ທີມຄົນພິການຕາລາວ ຍາດໄດ້ທີ 2 ບານເຕະຄົນພິການຕາ ໄທແລນ ໂອເພັນ 2023

    ທັບນັກກີລາເຕະບານ ຄົນພິການຕາທີມຊາດລາວ ສາມາດຢັນສະເໝີກັບ ທີມຊາດໄທ ຄົບ 30 ນາທີ ສະເໝີກັນ 0-0 ແຕ່ໜ້າເສຍດາຍຍິງຈຸດໂທດບໍ່ຄົມ ພໍເສຍໃຫ້ທີມຊາດໄທ 2-3 ໄດ້ອັນດັບທີ 2 ຫຼື ຮອງແຊັມໄປຄອງ ລາຍການ ໄທແລນ ໂອເພັນ 2023 ຫຼື 2023 Asia & Pacific Invitational Blind Football Tournament ຈັດຂຶ້ນ ລະຫວ່າງວັນທີ 13-19 ມີນາ 2023.

    ການແຂ່ງຂັນເຕະບານ ໄທແລນ ໂອເພັນ 2023 ທີ່ນະຄອນຫຼວງບາງກອກ ປະເທດໄທ ຮັບກຽດເປັນເຈົ້າພາບ ເປັນການລາຍງານທົດສອບຄວາມພ້ອມຂອງ ທີມຊາດລາວ ແລະ ທີມຊາດໄທ ກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກີລາຄົນພິການ ອາຊຽນ ຄັ້ງທີ 12 ຫຼື “ອາຊຽນ ພາຣາເກມ” ຈະຈັດຂຶ້ນ ທີ່ປະເທດກຳປູເຈຍ ເປັນເຈົ້າພາບ ໃນກາງປີນີ້.

    ການແຂ່ງຂັນໃນຄັ້ງນີ້ ມີທັງໝົດ 4 ຊາດເຂົ້າຮ່ວມ ປະກອບມີ: ທີມຊາດໄທ ເຈົ້າພາບ ທີມຊາດລາວ ທີມຊາດຄາຊັກສະຖານ ແລະ ທີມຊາດອິນເດຍ ຮູບແບບການແຂ່ງຂັນແມ່ນແຂ່ງພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ຜ່ານເຂົ້າສູ່ຮອບຊີງຊະນະເລີດ ແລະ ອັນດັບທີ 3-4 ແມ່ນໄປຊີງອັນດັບທີ 3 ຕາມລຳດັບ.

   ສຳລັບຜົນງານຂອງທັບນັກກີລາບານເຕະ ຄົນພິການຕາທີມຊາດລາວ ໃນຮອບຄັດເລືອກ ນັດທຳອິດ ທີມຊາດລາວ ຊະນະທີມຊາດອິນເດຍ 1-0 ປະຕູ ນັດທີ 2 ທີມຊາດລາວ ຊະນະ ທີມຊາດຄາຊັກສະຖານ 2-0 ປະຕູ ແລະ ນັດສຸດທ້າຍ ທີມຊາດລາວ ເສຍ ທີມຊາດໄທ 0-2 ປະຕູ ກ່ອນໃນຮອບຊີງຊະນະເລີດ ທີມຊາດລາວ ສາມາດຢັນສະເໝີກັບ ທີມຊາດໄທ ຄົບເວລາ 30 ນາທີ ສະເໝີ 0-0 ປະຕູ ຕ້ອງມາດວນຈຸດໂທດກັນ ແລະ ເປັນທີມຊາດໄທ ທີ່ຍິງໄດ້ຄົມກວ່າເປັນຝ່າຍເອົາຊະນະ ທີມຊາດລາວ ໄປແບບຫວຸດຫວິດ 3-2 ປະຕູ ສົ່ງຜົນໃຫ້ທີມຊາດໄທ ໄດ້ແຊັມລາຍການນີ້ ໄປຄອງ ສ່ວນ ທີມຊາດລາວ ໄດ້ອັນດັບທີ 2 ຂະນະທີ່ອັນດັບທີ 3 ເປັນຂອງທີມຊາດອິນເດຍ ແລະ ທີ 4 ແມ່ນທີມຊາດຄາຊັກສະຖານ.

    ພາຍຫຼັງສິ້ນສຸດການແຂ່ງຂັນ ທັບນັກກີລາຄົນພິການຕາທີມຊາດລາວ ກໍໄດ້ເດີນທາງມາເຖິງບ້ານເກີດເມືອງນອນ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ໃນວັນທີ 19 ມີນາ 2023 ໂດຍໄດ້ຮັບການຕ້ອນຮັບຢ່າງສົມກຽດ ແລະ ອົບອຸ່ນຈາກຄະນະນຳກະຊວງສຶກສາທິການ ແລະ ກີລາ ກໍຄື ຄະນະບໍລິຫານງານສະຫະພັນບານເຕະຄົນພິການຕາແຫ່ງຊາດລາວ.

error: Content is protected !!