ສະພາແຫ່ງຊາດ ເຫັນດີ ໃຫ້ລັດຖະບານສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນ ພັນທະຂອງທຸກພາກສ່ວນໃນສັງຄົມ

ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເຫັນດີເປັນເອກະພາບ ໃຫ້ລັດຖະບານ ກໍຄື ທຸກພາກ ສ່ວນໃນສັງຄົມ ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ເພີ່ມທະວີຍົກສູງບົດ ບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍ ເຮັດໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນໜ້າທີ່ ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກສ່ວນໃນສັງຄົມ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິ ຈາລະນາ ບົດ ລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ ເກືອບ 2 ປີຜ່ານມາ ພາຍຫຼັງທີ່ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023 ຜ່ານມາ  ວ່າ:

ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ທີ່ໄດ້ມີຄວາມພະຍາຍາມ ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕາມມະຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 04/ສພຊ ລົງວັນທີ 10 ສິງຫາ 2021 ໃນເງື່ອນໄຂທີ່ປະເທດເຮົາພວມປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຜົນກະທົບຈາກ ໂຄວິດ-19 ແຕ່ລັດຖະບານ ໄດ້ມີຄວາມດັດສິນໃຈ ແລະ ມີຄວາມຮັບຜິດຊອບສູງໃນການຊີ້ນຳ ເຊິ່ງສາມາດຈັດຕັ້ງປະຕິບັດ ແຜນ ການຕາມ 6 ວຽກຈຸດສຸມ ຂອງວາລະແຫ່ງຊາດ ໄດ້ມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຫລາຍດ້ານ ອັນ ພົ້ນເດັ່ນ ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ຮັບຮູ້ເຂົ້າໃຈຕໍ່ຄວາມສຳຄັນໃນການຍົກລະດັບການແກ້ ໄຂບັນຫາ ຢາເສບຕິດ ເປັນວາລະແຫ່ງຊາດ ຮັບຮູ້ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ແລະ ມີຄວາມຈຳເປັນຕ້ອງເພີ່ມ ທະວີ ການມີສະຕິຕໍ່ການເຄົາລົບກົດໝາຍ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດດັ່ງກ່າວ ຢ່າງເປັນຂະບວນ ການກວ້າງຂວາງ ຕະຫຼອດໄລຍະເກືອບ 2 ປີ ຜ່ານມາ ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ກໍຄືເຈົ້າໜ້າທີ່ ທຸກພາກສ່ວນໄດ້ເພີ່ມທະວີຄວາມຮັບ ຜິດຊອບ ແລະ ຄວາມສາມາດຂອງຕົນສູງຂຶ້ນ ຕໍ່ການແກ້ໄຂບັນຫາຢາເສບຕິດ.

ຜ່ານການປະຕິບັດສາມາດແກ້ ໄຂມ້າງລາຍຄະດີຢາເສບຕິດ ໄດ້ຫຼາຍພໍສົມຄວນ ເຊິ່ງໄດ້ເຮັດໃຫ້ກຸ່ມເສບ ຂົນສົ່ງ-ຄ້າຂາຍຢາ ເສບຕິດມີຄວາມຢ້ານກົວ ຈຳນວນໜຶ່ງໄດ້ຢຸດເຊົາ ຜູ້ເສບຢາເສບຕິດ ຫຼື ຜູ້ຖືກເຄາະຮ້າຍ ຈຳນວນບໍ່ໜ້ອຍ ໄດ້ຮັບການບຳບັດ ປິ່ນປົວ ແລ້ວກັບຄືນເປັນພົນລະເມືອງດີ ບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ໄດ້ໃຫ້ການສະໜັບ ສະໜູນ ຊ່ວຍເຫຼືອ ແລະ ຮ່ວມມື ເພື່ອແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂສະພາບຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບ ຮ້ອຍ ໃນສັງຄົມໄດ້ໂດຍຟື້ນຖານ ແລະ ປະກອບສ່ວນໃນການສ້າງສະພາບແວດລ້ອມ ທີ່ເອື້ອອຳ ນວຍ ໃຫ້ແກ່ການປົກປັກຮັກ ສາປະເທດຊາດ ການພັດທະນາເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ.

ຢ່າງໃດກໍຕາມ ຄຽງຄູ່ກັບດ້ານດີ ກໍຍັງມີດ້ານອ່ອນ-ຄົງຄ້າງ ທີ່ລັດຖະບານຕ້ອງໄດ້ສູ້ຊົນແກ້ໄຂ ໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຜ່ານມາຍັງຊັກຊ້າ ການ ໂຄສະນາສ້າງຄວາມຮັບຮູ້ໃນທົ່ວສັງຄົມ ຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ ຄວາມເປັນເຈົ້າການຂອງຄະນະນຳບາງຂະແໜງ ການບາງທ້ອງຖິ່ນຍັງບໍ່ສູງ ຂະບວນການລວມຍັງບໍ່ທັນຟົດຟື້ນແຂງແຮງ ການສະໜອງບຸກຄະລາກອນ ງົບປະມານ ວັດຖຸ ອຸປະ ກອນ ພາຫະນະທີ່ຈຳເປັນ ເພື່ອຮັບໃຊ້ໃນການປະຕິບັດວາລະແຫ່ງຊາດຍັງຊັກຊ້າ ແລະ ມີຄວາມຈຳກັດຫຼາຍ ບັນ ດານິຕິກໍາຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດ ຍັງບໍ່ທັນລະອຽດ ຄົບຖ້ວນ ການປັບປຸງກົງຈັກການຈັດຕັ້ງ ແບບແຜນວິທີເຮັດ ວຽກ ຂອງພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ຂັ້ນຮາກຖານເປັນຕົ້ນ ຂັ້ນເມືອງ ຂັ້ນບ້ານ ຍັງບໍ່ທັນໜັກແໜ້ນເທົ່າທີ່ຄວນ ຂອດ ປະສານງານ ຍັງບໍ່ທັນດີ ການແກ້ໄຂບັນຫາຢາເສບຕິດຕົວຈິງ ສ່ວນຫລາຍແກ້ໄຂໄດ້ ແຕ່ເປົ້າໝາຍລາຍຍ່ອຍ ແລະ ເປົ້າໝາຍ ຮັບຈ້າງຂົນສົ່ງຍັງບໍ່ທັນສາມາດແກ້ໄຂເປົ້າໝາຍໃຫຍ່ທີ່ເປັນຫົວໂປ່ໂຕການ ພື້ນຖານໂຄງລ່າງ ເປັນຕົ້ນ ສະຖານທີ່ຄຸມຂັງ ສູນ ບຳບັດ-ປິ່ນປົວ ຢູຂັ້ນແຂວງ ຂັ້ນເມືອງຍັງຄັບແຄບແອອັດ ການສ້າງວິຊາອາຊີບ ການຝຶກສີມືແຮງງານຢູ່ຄ້າຍຄຸມຂັງ ແລະ ສູນ ບຳບັດປິ່ນປົວ ຍັງເຮັດບໍ່ທັນໄດ້ດີ ແລະ ບໍ່ທັນມີຄຸນນະພາບ ສັງຄົມຍັງມີສ່ວນຮ່ວມບໍ່ຫລາຍ ການດໍາເນີນຄະດີ ກ່ຽວກັບຢາ ເສບຕິດ ຍັງຊັກ ຊ້າການກັກຂັງພາງເກີນກຳນົດ ການກວດວິໄຈສານເສບ ຕິດຊັກຊ້າ ກົນໄກການປະສານສົມທົບ ລະຫວ່າງ ເຈົ້າໜ້າ ທີ່ກ່ຽວຂ້ອງບໍ່ທັນຮັດກຸມ ບໍ່ທັນຈອດກັນ ໂດຍສະເພາະ ແມ່ນຄະດີທີ່ເກີດຂຶ້ນ ຢູ່ເຂດຫ່າງໄກສອກຫຼີກ ຍັງມີການ ສວຍໃຊ້ໜ້າທີ່ຕຳແໜ່ງ ຂອງເຈົ້າໜ້າທີ່ຈຳນວນໜຶ່ງ.

ສຳລັບທິດທາງແຜນການໃນໄລຍະ 6 ເດືອນທ້າຍປີ 2023 ກໍຄືໃນຕໍ່ໜ້າ ກອງປະຊຸມ ເຫັນດີເປັນເອກະພາບ ໃຫ້ລັດຖະບານ ກໍຄື ທຸກພາກສ່ວນໃນສັງຄົມ ສືບຕໍ່ຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນ ເພີ່ມທະ ວີຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃຫ້ແຂງແຮງຂຶ້ນ ກວ່າເກົ່າ ໂດຍເຮັດໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ກາຍເປັນໜ້າທີ່ ພັນທະ ແລະ ຄວາມຮັບຜິດຊອບ ຂອງທຸກພາກ ສ່ວນໃນສັງຄົມ ຖືເອົາບັນຫາແກ້ໄຂຢາເສບຕິດ ເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ເພື່ອເປັນການປຸກລະດົມ ຊຸກຍູ້ທຸກຄົນເຂົ້າຮ່ວມຢ່າງແຂງແຮງ ແລະ ເປັນຂະບວນການຟົດຟື້ນ ສືບຕໍ່ສ້າງຄວາມຮັບຮູ້ໃຫ້ ສັງຄົມ ດ້ວຍການສຶກສາອົບຮົມ ໂຄສະນາເຜີຍແຜ່ລະບຽບກົດໝາຍ ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດ ດ້ວຍຫລາຍຮູບແບບຫຼາຍວິທີຕື່ມອີກ ໂດຍຕິດພັນກັບການໂຄສະນາຕົວແບບດີເດັ່ນ ໃນການຕ້ານຢາເສບຕິດ ຂະບວນການ ສ້າງຄອບຄົວ ບ້ານ ສຳນັກງານ-ອົງການ ໂຮງຮຽນ ໂຮງໝໍ ສະຖາບັນ ໂຮງແຮມ,ຮ້ານບັນເທີງ ແລະ ຮ້ານອາຫານປອດຢາເສບ ຕິດ ໃຫ້ຫຼາຍຂຶ້ນ.

ສືບຕໍ່ປັບປຸງບັນດານິຕິກໍາ ທີ່ຈຳເປັນ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດ ໃຫ້ຄົບຖ້ວນ ລະອຽດ ຈະແຈ້ງ ຮັດກຸມ ເປັນຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດໂທດປະຫານຊີວິດ ນິຕິກຳທີ່ຈະບັນຈຸ ປະ ເພດຢາເສບຕິດ ທີ່ເກີດຂື້ນໃໝ່ ເຊັ່ນ: ນ້ຳໃບກະທ້ອມ ກາເຟເຕັ້ນ ຢາສູບໄຟຟ້າ ປຸ່ມເປົ້າອາຍແກັດທີ່ກະຕຸ້ນປະສາດ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດ ຕັ້ງປະຕິບັດແກ້ໄຂບັນຫາດັ່ງກ່າວ ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ແບບແຜນວິທີເຮັດ ວຽກ ຂອງພາກສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໂດຍສະເພາະສຸມໃສ່ ຂັ້ນເມືອງ ຂັ້ນບ້ານ ໃຫ້ຫລາຍຂຶ້ນ ເພື່ອມີກຳລັງແຮງພຽງພໍ ໃນການປະຕິບັດການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ແລະມີປະສິດທິຜົນດີຂຶ້ນ.

ພ້ອມນີ້ ຕ້ອງເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄະດີຢາເສບຕິດ ໃຫ້ມີ ຄວາມເດັດຂາດ ໂປ່ງໃສ ແລະ ເປັນມືອາຊີບຫລາຍຂຶ້ນ ໃຫ້ສົມທົບ 3 ຂະແໜງການ (ປ້ອງກັນຄວາມສະຫງົບ ສາທາລະນະ ສຸກ ແຮງງານ-ສະຫວັດດິການສັງຄົມ) ມີການແບ່ງຄວາມຮັບຜິດ ຊອບກັນຢ່າງລະອຽດ ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ ຖືກເຄາະຮ້າຍ ກໍຄືຜູ້ເສບຢາ ໃຫ້ມີຄຸນະພາບ ນັບທັງການຝຶກສີມືແຮງງານ ສ້າງອາຊີບໃຫ້ເຂົາເຈົ້າ ເມື່ອເວລາອອກຈາກການ ບຳບັດປິ່ນປົວໄປແລ້ວ ໃຫ້ມີວຽກເຮັດງານທຳ ບໍ່ກັບໄປຫຍຸ້ງກ່ຽວກັບຢາເສບຕິດອີກ ນັບທັງການຄົ້ນຄວ້າວາງມາດຕະການ ແກ້ໄຂໃນໄລຍະຍາວ ກ່ຽວກັບການສ້າງອາຊີບທີ່ໜັ້ນຄົງ ສ້າງວຽກເຮັດງານທຳໃຫ້ຊາຍໜຸ່ມ ແລະ ຍີງໜຸ່ມ ໃນສັງຄົມໃຫ້ ຫຼາຍຂຶ້ນ.

error: Content is protected !!