ທີມພະນັກງານຄູອາຈານ ມະຫາວິທະຍາໄລແຫ່ງຊາດ (ມຊ) ສາມາດເອົາຊະນະທີມບໍລິສັດ ເບຍລາວ ຈຳກັດ ໄປ 4-1 ປະຕູ ຮອບຊີງຊະນະເລີດ ຄວ້າແຊັມການແຂ່ງຂັນເຕະບານ 8 ຄົນ (7 ຮັບ 1) ຫຼື ລາຍການເບຍລາວຄັບ 2020 ຄັ້ງທີ 8 ປະຈຳປີ 2020 ສ່ວນທີມກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ໄລ່ເອົາຊະນະທີມກຸ່ມນັກຂ່າວສາຍກີລາ ໄປແບບຫວຸດຫວິດ 3-2 ປະຕູ ຄວ້າທີ 3 ໄປຄອງ.

ກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ຮ່ວມກັບບໍລິສັດ ເບຍລາວ ຈັດການແຂ່ງຂັນບານເຕະມິດຕະພາບ 4 ພາກສ່ວນ ລາຍການເບຍລາວຄັບ ຄັ້ງທີ 8 ປະຈຳປີ 2020 ຂຶ້ນທີ່ສະໜາມກີລາຫຍ້າທຽມ ມຊ ວິທະຍາເຂດດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມີທ່ານນາງ ເພັດສະໝອນ ແກ້ວໂສພາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ມຊ ທ່ານ ຈັນສະໝອນ ເມກສະຫວັນ ຜູ້ຈັດການຝ່າຍຂາຍ ແລະ ການຕະຫຼາດບໍລິສັດ ເບຍລາວ ທ່ານ ຄຳແພງ ເພົ້າບົວວົງ ປະທານກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ແລະ ທ່ານ ສຸກນິລັນດອນ ສຸດທິວົງນໍລາດ ຫົວໜ້າພະແນກບົດໜັງສືພິມພາສາຕ່າງປະເທດ (ວຽງຈັນທາມ) ທັງເປັນຫົວໜ້າກຸ່ມນັກຂ່າວສາຍກີລາ ພ້ອມດ້ວຍສະມາຊິກ 4 ພາກສ່ວນ ພະນັກງານ ຄູອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ລາຍການນີ້ ຈັດຂຶ້ນເພື່ອເປັນການຮັດແໜ້ນຄວາມສາມັກຄີ ບັນດາສະມາຊິກທັງ 4 ພາກສ່ວນ ພ້ອມທັງສົ່ງເສີມການຕະຫຼາດຂອງບັນດາຄູ່ຮ່ວມທຸລະກິດ ເຊິ່ງປະກອບມີ ທີມກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ທີມບໍລິສັດ ເບຍລາວ ທີມຄູ-ອາຈານ ມຊ ແລະ ກຸ່ມນັກຂ່າວສາຍກີລາ ການແຂ່ງຂັນນຳໃຊ້ລະບົບທີມເສຍໃນນັດທີ 1 ຈະເຂົ້າຊີງທີ 3 ແລະ ທີມຊະນະຈະເຂົ້າຊີງຊະນະເລີດ ນັດທຳອິດ ທີມບໍລິສັດ ເບຍລາວ ເອົາຊະນະທີມກຸ່ມນັກຂ່າວສາຍກີລາ 6-4 ປະຕູ ແລະ ທີມກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ພາດທ່າເສຍໃຫ້ທີມຄູ-ອາຈານ ມຊ 7-6 ປະຕູ ເຮັດໃຫ້ທີມບໍລິສັດ ເບຍລາວ ຜ່ານເຂົ້າຊີງກັບທີມຄູ-ອາຈານ ມຊ ຜ່ານການແຂ່ງຂັນຜົນປາກົດ ແຊັມຕົກເປັນຂອງທີມຄູ-ອາຈານ ມຊ ທີ່ເອົາຊະນະທີມເບຍລາວ ໃນນັດຊີງຊະນະເລີດ 4-1 ສ່ວນອັນດັບ 3 ເປັນຂອງທີມກຸ່ມຮ້ານອາຫານນະຄອນຫຼວງ-ເບຍລາວ ທີ່ເອົາຊະນະທີມສະມາຄົມນັກຂ່າວສາຍກີລາ 3-2.