ກອງປະຊຸມວຽກງານກວດສອບແຫ່ງລັດ ໄດ້ປິດລົງດ້ວຍຜົນສຳເລັດຈົບງາມໃນວັນທີ 2 ມິຖຸນາ 2023 ທີ່ ໂຮງແຮມດອນຈັນພລາເລດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ມີ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍ ຮອງປະທານອົງການກວດສອບແຫ່ງລັດ ຄະນະນຳ ແລະ ພະນັກງານອົງການກວດສອບແຫ່ງລັດປະຈຳພາກ ກົມ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມວຽກງານກວດສອບເຂົ້າຮ່ວມ.


ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ກອງປະຊຸມວຽກງານກວດສອບປະຈຳປີ ແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນໂອກາດອັນດີທີ່ພວກເຮົາທັງໝົດນີ້ໄດ້ພ້ອມກັນຕີລາຄາຄືນ ການປະຕິບັດວຽກງານ ຂອງ ອົງການກວດສອບແຫ່ງລັດ ກໍຄືອົງການກວດສອບປະຈຳພາກໃນໄລຍະຜ່ານມາ ຮອດປັດຈຸບັນ ໂດຍສະເພາະ ຜົນສຳເລັດທີ່ຮ່ວມກັນຍາດມາໄດ້ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງ ທິດທາງແຜນການເຄື່ອນໄຫວ ແລະ ວິທີການແກ້ໄຂໃນຕໍ່ໜ້າ ເພື່ອແນ່ໃສ່ ປັບປຸງແກ້ໄຂ ບັນດາຈຸດອ່ອນ-ຂໍ້ຄົງຄ້າງ ຢ່າງພາວະວິໄສ ແລະ ລົງເລິກເຖິງຖອງ. ໃນໂອກາດນີ້ ທ່ານ ສົມມາດ ພົນເສນາ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ອົງການກວດສອບແຫ່ງລັດ ເອົາໃຈໃສ່ໜ້າວຽກ ຄື: (1) ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ-ການເມືອງແນວຄິດ ໃຫ້ສະມາຊິພັກ ພະນັກງານ-ລັດຖະກອນ ໃນແຕ່ລະຂັ້ນທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ມີຄວາມຮັບຮູ້ ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ສ້າງການຫັນປ່ຽນຢ່າງເລິກເຊິ່ງຕໍ່ກັບພະນັກງານ ໂດຍການສ້າງແຜນບຳລຸງໃນເງື່ອນໄຂໃໝ່ຕາມທິດຫັນເປັນຄຸນນະພາບ ແລະ ດຳເນີນຂັ້ນຕອນກໍ່ສ້າງນັກກວດສອບແຕ່ລະຂັ້ນ ໃຫ້ໄດ້ຕາມຄາດໝາຍກຳນົດ (2) ເອົາໃຈໃສ່ປັບປຸງກຳນົດຕຳແໜ່ງງານ ປັບປຸງວຽກງານຂອງສະຖາບັນເຝິກອົບຮົມໃຫ້ມີຄຸນນະພາບ ສ້າງນັກກວດສອບລົງເລີກສະເພາະດ້ານ ເຝິກທັກສະ ແລະ ບົດຮຽນຕົວຈິງໃນເງື່ອນໄຂປັດຈຸບັນ ເອົາໃຈໃສຊຸກຍູ້ອົງການກວດສອບປະຈຳພາກ ປະສານສົມທົບກັບສາຍຕັ້ງ ສາຍຂວາງ ໃນການປະກອບບຸກຄະລາກອນ ສະຖານທີ່ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຊ່ວຍອົງການກວດສອບແຫ່ງລັດ (3) ເອົາໃສ່ໃນການໂຄສະນາເຜີຍແຜ່ກົດໝາຍກວດສອບແຫ່ງລັດ ສະບັບປັບປຸງປີ 2022 ປັບປຸງບົດບັນທຶກການປະສານງານກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າບົດແນະນຳ ກ່ຽວກັບການສ້າງບົດລາຍງານຜົນການກວດສອບ ຕໍ່ສະພາແຫ່ງຊາດ ແລະ ສະພາປະຊາຊົນປະຈຳແຂວງ-ນະຄອນຫຼວງວຽງຈັນ (4) ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ ແລະ ຫັນເປັນທັນສະໄໝ ໂດຍສະເພາະ ການນໍາໃຊ້ລະບົບຂໍ້ມູນ-ຂ່າວສານ ເຊື່ອມຕໍ່ກັບລະບົບເຄືອຂ່າຍການຄຸ້ມຄອງງົບປະມານແຫ່ງລັດ ຂອງກະ ຊວງການເງິນ ເຂົ້າໃນການສ້າງແຜນການກວດສອບ ໃຫ້ມີຄວາມຊັດເຈນແຕ່ຫົວທີ ສ້າງຂີດຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ ຢູ່ຂັ້ນສູນກາງ ແລະ ຂັ້ນປະຈໍາພາກ ໃນການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຄຸ້ມຄອງບໍລິຫານ ແລະ ການກວດສອບ (5) ດ້ານວຽກງານວິຊາສະເພາະ ໃຫ້ເອົາໃຈໃສ່ ດຳເນີນການເຄື່ອນໄຫວວຽກງານກວດສອບ ປີ 2023 ໃຫ້ສຳເລັດຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ ດຳເນີນການອອກບົດແຈ້ງຜົນການກວດສອບໃຫ້ສໍາເລັດຕາມເປົ້າໝາຍ ທີ່ໄດ້ດຳເນີນການກວດສອບກ່ອນການກວດສອບໃນຮອບປີຖັດໄປ ແລະ ຕິດຕາມຊຸກຍູ້ຢ່າງເປັນປົກກະຕິ ເປັນລາຍໄຕມາດ ການຈັດຕັ້ງປະຕິບັດຂໍ້ແນະນຳຕາມຜົນການກວດສອບ (6) ເອົາໃຈໃສ່ ຕິດຕາມ ກວດກາ ແລະ ຊຸກຍູ້ວຽກງານຮອບດ້ານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ຕາມທັດສະນະຂອງພັກທີ່ວ່າ ມີການນຳພາຕ້ອງມີການຕິດຕາມກວດກາ ເປັນຕົ້ນແມ່ນການຕິດຕາມ ກວດກາການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ມະຕິກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ແຜນພັດທະນາວຽກງານກວດສອບ ແລະ ມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ປະກົດຜົນເປັນຈິງ ແລະ (7) ເອົາໃຈໃສ່ການສົ່ງເສີມການຮ່ວມມື ແລະ ເຊື່ອມໂຍງກັບສາກົນ ໃນກອບຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ ລະດົມ ແລະ ຍາດແຍ່ງເອົາການຮ່ວມມືຊ່ວຍເລືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການກວດສອບແຫ່ງລັດ.
