ເປີດໂຄງການປະຕິສັງຂອນພະທາດເຈດີວັດຖິ່ນຊ້ອຍຢ່າງເປັນທາງການ

    ພິທີໃສ່ບາດຖວາຍສັງກະທານ ແລະ ເປີດພິທີລະດົມທຶນປະຕິສັງຂອນພະທາດເຈດີ ວັດຖິ່ນຊ້ອຍ ໄດ້ມີຂຶ້ນວັນທີ 4 ກໍລະກົດ 2020 ທີ່ບ້ານ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນໍາພັກ-ລັດຂັ້ນນະຄອນຫຼວງວຽງຈັນ ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງເຂົ້າຮ່ວມຢ່າງຫຼວງຫຼາຍ.

   V​ໃນພິທີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນກ່າວວ່າ: ວັນທີ 4 ກໍລະກົດ 2020 ເປັນມື້ຂຶ້ນ 14 ຄໍ່າ ເດືອນ 8 ລາວ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ນໍາພາອົງການປົກຄອງເມືອງປາກງື່ມ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ພ້ອມອອກຕົນຍາດໂຍມຊາວພຸດທະບໍລິຈັກ ຈັດຕັ້ງກອງບຸນ 12 ກອງ ເພື່ອເປັນການລະດົມວັດຖຸປັດໄຈ ປະກອບສ່ວນສົມທົບທຶນເຂົ້າໃນໂຄງການປະຕິສັງຂອນພະທາດເຈດີຖິ່ນຊ້ອຍ ເຊິ່ງເປັນມໍລະດົກແຫ່ງຊາດ ປ່ຽມລົ້ນໄປດ້ວຍຄຸນຄ່າທາງດ້ານປະຫວັດສາດ ວັດທະນະທໍາ ສະຖາປັດຕະຍະກໍາ ແລະ ສິລະປະກໍາທີ່ເປັນເອກະລັກຂອງລ້ານຊ້າງວຽງຈັນມາ ຮອດປັດຈຸບັນພໍດີມີອາຍຸຄົບຮອບ 450 ປີ.

    ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ໄດ້ກ່າວມີຄໍາເຫັນຕໍ່ພິທີວ່າ: ໂຄງການປະຕິສັງຂອນພະທາດຖິ່ນຊ້ອຍແມ່ນນອນໃນ 10 ໂຄງການຂອງ ນວ ເພື່ອກະກຽມໃຫ້ແກ່ງານສະເຫຼີມສະຫຼຼອງ ນວ ຄົບຮອບ 450 ປີ ແລະ ດ້ວຍເຫດຜົນບາງດ້ານທີ່ຍັງບໍ່ທັນໄດ້ມີຄວາມພ້ອມ ໂຄງການດັ່ງກ່າວຈຶ່ງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດໃນໄລຍະນັ້ນຜ່ານມາ ພະແນກ ຖວທ ນວ ໄດ້ສົມທົບກັບກົມມໍລະດົກ ກົມວິຈິດສິນ ແລະ ອົງການປົກຄອງເມືອງປາກງື່ມ ສືບຕໍ່ການສໍາຫຼວດ ແລະ ປຶກສາຫາລື ແຜນການບູລະນະປະຕິສັງຂອນ ເຊິ່ງມາຮອດປີ 2016 ພະແນກ ຖວທ ນວ ໄດ້ສັງລວມບັນດາຂໍ້ມູນທັງໝົດກ່ຽວກັບໂຄງການເພື່ອລາຍງານຂໍທິດຊີ້ນໍາຈາກການນໍາ ນວ ເພື່ອລົງມືປະຕິບັດ ເຊິ່ງພະແນກ ຖວທ ນວ ໄດ້ຂຽນເປັນໂຄງການສະເໜີຂໍອະນຸມັດງົບປະມານເພື່ອມາເຮັດຮົ້ວ ແລະ ບູລະນະເບື້ອງຕົ້ນ ປັດຈຸບັນສໍາເລັດການສ້າງຮົ້ວອ້ອມສອງດ້ານຄື: ດ້ານໜ້າ ແລະ ດ້ານຂ້າງ ເພື່ອເປັນຂອບເຂດຂອງວັດ ນອກນັ້ນ ໃນກອງປະຊຸມອົງການປົກຄອງຄັ້ງວັນທີ 24 ກຸມພາ 2020 ເຫັນດີໃຫ້ມີການປະຕິສັງຂອນ ຫຼື ບູລະນະພະທາດເຈດີ ວັດຖິ່ນຊ້ອຍເມືອງປາກງື່ມຕາມແຜນຕົກລົງກັນ ປະກອບມີໜ້າວຽກທີ່ຈະຕ້ອງບູລະນະຄື: ບູລະນະສ້ອມແປງຄືນອົງພະທາດ ເພື່ອໃຫ້ມີສະພາບທີ່ສົມບູນ ແລະ ຮັກສາຮູບຊົງເດີມໃຫ້ໃກ້ຄຽງທີ່ສຸດເທົ່າທີ່ຈະເຮັດໄດ້ ສ້າງຜາສາດຫີນ ເພື່ອເປັນອຸບໂມງ ກວມເອົາພະທາດເກົ່າ ເປັນການຮັກສາອົງພະທາດໃຫ້ມີຄວາມທົນທານ ບູລະນະສ້ອມແປງສິມເກົ່າ ແລະ ວາງແຜນຈັດສັນສະພາບແວດລ້ອມອ້ອມຂ້າງໃຫ້ມີຄວາມກົມກືນຈົບງາມ ແລະ ສາມາດຮອງຮັບການບໍລິການນັກທ່ອງທ່ຽວໃນຕໍ່ໜ້າ ຄາດຄະເນເວລາການຈັດຕັ້ງປະຕິບັດໂຄງການດັ່ງກ່າວຈະໃຊ້ເວລາປະມານ 2 ປີ.

    ນອກນັ້ນ ໃນພິທີໄດ້ມີອົງການຈັດຕັ້ງພາກລັດ ຫົວໜ່ວຍທຸລະກິດ ບຸກຄົນ ຕະຫຼອດຮອດພໍ່ແມ່ປະຊາຊົນ ສົມທົບທຶນປະກອບມີ: ຄອບຄົວສິນລະວົງ ຄຸດໄພທູນ 20 ລ້ານກີບ ເຂດເສດຖະກິດສະເພາະບຶງທາດຫຼວງ 20 ລ້ານກີບ ຂະແໜງການເງິນ 15 ລ້ານກີບ ຄອບຄົວທ່ານ ສີທົນ + ນາງ ປາລົມ ຄອບຄົວແສງລາຕີ+ນາງລັດດາວອນ ຄອບຄົວທ່ານ ບົວລະພາ+ ນາງ ອໍລະໄທ ຄອບຄົວທ່ານ ຄໍາຜາຍ ສີລາຊາ ຄອບຄົວລະ 10 ລ້ານກີບ ນອກຈາກນີ້ ຍັງມີພາກສ່ວນອື່ນໆອີກ.

 ສະນັ້ນ ຂໍເຊີນຊວນບັນດາຫົວໜ່ວຍທຸລະກິດ ພໍ່ຄ້າຊາວຂາຍ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາ ຢາກສົມທົບທຶນປະຕິສັງຂອນພະທາດເຈດີວັດຖິ່ນຊ້ອຍ ໃຫ້ພົວພັນທີ່ອົງການປົກຄອງ ນວ ພະແນກ ຖວທ ແລະ ອົງການປົກຄອງເມືອງປາກງື່ມ.

error: Content is protected !!