ກະຊວງ ຖວທ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ພ້ອມມອບໃບຍ້ອງຍໍ 5 ເປັນເຈົ້າ

    ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ ໃນວັນທີ 27 ກຸມພາ 2023 ທີ່ໂຮງຮຽນສິນລະປະແຫ່ງຊາດ ໂດຍການປາຖະກະຖາຂອງ ທ່ານ ຄຳຫຼ້າ ຍອຍສາຍຄຳ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ປະທານຄະນະບໍລິຫານງານ ສະຫະ ພັນກຳມະບານກະຊວງ ຖວທ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ ຫົວໜ້າກົມ ຮອງກົມ ພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

    ໂອກາດນີ້ ທ່ານ ຄຳຫຼ້າ ຍອຍສາຍຄຳ ໄດ້ຍົກໃຫ້ເຫັນມູນເຊື້ອຄວາມເປັນມາ ຄວາມໝາຍ ຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ສະຫະພັນກຳມະບານລາວ ທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນເຂົ້າໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ເຊິ່ງສະຫະພັນກຳມະບານລາວ ແມ່ນກ້ອນກຳລັງແຮງ ໜຶ່ງທີ່ມີນ້ຳໃຈເສຍສະຫຼະອັນພິລະອາດຫານ ເຂົ້າໃນການຕໍ່ສູ້ກູ້ຊາດ ສຸມທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າຮ່ວມທຸກຂະບວນການຕໍ່ສູ້ ຂອງປະເທດຊາດທີ່ໄດ້ມອບໝາຍໃຫ້.

    ໂອກາດດຽວກັນ ທ່ານ ຄູນສະຫວັດ ຊຸ່ມມະນີວົງ ຮອງປະທານ ສະຫະພັນກຳມະບານກະຊວງ ຖວທ ກໍໄດ້ຜ່ານບົດລາຍງານຜົນການປະເມີນຂໍ້ແຂງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານລາວ ປະຈຳປີ 2022 ແລະ ແຜນການປີ 2023 ຂອງສະຫະພັນກຳມະບານກະຊວງ ຖວທ ຈາກນັ້ນ ທ່ານນາງ ສວນສະຫວັນ ວິຍະເກດ ກໍໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ສະຫະພັນກຳມະບານ ກະຊວງ ຖວທ ແລະ ບັນດາໜ່ວຍກຳມະບານຮາກຖານອ້ອມຂ້າງກະຊວງ ຖວທ ຈຳ ນວນ 27 ໜ່ວຍ ຕື່ມອີກ.

error: Content is protected !!