ເຝິກອົບຮົມຄູເຝິກຫຼັກແຫຼ່ງສໍາລັບໂຄງການເຝິກເວົ້າພາສາລາວ

    ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີແລະ ອົງການ USAID ໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ເປີດກອງປະຊຸມເຝິກອົບຮົມຄູເຝິກຫຼັກແຫຼ່ງສໍາລັບໂຄງການເຝິກເວົ້າພາສາລາວ ໃນວັນທີ 3 ກໍລະກົດ 2023 ທີ່ໂຮງແຮມ ເອພີເອັສ (APS) ເມືອງວັງວຽງ ແຂວງວຽງຈັນ ໂດຍມີທ່ານທ່ານ ຄໍາຈັນ ລັດທະຍອດ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ທ່ານ ບອັບ ແມັກລາລິນ ຫົວໜ້າຮັບຜິດຊອບວຽກງານນະໂຍບາຍ ຍຸດທະສາດ ແລະ ການບໍລິຫານ ຂອງແຜນງານ ແຜນງານບີຄວາ ໄດ້ເປີດກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼ່ງ ຈໍານວນ  14 ທ່ານ ສໍາລັບໂຄງການຝຶກເວົ້າພາສາລາວ ພ້ອມຄູເຝິກຫຼັກແຫຼ່ງຈາກ ສວສ ວິທະຍາໄລຄູດົງຄໍາຊ້າງ ໂຮງຮຽນປະຖົມສົມບູນສາທິດດົງຄໍາຊ້າງ ແລະ ໂຮງຮຽນປະຖົມທົ່ງກາງ ຈຳນວນ 14 ທ່ານ ເຊິ່ງກອງປະຊຸມຈະດໍາເນີນເປັນເວລາ 1 ອາທິດ.  

    ປະເທດລາວເປັນປະເທດທີ່ອຸດົມສົມບູນທາງດ້ານວັດທະນະທໍາ ແລະ ພາສາຊົນເຜົ່າ ມີ4 ກຸ່ມໝວດພາສາຫຼັກ ແລະ ມີຫຼາຍກວ່າ 50 ພາສາເວົ້າ ເມື່ອເດັກເລີ່ມເຂົ້າໂຮງຮຽນ ເຂົາເຈົ້າເວົ້າພາສາຊົນເຜົ່າຂອງເຂົາເຈົ້າໄດ້ຢ່າງຄ່ອງແຄ້ວ ແຕ່ຍັງເຫັນວ່າ ມີເຖິງ 40% ຂອງນັກຮຽນຂັ້ນ ປ1 ທີ່ຍັງບໍ່ທັນມີຄວາມໝັ້ນໃຈໃນການເວົ້າພາສາລາວ ສິ່ງດັ່ງກ່າວສ້າງຄວາມທ້າທາຍໃຫ້ແກ່ນັກຮຽນ ແລະ ຄູ ສອນ ເນື່ອງຈາກເດັກນ້ອຍຕ້ອງຮຽນຮູ້ການອ່ານ ແລະ ຂຽນເປັນພາສາລາວ ແລະ ຍັງຕ້ອງຮຽນຮູ້ເນື້ອໃນຫຼັກສູດຂອງວິຊາຕ່າງໆ ເປັນພາສາລາວ.

    ການເຝິກອົບຮົມຈະເນັ້ນໃສ່ເນື້ອໃນຂອງເອກະສານເຝິກອົບຮົມ ຂອງໂຄງການເຝິກເວົ້າພາສາລາວສະບັບປັບປຸງ ແລະ ເຕັກນິກທີ່ມີປະສິດທິພາບໃນການພັດທະນາທັກສະການເວົ້າພາສາລາວ ຂອງນັກຮຽນ ຜູ້ເຂົ້າຮ່ວມຍັງຈະໄດ້ກະກຽມການເຝິກອົບຮົມຄູກ່ຽວກັບການປັບຕົວ ໃຫ້ກຽມພ້ອມສໍາລັບກິດຈະກໍາຕ່າງໆທີ່ແທດເໝາະກັບລະດັບພາສາຂອງນັກຮຽນ ນໍາໃຊ້ເກມເພື່ອສ້າງບັນຍາກາດການຮຽນໃຫ້ມ່ວນຊື່ນ ໃນການຮຽນພາສາ ແລະ ນໍາໃຊ້ພາສາແມ່ຂອງນັກຮຽນ ເພື່ອສະໜັບສະໜູນການຮຽນພາສາລາວ ການປະຕິບັດ ໄລຍະໃໝ່ຂອງໂຄງການເຝິກເວົ້າພາສາລາວນີ້ ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການ USAID ຜ່ານແຜນງານບີຄວາ.

    ທ່ານ ຄໍາຈັນ ໄດ້ໃຫ້ຄໍາເຫັນວ່າ: ຈຸດປະສົງຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອໃຫ້ຄູເຝິກຫຼັກແຫຼ່ງມີຄວາມເຂົ້າໃຈດີກ່ຽວກັບປຶ້ມແບບຮຽນ ແລະ ຄູ່ມືຄູ ສະບັບປັບປຸງໃໝ່ ແລະ ມີຄວາມໝັ້ນໃຈໃນການຖ່າຍທອດຄວາມຮູ້ໃຫ້ແກ່ຄູສອນຂັ້ນ ປ1 ທີ່ຈະຈັດຕັ້ງປະຕິບັດໂຄງການເຝິກເວົ້າພາສາລາວ ຕັ້ງແຕ່ເດືອນກັນຍາ 2023 ພວກເຮົາຂໍຂອບໃຈມາຍັງລັດຖະບານອົດສະຕຣາລີ ແລະ ລັດຖະບານສະຫະລັດອາເມຣິກາ ທີ່ໃຫ້ການຊ່ວຍເຫຼືອກະຊວງສຶກສາທິການ ແລະ ກີລາ ເພື່ອບັນລຸເປົ້າໝາຍການມອບການສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍທຸກຄົນໃນລາວ.

    ທ່ານ ບອັບ ແມັກລາລິນ ໄດ້ກ່າວວ່າ: ຖ້ານັກຮຽນຫາກຍັງບໍ່ເກ່ງດ້ານພາສາ ໂດຍສະເພາະພາສາທີ່ນໍາໃຊ້ໃນການຮຽນ-ການສອນ  ມັນຈະເປັນສິ່ງທີ່ທ້າທາຍທີ່ສຸດສໍາລັບພວກເຂົາທີ່ເຂົ້າໃຈຄໍາເວົ້າຂອງຄູ ການຮ່ວມກິດຈະກໍາ ແລະ ການຮຽນໃຫ້ໄດ້ຜົນການຮຽນ ຕາມຄາດໝາຍ ລັດຖະບານອົດສະຕຣາລີ ແລະ ອົງການ USAID ໂດຍຜ່ານແຜນງານບີຄວາ ແມ່ນຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ ໃຫ້ການຊ່ວຍເຫຼືອຊຸກຍູ້ຄວາມພະຍາຍາມຂອງຂອງກະຊວງ ສສກ ເພື່ອນໍາສະເໜີການປັບປຸງຊ່ວຍເຫຼືອໃຫ້ແກ່ນັກຮຽນເມື່ອເລີ່ມເຂົ້າຮຽນແຕ່ຍັງບໍ່ທັນເກ່ງເວົ້າພາສາລາວ ພວກເຮົາຈົ່ງມືຮ່ວມກັນ ໃຫ້ສາມາດຍາດມາໄດ້ຜົນສໍາເລັດການມີ ລະບົບການສຶກສາຮຽນຮ່ວມໃນ ສປປ ລາວ ທີ່ດີຂຶ້ນ ແລະ ເໝາະສົມສໍາລັບເດັກທຸກຄົນ.

    ນາງ ພອນສິຣິ ອຸໄທວັນ ສູນຄົ້ນຄ້ວາພາສາລາວ ສະຖາບັນຄົ້ນຄ້ວາວິທະຍາສາດການສຶກສາ ໄດ້ອະທິບາຍວ່າ: ໃນປີ 2019 ສສກ ໂຄງການເຝິກເວົ້າພາສາລາວໄລຍະທົດລອງ ໄດ້ເພີ່ມຊົ່ວໂມງຮຽນວິຊາພາສາລາວຕື່ມຈາກຊົ່ວໂມງຮຽນປົກກະຕິອີກ 5 ຊົ່ວໂມງໃນແຕ່ລະອາທິດ ເພື່ອປັບປຸງທັກສະການເວົ້າ ແລະ ການຟັງຂອງນັກຮຽນຂັ້ນ ປ1 ຜ່ານມາໄດ້ທົດລອງປະຕິບັດຢູ່ໃນ 7 ເມືອງເປົ້າໝາຍ ທີ່ມີນັກຮຽນຊົນເຜົ່າທີ່ບໍ່ເວົ້າພາສາລາວເປັນພາສາຫຼັກໃນຄອບຄົວຈໍານວນຫຼາຍ ໃນແຂວງຜົ້ງສາລີ ບໍລິຄໍາໄຊ ຄໍາມ່ວນ ແລະ ແຂວງສາລະວັນ ໃນລະຫວ່າງ 2019 ຫາ 2021.

    ຜົນໄດ້ຮັບຈາກການຖອດຖອນບົດຮຽນ ແລະ ການປະກອບຄໍາຄິດຄໍາເຫັນຈາກຄູສອນທີ່ໄດ້ເຂົ້າຮ່ວມໂຄງການເຝິກເວົ້າພາສາລາວ ໄດ້ໃຫ້ຮູ້ວ່າ ບັນດາສື່ການຮຽນ-ການສອນ ແລະ ວິທີການສອນ ຂອງໂຄງການດັ່ງກ່າວ ໄດ້ຮັບການປັບປຸງ ແລະ ຄູໄດ້ນໍາໃຊ້ເຕັກນິກຕ່າງໆເພີ່ມຂຶ້ນໂດຍການສອນໃນຫ້ອງຮຽນຂອງເຂົາເຈົ້າ ພະແນກຄົ້ນຄວ້າພາສາລາວຂອງພວກເຮົາໄດ້ຖືກ ສ້າງຕັ້ງຂຶ້ນເພື່ອນໍາພາການພັດທະນາວຽກງານນີ້ ແລະ ໂຄງການທົດລອງໃນມື້ນີ້ແມ່ນໄດ້ຖືກຍົກລະດັບເປັນໂຄງການສົມບູນ  ເອກະສານສະບັບປັບ ປຸງ ໄດ້ຖືກອະນຸມັດຢ່າງເປັນທາງການໃນເດືອນ ເມສາ 2023 ໂດຍຄະນະກໍາມະການອະນຸມັດຫຼັກສູດ ແລະ ສື່ການຮຽນ-ການສອນ ການຂະຫຍາຍການທົດລອງນໍາໃຊ້ອຸປະກອນສື່ການຮຽນ-ການສອນໃໝ່ຂອງໂຄງການເຝິກເວົ້າພາສາລາວ ຈະດໍາເນີນຢູ່ 21 ເມືອງ ໃນ 10 ແຂວງໃນສົກຮຽນ 2023–2024.

    ໃນເດືອນກໍລະກົດນີ້ ຄູເຝິກຫຼັກແຫຼ່ງຈະດໍາເນີນການເຝິກອົບຮົມເນື້ອໃນບົດຮຽນ ແລະ ວິທີການສອນຂອງໂຄງການເຝຶກເວົ້າພາສາລາວໃຫ້ແກ່ຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ 10 ແຂວງໃນລາວ ຄູຈະໄດ້ເຝິກປະຕິບັດຕົວຈິງ ເພື່ອໃຫ້ຮູ້ວ່າຈະສອນດ້ວຍຫຼັກສູດໃໝ່ ເພື່ອໃຫ້ໄດ້ປະສິດທິພາບ ແລະ ຈະສາມາດຊ່ວຍເຫຼືອນັກຮຽນ ເພື່ອຍົກລະດັບພາສາລາວໃຫ້ດີຂຶ້ນ ການເຝິກອົບຮົມຍັງເປັນໂອກາດອັນດີສໍາລັບຄູ ແລະ ຜູ້ເຮັດວຽກສຶກສານິເທດຢູ່ໃນແຕ່ລະແຂວງ ເພື່ອມີການປະສານງານ ບອກເລົ່າ ປະສົບການ ແລະ ສ້າງໃຫ້ມີການຊ່ວຍເຫຼືອດ້ານວິຊາການເຖິງຊຸມຊົນໄດ້ຢ່າງຕໍ່ເນື່ອງ. 

    ປັດຈຸບັນ ນອກຈາກໂຄງການເຝິກເວົ້າພາສາລາວແລ້ວ ສສກ ກໍາລັງສ້າງສາລະຄະດີຄູຕົວແບບຕອນໃໝ່ ທີ່ຄູສອນແມ່ນເປັນຄູສອນທີ່ຢູ່ເຂດຫ່າງໄກທີ່ແຂວງຜົ້ງສາລີ ເຊິ່ງຄູທ່ານນີ້ໄດ້ບອກເລົ່າປະສົບ ການຂອງລາວກ່ຽວກັບການສອນນັກຮຽນຊົນເຜົ່າຜູ້ທີ່ບໍ່ໄດ້ເວົ້າສາລາວເປັນພາສາຫຼັກຢູ່ໃນເຮືອນ ສາລະຄະ ດີຕອນນີ້ຈະຖືກອອກອາກາດໄວໆນີ້ ຄູສາມາດຮັບຊົມວິດີໂອເພື່ອເບິ່ງເຕັກນິກການຊ່ວຍເຫຼືອນັກຮຽນຊົນ ເຜົ່າ ໄດ້ທາງຊ່ອງຢູທູບ ວິດີໂອສໍາລັບການ ພັດທະນາຄູ Development Videos.

error: Content is protected !!