ຮອງເຈົ້າຄອງ ລົງຕິດຕາມຊຸກຍູ້ໂຄງການກໍ່ສ້າງລະບົບນ້ຳປະປາ

ໃນວັນທີ 10 ພຶດສະພາ 2023   ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງ ປະທານບໍລິຫານນໍ້າປະປານະຄອນ ຫຼວງ ທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອໍານວຍການນໍ້າປະປາລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ຕິດຕາມ ຊຸກຍູ້ລົງ ຢ້ຽມຢາມໂຄງການກໍ່ສ້າງລະບົບນ້ຳປະປາພື້ນທີ່ ບ້ານນາບົງ ເມືອງປາກງື່ມ ແລະ ພື້ນທີ່ບ້ານສົມສະໄໝ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ບຸນລົງ ດວງນາລີ ຜູ້ອຳນວຍການ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກ ໂນໂລຢີ ຈຳກັດຜູ້ດຽວ ຜູ້ສໍາປະທານໂຄງການ ພ້ອມດ້ວຍຄະນະ.

ທ່ານ ຂວັນແກ້ວ ອາດຜາສຸກ ຫົວໜ້າ ມູນນິທິອິດມິດເວດ ປະຈຳລາວໄດ້ລາຍງານໃຫ້ຮູ້ວ່າ: ໂຄງການພັດທະນາ ລະບົບນ້ຳ ປະປາ ແລະ ໃຫ້ບໍລິການນ້ຳປະປາ ມີມູນຄ່າທັງໝົດ 3.340.934 ໂດລາສະຫະລັດ ຈັດຕັ້ງປະຕິບັດໂຄງການພາຍໃຕ້ຮູບແບບ ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໂດຍແມ່ນອົງການປົກຄອງນະຄອນຫຼວງວຽງຈັນ ເມືອງ ແລະ ບ້ານ ໄດ້ ສະໜອງທີ່ດິນທີ່ຕັ້ງລະບົບຜະລິດນ້ຳປະປາ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກມູນນິທິ ອິດມິດເວດ ເຂົ້າໃນການສຳ ຫຼວດ-ອອກ ແບບຈຳນວນ 25.000 ໂດລາ ຊ່ວຍເຫຼືອຄ່າຕິດຕັ້ງນໍ້າໃຫ້ແກ່ຄອບຄົວທຸກຍາກ ແລະ ສະຖານທີ່ສາທາລະນະຂອງຊຸມຊົນ ປະ ມານ 20.000 ໂດລາ ແລະ ໃຫ້ທຶນຊ່ວຍເຫຼືອໃນການກໍ່ສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນປະຖົມ ລວມມູນຄ່າ 27.500 ໂດລາ ແລະ ທຶນຊ່ວຍການກໍ່ສ້າງ ຈຳນວນ 450.000 ໂດລາສະຫະລັດ ແລະ ການລົງທຶນຈາກບໍລິສັດທໍ່ນ້ຳລາວ ອຸດສາຫະກຳ ເທັກ ໂນໂລຢີ ຈຳກັດ ຜູ້ດຽວ ຈຳນວນ 2.890.934 ໂດລາສະຫາລັດ ໃນຮູບແບບ BOT.

ໂຄງການດັ່ງກ່າວແມ່ນໄດ້ລົງມືການກໍ່ສ້າງແຕ່ຕົ້ນເດືອນ ກໍລະກົດ 2022 ໄລຍະການກໍ່ສ້າງ 15 ເດືອນຈົນເຖີງປັດຈຸບັນມີ ຄວາມຄືບໜ້າຫຼາຍກວ່າ 60% ໂດຍມີບາງໜ້າວຽກທີ່ສໍາເລັດ 100% ລວມມີ ຫົວງານ ໂຮງງານ ແລະ ບາງໜ້າວຽກທີ່ຕ້ອງ ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນຕົ້ນແມ່ນ ອ່າງນໍ້າສູງ ແລະ ຕາຂ່າຍທໍ່ບໍລິການນໍ້າ  ເຊິ່ງປັດຈຸບັນໄດ້ທົດລອງການຜະລິດນໍ້າ ນັບ ແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ ແລະຈະໄດ້ເລີ່ມການບໍລິການບາງບ້ານໃກ້ຄຽງໂຮງງານເປັນຕົ້ນ ບ້ານນາບົງ ບ້ານທ່າ ຊ້າງ  ບ້ານທ່າກົກໄຮ ແລະ ບ້ານໂພນຂາມໃນເດືອນມີຖຸນານີ້ ເຊີ່ງຕາມແຜນການຈະໃຫ້ສຳເລັດການກໍ່ສ້າງໜ້າວຽກທັງໝົດ 100% ໃນເດືອນກັນຍາ 2023  ພາຍຫຼັງສຳເລັດການກໍ່ສ້າງສາມາດໃຫ້ບໍລິການໃນເຂດ 15 ບ້ານ ກວມເອົາ 3.481 ຫຼັງຄາ ເຮືອນ 21.198 ຄົນ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຂຶ້ນເພື່ອພັດທະນາເສດຖະກິດ-ສັງຄົມຂອງ ນວ ໂດຍສະເພາະການ ພັດທະນາເສດຖະກິດໃນ ນວ ໃນການສະໜອງນໍ້າໃຫ້ແກ່ປະຊາຊົນໃນເຂດພື້ນທີ່ກຸ່ມບ້ານເປົ້າໝາຍໄດ້ໃຊ້ນໍ້າທີ່ມີຄຸນນະ ພາບ.

ຫຼັງຈາກນັ້ນ ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງ ປະທານບໍລິຫານນໍ້າປະປານະຄອນຫຼວງ ກໍໄດ້ໃຫ້ທິດຊີ້ນຳ ເນັ້ນໜັກແກ່ໂຄງການໃຫ້ທຸກພາກສ່ວນຈົ່ງຮ່ວມມືກັນຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອເຮັດໃຫ້ໂຄງການດັ່ງກ່າວສຳເລັດ ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໄດ້ທາງດ້ານມາດຕະຖານເຕັກນິກ ໃນຕອນທ້າຍທ່ານໄດ້ກ່າວຄຳຂອບໃຈ ຍ້ອງຍໍ ຊົມເຊີຍມາຍັງທຸກພາກສ່ວນ ເປັນຕົ້ນແມ່ນລັດວິສາຫະກິດນ້ຳປະປານະຄອນຫຼວງ ບໍລິສັດທໍ່ນໍ້າລາວ ອຸດສາຫະກຳ ເທັກໂນ ໂລຢີ ຈຳກັດຜູ້ດຽວ ແລະ ມູນນິທິອິດມິດເວດປະຈຳລາວ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ແລະ ຈັດຫາແຫຼ່ງທຶນ ເຂົ້າມາຊ່ວຍ ພັດທະນາວຽກງານນ້ຳປະປາ ຢູ່ນະຄອນຫຼວງວຽງຈັນ ກໍຄື ກຸ່ມບ້ານດັ່ງກ່າວນີ້.           

error: Content is protected !!