ່ງ ສປປ ລາວ ປະຈໍາ ປະເທດ ຮົງກາຣີ, ເຊິ່ງສະມາຊິກກຳມະບານກະຊວງ ມີທັງໝົດ 1003 ສະຫາຍ ຍິງ 360 ສະຫາຍ (ຢູ່ຕ່າງປະເທດ 358 ຍິງ 110 ສະຫາຍ).

    ພ້ອມດຽວກັນນີ້ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ໄດ້ເຄື່ອນໄຫວເຮັດໜ້າທີ່ດ້ວຍການປຶກສາຫາລືແລກປ່ຽນ ມີການຊີ້ນໍາ ຈາກ ປະທານ ແລະ ໄດ້ຮັບລາຍງານສະພາບການເຄື່ອນໄຫວປະຈໍາເດືອນ ໄຕມາດລວມທັງການປະເມີນຕີລາຄາດ້ານດີ ຈຸດຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຮ່ວມກັນເປັນປົກກະຕິ ໂດຍສະເພາະແມ່ນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວ ທົ່ວປະເທດ ຄັ້ງທີ VIII ແລະ ການປະຕິບັດກົດລະບຽບຂອງສະຫະພັນກໍາມະບານລາວສະໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ສະຫະພັນກໍາມະບານກະຊວງການຕ່າງປະເທດ ຄັ້ງທີ XI ໄດ້ມີການປັບປຸງໂຄງສ້າງດ້ານບຸກຄະລາກອນຂອງກໍາມະບານຮາກຖານ ໂດຍສັບຊ້ອນສັບປ່ຽນບ່ອນປະຈໍາການຕາມໜ້າວຽກຂອງກົງຈັກການຈັດຕັ້ງ ທັງຢູ່ພາຍໃນກະຊວງ ແລະ ສໍານັກງານຕາງໜ້າການທູດທີ່ຕ່າງປະເທດ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນວຽກງານກວດກາຕາມບັນດາຫາງສຽງພາຍໃນ-ພາຍນອກ ແລະ ຄົ້ນຄວ້າຕອບຕ້ານຂ່າວບິດເບືອນຕ່າງໆ ບັນດາສະມາຊິກກຳມະບານ ໄດ້ໄປຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ ແລະ ພັດທະນາ ການສ້າງໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ ແລະ ການປະຕິບັດໜ້າທີ່ວິຊາສະເພາະ ເຄື່ອນໄຫວສ້າງຂະບວນການບັນດາກິດຈະກຳໃນໂອກາດວັນສຳຄັນຕ່າງໆ  ເອົາໃຈໃສ່ວຽກງານປົກປ້ອງສິດຜົນປະໂຫຍດຂອງກຳມະບານ ໃກ້ຊິດຕິດແທດ ແລະ ເບິ່ງແຍງຊ່ວຍເຫຼືອສະມາຊິກໃນເວລາເຈັບເປັນ ປະຕິບັດນະໂຍບາຍເງິນກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແລະ ອື່ນໆ.

    ໂອກາດດຽວກັນ ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ມີຄຳເຫັນເນັ້ນໜັກບາງດ້ານຄື: ສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ ແລະ ຄວາມຮັບຮູ້ຕໍ່ວຽກງານກຳມະບານ ໃນໄລຍະໃໝ່ ເພີ່ມທະວີ ແລະ ຖືເປັນບຸລິມະສິດ ວຽກງານສຶກສາອົບຮົມແນວຄິດ-ການເມືອງ ໃຫ້ສະມາຊິກກໍາມະບານຢ່າງທົ່ວເຖິງ ແລະ ເປັນປະຈຳ ສ້າງແຜນການເຄື່ອນໄຫວລະອຽດ ແລະ ປັບປຸງການຈັດຕັ້ງແຕ່ລະຂັ້ນໃຫ້ເຂັ້ມແຂງແທດເໝາະກັບສະພາບໃນປັດຈຸບັນ ເພີ່ມທະວີການນຳພາ ແລະ ຄວາມຮັບຜິດຊອບຂອງຄະນະບໍລິຫານງານ-ຄະນະກວດກາທຸກຂັ້ນໃນການຕິດຕາມ ກວດກາການ ຈັດຕັ້ງ ແລະ ບຸກຄົນທີ່ຂຶ້ນກັບການຄຸ້ມຄອງຂອງຕົນ ກ່ຽວກັບການປະຕິບັດການເຄື່ອນ ໄຫວວຽກງານກຳມະບານຢ່າງເປັນປົກກະຕິ ແລະ ເພີ່ມທະວີການພົວພັນຮ່ວມມື ແລະ ຄົ້ນຄວ້າແລກປ່ຽນບົດຮຽນວຽກງານກຳມະບານກັບບັນດາຂະແໜງການອື່ນໆ ລວມທັງການລາຍງານປະສານຂໍການຊີ້ນໍາຈາກສູນກາງກຳມະບານລາວ ຢ່າງເປັນປົກກະຕິ ໂດຍຍົກໃຫ້ເຫັນເຖິງ ສະພາບຈຸດພິເສດຂອງກະຊວງການຕ່າງປະ ເທດ.

   ໃນພິທີໄດ້ຂຶ້ນມອບໃບຢັ້ງຢືນກໍາມະບານ 5 ເປັນເຈົ້າ ປະຈຳປີ 2022 ໃຫ້ແກ່ບັນດາໜ່ວຍກຳມະບານຮາກຖານ 17 ຮາກຖານ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດວຽກງານກຳມະບານໃນໄລຍະຜ່ານມາ. ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!