ເຜີຍແຜ່ນິຕິກໍາແກ່ພະນັກງານ-ລັດຖະກອນໃໝ່

    ພະແນກພາຍໃນນະຄອນຫຼວງວຽງຈັນ  (ນວ)  ຈັດກອງປະຊຸມເຜີຍແຜ່ນິຕິກໍາໃຫ້ແກ່ພະນັກງານ-ລັດຖະກອນໃໝ່ ໃຫ້ຮັບຮູ້ ແລະ ເຂົ້າໃຈສິດ ແລະ ໜ້າທີ່ຂອງຕົນຂຶ້ນໃນວັນທີ 3 ກໍລະກົດ 2020 ຢູ່ພະແນກດັ່ງກ່າວmທີ່ຫ້ອງວ່າການ ນວ ໂດຍເປັນປະທານຂອງທ່ານ ກາບແກ້ວ ນາມມະຈັກ ຮອງຫົວໜ້າພະແນກພາຍໃນ ນວ ມີບັນດາຫົວໜ້າຂະແໜງ ຫົວໜ້າໜ່ວຍງານກ່ຽວຂ້ອງ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ. 

    ການຈັດປະຊຸມເຜີຍແຜ່ຄັ້ງນີ້ ກໍເພື່ອປະຕິບັດຕາມກົດໝາຍລັດຖະກອນໃໝ່ ເລກທີ 74/ສພຊ ລົງວັນທີ 18/12/2015 ທີ່ກໍານົດໃນມາດຕາ 3 ເຊິ່ງການຈັດນິເທດຄັ້ງນີ້ ແມ່ນກໍານົດເອົາ 2 ເອກະສານຄື: ເອກະສານກົດໝາຍວ່າດ້ວຍລັດຖະກອນ ແລະ ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ເພື່ອແນໃສ່ໃຫ້ລັດຖະກອນໃໝ່ຮັບຮູ້ເຖິງຄວາມໝາຍ ຄວາມສໍາຄັນ ແລະ ພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນເອງ. 

    ສໍາລັບການບັນຈຸຄັດເລືອກສອບເສັງເຂົ້າເປັນລັດຖະກອນໃໝ່ ປີ 2020 ຂອງນະຄອນຫຼວງວຽງຈັນ ມີທັງໝົດ 11 ໂກຕາ ເຊິ່ງມີຄົນມາລົງທະບຽນສອບເສັງຈໍານວນ 67 ຄົນ ຍິງ 34 ຄົນ ແລະ ໄດ້ສອບເສັງໃນວັນທີ 28 ເມສາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການ ນວ ຜ່ານການສອບເສັງ ຄະນະກໍາມະການສອບເສັງກໍໄດ້ເປີດສໍາພາດນັກສອບເສັງ ແລະ ມີຜູ້ໄດ້ຄະແນນ 70% ຂຶ້ນໄປ ມີ 16 ຄົນ ຍິງ 8 ຄົນ ເຊິ່ງການສໍາພາດກໍໄດ້ມີການຕິດຕາມ ກວດກາຈາກຄະນະກໍາມະການຊີ້ນໍາລວມ ໂດຍປະຕິບັດຕາມຫຼັກການສະເໝີພາບ ເປີດເຜີຍ ພາວະວິໄສ ແລະ ເປັນທໍາ ຜ່ານການສໍາພາດ ສາມາດຄັດເລືອກໄດ້ຈໍານວນ 11 ຄົນ ຍິງ 4 ຄົນ.

# ຂ່າວ & ພາບ: ສີພອນ  

error: Content is protected !!