ໄອຍະການປະຊາຊົນສູງສຸດ ປະເມີນການປະຕິບັດກົດໝາຍ ຂົງເຂດຍຸຕິທຳ 2 ສະບັບ

ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານກ່ຽວກັບການປະເມີນການປະຕິ ບັດກົດໝາຍຂົງເຂດຍຸຕິທຳ 2 ສະບັບຄື: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການ ດຳ ເນີນຄະດີອາຍາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ກໍລະກົດ 2023 ເຊິ່ງ​ທ່ານ ວ່າ: ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາສະບັບທໍາອິດ ໄດ້ຖືກ ຮອບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນສູງສຸດຊຸດທີ II ຕາມມະຕິຂອງສະພາປະຊາຊົນ ສູງສຸດ ສະບັບເລກທີ 30/ສປສ ແລະ ສະບັບເລກທີ 31/ສປສ ລົງ ແລະ ຖືກປະກາດໃຊ້ໂດຍລັດຖະດໍາລັດຂອງປະທານປະ ເທດ ສະ ບັບເລກທີ 05 ແລະ ສະບັບເລກທີ 07/ປປທ ລົງວັນທີ 9 ມັງກອນ 1990 ກົດໝາຍດັ່ງກ່າວສະບັບທໍາອິດ ປະກອບມີ VI ພາກ 27 ມາດຕາ ເຊິ່ງເປັນພື້ນຖານໃຫ້ແກ່ການສ້າງຕັ້ງອົງການໄອຍະການປະຊາຊົນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຜ່ານມາກົດ ໝາຍດັ່ງກ່າວ ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບປຸງປີ 2003 2009 ແລະ ປີ 2017.

ສ່ວນກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບທໍາອິດ ປະກອບມີ VIII ພາກ 10 ໝວດ ແລະ 96 ມາດຕາ ເຊິ່ງກົດ ໝາຍດັ່ງກ່າວໄດ້ກໍານົດຫຼັກການພື້ນຖານໃນການດໍາເນີນຄະດີອາຍາ ສິດ ແລະ ໜ້າທີ່ຂອງອົງການດໍາເນີນຄະດີ ສິດ ແລະ ພັນທະ ຂອງຜູ້ເຂົ້າຮ່ວມໃນການດໍາເນີນຄະດີອາຍາ ບັນດາມາດຕະການສືບສວນ-ສອບສວນ ມາດຕະການສະກັດກັ້ນ ຂັ້ນ ຕອນການດໍາເນີນຄະດີອາຍາ ກໍານົດສິດໃນການຕິດຕາມກວດກາຂອງອົງການໄອຍະການປະຊາຊົນ ແລະ ອື່ນໆ ຜ່ານມາ ກົດໝາຍດັ່ງກ່າວກໍໄດ້ຮັບການປັບປຸງມາແລ້ວ 3 ຄັ້ງຄື: ປັບປຸງປີ 2004, 2012 ແລະ ປີ 2017.

ຜ່ານການປະເມີນການຈັດຕັ້ງປະຕິບັດກົດໝາຍທັງ 2 ສະ​ບັບນີ້ ເປັນນິຕິກໍາສໍາຄັນຮັບປະກັນໃຫ້ແກ່ການຈັດ ຕັ້ງ ແລະ ການ ເຄື່ອນໄຫວຂອງອົງການໄອຍະການປະຊາຊົນ ແລະ ອົງການດໍາເນີນຄະດີອາຍາອື່ນ ແນໃສ່ເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ການສະກັດກັ້ນການກະທໍາຜິດ ປົກປ້ອງຜົນປະໂຫຍດຂອງລັດ ລວມໝູ່ສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນ ລະເມືອງ ສຶກສາອົບຮົມພົນລະເມືອງໃຫ້ເຄົາລົບ ແລະ ປະຕິ ບັດກົດໝາຍ ປະກອບສ່ວນໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂເອື້ອອໍານວຍໃຫ້ປະຊາຊົນລາວບັນດາເຜົ່າປະກອບສ່ວນເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ບັນດາພະນັກງານວິຊາການຂອງອົງການດໍາເນີນຄະດີອາຍາໄດ້ນໍາໃຊ້ກົດໝາຍ ດັ່ງກ່າວ ເຂົ້າໃນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ຂອງຕົນຢ່າງມີປະສິດທິຜົນດ້ວຍການສ້າງກົນໄກປະສານງານ ເພື່ອເພີ່ມທະວີການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາເປັນພື້ນຖານໃຫ້ແກ່ ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຫລາຍສະບັບ ເພື່ອເປັນບ່ອນອີງໃຫ້ແກ່ອົງການດໍາເນີນຄະດີອາຍາໄດ້ຈັດຕັ້ງປະຕິ ບັດຢ່າງຖືກຕ້ອງ ໂປ່ງໃສ ຍຸຕິທໍາ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ຂະບວນຍຸຕິທໍານັບມື້ນັບຫຼາຍຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມການໂຄສະນາເຜີຍແຜ່ກົດໝາຍຍັງບໍ່ສາມາດລົງສູ່ຮາກຖານໄດ້ຢ່າງທົ່ວເຖິງ ປະຊາຊົນ ຈໍານວນຫຼາຍບໍ່ ທັນຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນ ອົງການດໍາເນີນຄະດີອາຍາ ແລະ ການສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍໃຫ້ພໍ່ແມ່ປະຊາຊົນ ຍັງບໍ່ທັນທົ່ວເຖິງເປັນຕົ້ນເຂດທີ່ຫ່າງໄກສອກຫຼີກ ຍັງບໍ່ທັນເຂົ້າໃຈກ່ຽວກັບຂັ້ນຕອນການດໍາເນີນຄະດີອາຍາ ການສ້າງນິຕິກໍາໃຕ້ກົດໝາຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຍັງມີບາງອັນເຮັດບໍ່ໄດ້ເປັນຕົ້ນ ຍັງມີບາງມາດຕາຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາບໍ່ທັນ ໄດ້ຜັນຂະຫຍາຍເປັນນິຕິກໍາອັນລະອຽດ ການຍົກສູງສະຕິເຄົາລົບ ແລະ ປະຕິບັດກົດໝາຍຂອງພະນັກງານໄອຍະການ ແລະ ພະນັກງານປົກປ້ອງກົດໝາຍ ລວມທັງກົນໄກການປະສານສົມທົບກັບພາກສ່ວນກ່ຽວຂ້ອງຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ.

ສຳລັບທິດທາງໃນຕໍ່ໜ້າ ຈະສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ ເພື່ອໃຫ້ອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮູ້ພາລະບົດບາດ ສິດ ແລະ ໜ້າທີ່ ຂອງອົງການດໍາເນີນຄະດີອາຍາ ແລະ ຂັ້ນຕອນການດໍາເນີນຄະດີອາຍາຢ່າງທົ່ວເຖິງ ທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍສອງສະບັບນີ້ເປັນແຕ່ລະໄລຍະ ເພື່ອແກ້ໄຂບັນຫາໃຫ້ທັນກັບ ສະພາບການ ແລະ ແທດເໝາະກັບສະພາບເປັນຈິງ ສ້າງກົນໄກປະສານງານລະຫວ່າງ ອົງການໄອຍະການປະຊາຊົນກັບອົງ ການດໍາເນີນຄະດີອາຍາອື່ນ ອົງການປົກຄອງ ແລະ ອົງການກ່ຽວຂ້ອງໃຫ້ມີຄວາມກົມກຽວ ເພີ່ມທະວີຄວາມ ເຂັ້ມງວດໃນ ການປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດໜ້າທີ່ ຮັບຜິດຊອບ ສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ໂດຍສະເພາະບັນດາມາດຕາທີ່ໄດ້ກໍານົດໃຫ້ຜັນຂະຫຍາຍໃຫ້ສໍາເລັດ.

error: Content is protected !!