ມີນັກສຶກສາລາວ ທີ່ກຳລັງສຶກສາຢູ່ ແຂວງເຫງະອານ ສສ ຫວຽດນາມ ຈຳນວນ 14.050 ຄົນ

    ສະຖານທູດແຫ່ງ ສປປລາວ ປະຈໍາ ສສ ຫວຽດນາມ ຈັດກອງປະຊຸມສະຫຼຸບວຽກງານການ ຄຸ້ມຄອງ ນັກສຶກສາລາວ ສົກຮຽນ 2020-2021 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ທີ່ມະຫາວິທະຍາໄລວິງ ແຂວງ ເຫງະອານ ສສ ຫວຽດນາມ ໂດຍການເປັນປະທານຂອງທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ມີທ່ານ ຄຳພັນ ຄຳອ່ອນ ທີ່ປຶກສາຝ່າຍສຶກສາ-ວັດທະນະທຳ ມີຜູ້ຮັບຜິດຊອບ ວຽກງານສຶກສາຈາກສະ ຖານກົງສູນໃຫຍ່ນະຄອນດານັ່ງ ແລະ ນະຄອນໂຮ່ຈີມິງ ພ້ອມດ້ວຍພະນັກງານ ສະຖານທູດ ມີບັນດາພະນັກງານຄູອາຈານ ນັກສຶກສາລາວທີ່ມະຫາວິທະຍາໄລວິງ ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຂອງລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຈາກສະຖາບັນການສຶກສາໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

    ທ່ານ ຄຳພັນ ຄຳອ່ອນ ໄດ້ລາຍງານຫຍໍ້ ກ່ຽວກັບການຄຸ້ມຄອງນັກສຶກສາລາວ ສົກຮຽນ 2020-2021 2021-2022 ແລະ ທິດທາງແຜນການ ສົກຮຽນ 2022-2023 ສົກຮຽນ 2021-2022 ມີນັກສຶກສາລາວ ລວມທັງໝົດ 14.050 ຄົນ ຍິງ 4.344 ຄົນ ໃນນັ້ນ ສາຍປົກຄອງ 11.884 ຄົນ ຍິງ 4.023 ຄົນ ສາຍ ປກສ ແລະ ປກຊ ຈໍານວນ 2.166 ຄົນ ຍິງ 321 ຄົນ ມີທຶນລັດຖະບານ 4.838 ຄົນ ທຶນຮ່ວມມືລະ ຫວ່າງແຂວງ 5.480 ຄົນ ທຶນບໍລິສັດ 12 ຄົນ ທຶນສ່ວນຕົວ 3.720 ຄົນ ນັກສຶກສາທີ່ຮຽນຈົບກັບຄືນ ປະເທດລວມທັງໝົດ 2.151 ຄົນ.

    ໃນສອງສົກຮຽນທີ່ຜ່ານມາ ນັກສຶກສາລາວ ໄດ້ຮັບໃບຍ້ອງຍໍ ດີເດັ່ນດ້ານການຮຽນ ປະເພດ1 ຈໍານວນ 143 ຄົນ ຍິງ 70 ຄົນ ເດັ່ນການຮຽນປະເພດ2 ຈໍານວນ 224 ຄົນ ຍິງ 75 ຄົນ ຈາກທ່ານເອກອັກຄະລັດຖະທູດລາວ ນອກນັ້ນມີນັກສຶກສາລາວ ເພດຍິງ 1 ຄົນ ໄດ້ຮັບໃບຍ້ອງຍໍຈາກສະພາຟີຊິກຫວຽດນາມ ຍ້ອນຜູ້ກ່ຽວ ໄດ້ລາງວັນທີ 1 ໃນການແຂ່ງຂັນ ວິຊາຟີຊິກ ທົ່ວປະເທດຫວຽດນາມ ຄັ້ງທີ 14.

error: Content is protected !!