ເມື່ອຫຼຽວເບິ່ງຄືນຫຼັງ ດ້ານສຸຂະພາບແມ່ຍິງ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ, ຄວາມກ້າວໜ້າທີ່ພົ້ນເດັ່ນບໍ່ແມ່ນພຽງແຕ່ທາງດ້ານນະໂຍບາຍ ຫຼື ລະບົບເທົ່ານັ້ນ. ແຕ່ຍັງແມ່ນບຸກຄົນ, ພາລະກໍາລັງ, ຄວາມອົດທົນ ແລະ ຄວາມເຊື່ອໝັ້ນຂອງພວກເຂົາ. ນີ້ແມ່ນເລື່ອງລາວແຫ່ງຄວາມມຸ່ງໝັ້ນ ໃນໄລຍະເວລາຫຼາຍປິ. ເປັນເລື່ອງລາວ ຂອງຜູ້ໃຫ້ບໍລິການດ້ານ ສາທາລະນະສຸກທີ່ຍັງຄົງສືບຕໍ່ສົ່ງເສີມຜະດຸງຄັນ ຜູ້ທີ່ຢືນຮຽງຂ້າງແມ່ຍິງ ແລະ ຄອບຄົວໃນຊ່ວງເວລາທີ່ສຳຄັນ ທີ່ສຸດ, ພະນັກງານສາທາ ລະນະສຸກຊົນເຜົ່າ ຜູ້ທີ່ກັບຄືນໄປຮັບໃຊ້ຊຸມຊົນຂອງຕົນ ເອງ ແລະ ໄວໜຸ່ມ ຜູ້ທີ່ໃຫ້ຄວາມໄວ້ວາງໃຈ, ສະແດງຄວາມກ້າຫານ ແລະ ການມີສ່ວນຮ່ວມຂອງພວກເຂົາ ເພື່ອຊ່ວຍສ້າງລະບົບ ສາທາລະນະສຸກ ໃຫ້ຕອບສະໜອງໄດ້ດີຂຶ້ນ.

ພ້ອມກັນນີ້, ຍັງເປັນເລື່ອງລາວ ແຫ່ງການສືບຕໍ່, ເຊິ່ງມີແນວທາງໃນການນໍາພາ ທີ່ແຕກຕ່າງກັນ ຂອງ ທ່ານນາງ ແຊລລີ ສະກຸນຄູ (Sally Sakulku), ພະນະທ່ານ ດຣ ບຸນແຝງ ພູມມະໄລສິດ ແລະ ພະນະທ່ານ ໂທມັສ ລາມມາ (Thomas Lammar). ຕະຫຼອດຫຼາຍປີທີ່ຜ່ານມາ, ເສັ້ນທາງຂອງພວກເພິ່ນ ຍັງຄົງເຊື່ອມຈອດ ຍ້ອນຈຸດປະ ສົງດຽວກັນ: ນັ້ນກໍຄືການສົ່ງເສີມສຸຂະພາບ, ກຽດສັກສີ ແລະ ສິດທິ ໃນ ສປປ ລາວ.ຄວາມໝາຍຄວາມເລິກເຊິ່ງ ຂອງການເດີນທາງຮ່ວມກັນນີ້ ບໍ່ແມ່ນພຽງແຕ່ຍ້ອນວ່າ ພວກເພິ່ນແມ່ນໃຜ, ແຕ່ແມ່ນຄໍາຖາມທີ່ວ່າ ການຮ່ວມມືຂອງພວກເພິ່ນ ແມ່ນສະທ້ອນເຖິງຫຍັງ. ເບື້ອງຫຼັງຂອງການໄດ້ຮັບ ໝາກຜົນສໍາເລັດ ທີ່ເປັນຮູບປະທໍາ ແມ່ນການວາງແຜນ, ການປະສານງານ, ການໂຄສະນາຂົນ ຂວາຍ, ການສົ່ງເສີມວຽກງານວິຊາການ ແລະ ການສ້າງຄູ່ຮ່ວມງານ ຂອງພວກເພິ່ນ. ຜ່ານແຜນງານຮ່ວມລະຫວ່າງ ກະຊວງສາທາລະນະສຸກ, ອົງການ UNICEF, ອົງການ UNFPA ແລະ ອົງການອະນາໄມໂລກ (WHO) ທີ່ໄດ້ຮັບການສະໜັບສະໜູນ ຈາກປະເທດລຸກຊຳບວກ ເຊິ່ງໄດ້ຖືກຈັດຕັ້ງປະຕິບັດມາເປັນ ເວລາສອງທົດສະວັດ, ສປປ ລາວ ບໍ່ໄດ້ສ້າງພຽງແຕ່ໂຄງການ ຫຼື ກິດຈະກຳທີ່ປັດຕິບັດຄັ້ງດຽວ, ແຕ່ໄດ້ປູເສັ້ນທາງອັນຍາວໄກໃນການປະຕິຮູບ ດ້ານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ວຽກງານດັ່ງກ່າວ ໄດ້ຖືກຫັນຈາກນະໂຍ ບາຍ ໄປສູ່ການປະຕິບັດຕົວຈິງ, ຈາກຍຸດທະສາດລະດັບຊາດ ໄປສູ່ການຈັດຕັ້ງປະຕິບັດຂັ້ນແຂວງ, ຈາກສະຖາບັນຝຶກອົບຮົມ ໄປສູ່ສຸກສາລາ, ຈາກລະບົບການສະໜອງ ໄປສູ່ຫ້ອງໃຫ້ຄຳປຶກສາ ແລະ ຈາກໂຕະຂອງການນຳ ໄປສູ່ຕຽງເກີດລູກຂອງແມ່ຍິງ.ຄວາມເຂັ້ມແຂງຂອງການເດີນທາງຄັ້ງນີ້ແມ່ນຍ້ອນ ການບໍ່ຈຳກັດກອບການຊ່ວຍເຫຼືອ ໃຫ້ມີພຽງແຕ່ວຽກດຽວ, ມີທີມງານດຽວ ຫຼື ຢູ່ໃນລະດັບດຽວຂອງລະບົບ. ແຕ່ມັນອີງໃສ່ການນຳພາຂອງລັດຖະບານ, ການຊີ້ນຳທາງດ້ານວິຊາການ, ການລົງທຶນຢ່າງຕໍ່ເນື່ອງ ແລະ ທີ່ສຳຄັນເປັນຢ່າງຍິ່ງ ແມ່ນ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ.

ເມື່ອເວລາຜ່ານໄປ, ໜຶ່ງໃນການຫັນປ່ຽນທີ່ສຳຄັນທີ່ສຸດໃນ ສປປ ລາວ ແມ່ນການເຂົ້າໃຈຢ່າງແຈ່ມແຈ້ງວ່າ ການເຂົ້າເຖິງພຽງຢ່າງດຽວແມ່ນບໍ່ພຽງພໍ. ມັນບໍ່ພຽງພໍ ຖ້າມີນະໂຍບາຍການບໍລິການ ແຕ່ເມື່ອແມ່ຍິງມາຮອດສະຖານ ທີ່ບໍລິການ ແລ້ວຜູ້ໃຫ້ບໍລິການ ພັດບໍ່ມີຄວາມພ້ອມຢ່າງເຕັມທີ່. ມັນບໍ່ພຽງພໍ ຖ້າສະຖານທີ່ບໍລິການທີ່ມີຢູ່ ຍັງຂາດອຸປະກອນ, ລະບົບການສົ່ງຕໍ່ ຫຼື ມາດຕະຖານທີ່ຈຳເປັນ ໃນການຄຸ້ມຄອງພາວະແຊກຊ້ອນ. ມັນບໍ່ພຽງພໍ ທີ່ຈະບອກໄວໜຸ່ມວ່າ ພວກເຮົາພ້ອມໃຫ້ບໍລິການ ແຕ່ພວກເຂົາຍັງຄົງຢ້ານກົວ ໃນການຖືກຕັດສິນ, ການປິດງຽບ ຫຼື ຄວາມອັບອາຍ. ຄຳຖາມທີ່ຄວນຖືກເຈາະຈິ້ມ ບໍ່ແມ່ນພຽງແຕ່: ມີການບໍລິການ ຫຼື ບໍ່ມີ? ແຕ່ຄວນຕັ້ງຖາມວ່າ: ການບໍລິການນັ້ນ ມີຄຸນະພາບ, ມີຄວາມເຄົາລົບ ແລະ ມີຄວາມໄວ້ວາງໃຈ ຫຼື ບໍ່? ເພື່ອສາມາດສົ່ງເສີມ ການບັນ ລຸຜົນໄດ້ຮັບ ດ້ານສິດທິ ແລະ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ຂອງພວກເຂົາ. ການຫັນປ່ຽນແນວຄວາມຄິດດັ່ງກ່າວ ຊ່ວຍສ້າງຄວາມເຂັ້ມແຂງທີ່ສຳຄັນທີ່ ສຸດ ໃນບາງຂົງເຂດຂອງຂະແໜງ ສາທາລະນະສຸກ, ໂດຍສະເພາະ ແມ່ນໃນຂົງເຂດວຽກງານຜະດຸງຄັນ, ຄວາມພ້ອມຂອງສະຖານທີ່ບໍລິການ, ການວາງແຜນຄອບຄົວ ແລະ ການໃຫ້ຄຳປຶກສາ.ໜຶ່ງໃນຕົວຢ່າງທີ່ຊັດເຈນທີ່ສຸດ ຂອງວິໄສທັດໄລຍະຍາວນີ້ ແມ່ນການລົງທຶນໃສ່ວຜະດຸງຄັນ. ຜະດຸງຄັນທີ່ໄດ້ຜ່ານການຝຶກອົບຮົມ ເປັນຢ່າງດີ ຈະສາມາດຊ່ວຍປ້ອງກັນການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ໄດ້ເຖິງ 2 ໃນ 3. ການເບິ່ງແຍງ ແລະ ດູແລຂອງພວກເຂົາ ຍັງຊ່ວຍຫຼຸດຜ່ອນ ຄວາມຕ້ອງການ ທາງການແພດທີ່ບໍ່ຈໍາເປັນ ເຊັ່ນ: ການຜ່າຕັດ ເກີດລູກ, ເຊິ່ງຈະຊ່ວຍເຮັດໃຫ້ມີຄວາມປອດໄພຫຼາຍຂຶ້ນ. ໃນ ສປປ ລາວ, ການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານຜະດຸງຄັນ ບໍ່ແມ່ນແຕ່ເປັນການເພີ່ມບຸກຄະລາກອນ ໃຫ້ຫຼາຍຂຶ້ນ ເທົ່ານັ້ນ. ແຕ່ມັນແມ່ນການສ້າງວິຊາຊີບທີ່ເຂັ້ມແຂງ ທີ່ສາມາດຊ່ວຍຊີວິດຄົນໄດ້. ການປະເມີນຜົນ ແລະ ການວາງແຜນໃນເບື້ອງຕົ້ນ ໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນ ຂອງການພັດ ທະນາເສັ້ນທາງການສຶກສາ ຂອງຜະດຸງຄັນ, ປັບປຸງຄວາມສາມາດດ້ານການຮຽນ-ການສອນ, ຂະຫຍາຍໂອກາດໃນການຝຶກອົບຮົມ ທາງດ້ານຄລີນິກ ແລະ ສ້າງຂີດຄວາມສາ ມາດ ສຳລັບການຊ່ວຍເກີດລູກຢ່າງມີທັກສະ ແລະ ການເບິ່ງແຍງສຸກເສີນສຳລັບແມ່ ແລະ ເດັກເກີດໃໝ່. ເມື່ອເວ ລາຜ່ານໄປ, ແຜນງານເຫຼົ່ານີ້ ໄດ້ພັດທະນາ ໄປສູ່ການສ້າງມາດຕະຖານທີ່ເຂັ້ມແຂງຂຶ້ນ, ກອບຂີດຄວາມສາມາດທີ່ຊັດເຈນຂຶ້ນ ແລະ ຂໍ້ກຳນົດການຮັບຮອງ ເຊິ່ງແນໃສ່ການປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງຂອງການຝຶກອົບຮົມ. ຜະດຸງຄັນທີ່ໄດ້ຮັບ ການຝຶກອົບຮົມຢ່າງມີຄຸນະພາບ ສາມາດຊ່ວຍເກີດລູກໄດ້ຢ່າງປອດໄພຂຶ້ນ, ໃຫ້ຄຳປຶກສາ ທີ່ດີຂຶ້ນ, ສາມາດສັງເກດສັນຍານອັນຕະລາຍ ໄດ້ຢ່າງທັນການ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ແມ່ຍິງ ແລະ ຄອບຄົວເພີ່ມຂຶ້ນ ໃນຊ່ວງເວລາທີ່ບອບບາງຂອງຊີວິດ.
ການລົງທຶນດັ່ງກ່າວນີ້ ບົ່ງບອກເຖິງຄວາມເປັນມະນຸດສະທຳຢ່າງເລິກເຊິ່ງ ໂດຍຊີ້ໃຫ້ເຫັນວ່າ ແມ່ຍິງທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ກໍຄວນໄດ້ຮັບການດູແລເບິ່ງແຍງເຊັ່ນດຽວກັນກັບຜູ້ອື່ນໆ. ມັນບົ່ງບອກເຖິງຄວາມສໍາຄັນຂອງມາດຕະຖານ, ຄວາມພາກພຽນຂອງການຝຶກອົບຮົມ ແລະ ຄວາມພ້ອມທາງດ້ານທັກສະ ນອກເໜືອຈາກຄວາມເມດຕາ ຂອງຜູ້ທີ່ຢືນຢູ່ຄຽງຂ້າງແມ່ທີ່ກຳລັງເກີດລູກ.
ພ້ອມກັນນັ້ນ, ມັນຍັງສະແດງເຖິງການຍົກຍ້ອງບັນດາຜະດຸງຄັນ ຜູ້ທີ່ສືບຕໍ່ປະຕິບັດວິຊາຊີບນີ້ ແລະ ຍັງຄົງສືບຕໍ່ຮັບໃຊ້ຊາດ ຕະຫຼອດຫຼາຍປີທີ່ຜ່ານມາ ແລະ ເປັນຜູ້ທີ່ແບກຫາບຄວາມຮັບຜິດຊອບນີ້ ຢ່າງງຽບໆ ແຕ່ດ້ວຍຄວາມເຂັ້ມແຂງ. ສິ່ງຕ່າງໆເຫຼົ່ານີ້ ແມ່ນເລື່ອງລາວຂອງພວກເຂົາ.ຄວາມມຸ່ງໝັ້ນໃນໄລຍະຍາວທີ່ຄ້າຍຄືກັນນີ້ ສາ ມາດເຫັນໄດ້ໃນຄວາມພະຍາຍາມເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ສະຖານທີ່ບໍລິການ ແລະ ການສະໜອງການບໍລິ ການ. ຜູ້ໃຫ້ບໍລິການທີ່ມີທັກສະ ຍັງຕ້ອງການ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ.

ຕະຫຼອດຫຼາຍປີທີ່ຜ່ານມາ, ຄູ່ຮ່ວມງານ ໄດ້ສະໜັບສະ ໜູນ ດ້ານການໃຫ້ບໍລິການທີ່ເຂັ້ມແຂງຂຶ້ນ, ການສ້າງຂີດຄວາມສາມາດ ໃນລະດັບທ້ອງຖິ່ນ ແລະ ດ້ານພື້ນຖານໂຄງລ່າງ ລວມທັງ ອຸປະກອນ ແລະ ລະບົບ ເພື່ອຊ່ວຍປັບປຸງຄວາມສາມາດໃນການຕອບສະໜອງ ຂອງສະຖານທີ່ບໍລິການຕ່າງໆ. ການຝຶກອົບຮົມຄືນ ແລະ ການບັນຈຸຊັບຊ້ອນຜະດຸງຄັນຊຸມຊົນ ແລະ ຜູ້ຊໍານານໃນການຊ່ວຍເກີດ, ລວມທັງ ພະນັກງານຊົນເຜົ່າ ທີ່ເຂົ້າໃຈພາສາທ້ອງຖິ່ນ, ສາ ມາດຊ່ວຍຫັນປ່ຽນການນຳໃຊ້ສຸກສາລາໃຫ້ດີຂຶ້ນ.
ສະຖານທີ່ບໍລິການ ທີ່ເມື່ອກ່ອນ ມີອັດຕາການເຂົ້າໃຊ້ບໍລິ ການເກີດລູກຕໍ່າ ກໍເລີ່ມມີອັດຕາເກີດລູກທີ່ເພີ່ມຂຶ້ນ, ນັ້ນບໍ່ແມ່ນຍ້ອນຄວາມບັງເອີນ, ແຕ່ແມ່ນຍ້ອນ ແມ່ຍິງເລີ່ມມີຄວາມໄວ້ວາງໃຈໃນການດູແລ ແລະ ຄວາມພ້ອມໃນການບໍລິການຫຼາຍຂຶ້ນ. ສະນັ້ນ, ການປະກອບສ່ວນຂອງຜູ້ໃຫ້ບໍລິການສຸຂະພາບ ໃນທົ່ວປະເທດ ຄວນໄດ້ຮັບການຍົກຍ່ອງ ແລະ ນັບຖື ເພາະວ່າ ພວກເຂົາ ໄດ້ຊ່ວຍຫັນປ່ຽນນະໂຍບາຍ ໃຫ້ກາຍເປັນການດູແລ ແລະ ຫັນປ່ຽນການດູແລ ໃຫ້ກາຍເປັນຄວາມໝັ້ນໃຈ.ອີກພາກສ່ວນໜຶ່ງທີ່ມີຄວາມໝາຍ ຂອງການເດີນທາງນີ້ ແມ່ນຄວາມພະຍາຍາມ ໃນການເຮັດໃຫ້ການບໍລິການສຸຂະພາບຈະເລີນພັນ ສາ ມາດເຂົ້າເຖິງງ່າຍ ແລະ ມີຄວາມເຄົາລົບຫຼາຍຂຶ້ນ.

ການລິເລີ່ມການໃຫ້ຄຳປຶກສາແກ່ຄູ່ແຕ່ງງານ ທີ່ໄດ້ຮັບການສະໜັບສະໜູນໃນ ສປປ ລາວ ຊີ້ໃຫ້ເຫັນເຖິງ ແນວຄວາມຄິດທີ່ສະທ້ອນເຖິງສິດທິມະນຸດຫຼາຍຂຶ້ນ ໃນດ້ານສຸຂະ ພາບ. ການລິເລີ່ມນີ້ ເປັນການສົ່ງເສີມວິທີການ ທີ່ເປັນມິດ, ບໍ່ຈຳແນກປະຕິບັດ ແລະ ຮັກສາຄວາມລັບ ເພື່ອສະໜັບສະໜູນການເປັນຢູ່ທີ່ດີຂອງຄູ່ຊີວິດ. ການບໍລິ ການສຸຂະພາບຈະເລີນພັນ ບໍ່ແມ່ນການໃຫ້ຄຳແນະນຳໃນລັກສະນະແບບຮີບດ່ວນ ແຕ່ມັນແມ່ນການສົນທະນາ, ເປັນພື້ນທີ່ ໃຫ້ຄູ່ແຕ່ງງານສາມາດຕັ້ງຄຳຖາມ, ສົນທະນາກ່ຽວກັບວິທີຄຸມກຳເນີດ, ເຂົ້າໃຈທາງເລືອກໃນການຈະເລີນພັນ ແລະ ຕັດສິນໃຈຮ່ວມກັນດ້ວຍຄວາມໝັ້ນໃຈຫຼາຍຂຶ້ນ. ການດູແລລັກສະນະດັ່ງກ່າວ ບໍ່ພຽງແຕ່ຖືກຕ້ອງຕາມຫຼັກວິຊາການເທົ່ານັ້ນ, ແຕ່ຍັງແມ່ນການຍົກສູງກຽດສັກ ສີ.ເນື້ອໃນຈິດໃຈດຽວກັນນີ້ ໄດ້ຂະຫຍາຍໄປຮອດການບໍລິການທີ່ເປັນມິດກັບເຍົາວະຊົນ ແລະ ໄວໜຸ່ມ. ເປັນທີ່ຮັບຮູ້ກັນຫຼາຍຂຶ້ນວ່າ ໄວໜຸ່ມຕ້ອງການ ຫຼາຍກວ່າການໂຄສະນາຂໍ້ມູນຂ່າວສານ ໃນທາງເດີນດ້ານສາທາລະນະສຸກຢູ່ ສປປ ລາວ. ພວກເຂົາຕ້ອງການການບໍລິການ ທີ່ອອກແບບມາ ໂດຍອີງໃສ່ສະພາບຄວາມເປັນຈິງຂອງພວກເຂົາ, ມີພື້ນທີ່ປິດລັບ ແລະ ມີການເຄົາລົບ, ການຍິນດີຕອບຄຳຖາມ ແລະ ຜູ້ໃຫ້ບໍລິການ ທີ່ຮູ້ວິທີສົ່ງເສີມການມີສ່ວນ ຮ່ວມ ໂດຍປາສະຈາກການຕັດສິນ. ວິທີການເຫຼົ່ານີ້ ມີຄວາມສຳຄັນ ຍ້ອນວ່າມັນມີອິດທິພົນຕໍ່ທາງເລືອກຂອງໄວໜຸ່ມ ໃນການເລື່ອນການຖືພາທີ່ມີຄວາມສ່ຽງ, ການເຂົ້າຫາຄວາມຊ່ວຍເຫຼືອແຕ່ຫົວທີ, ຄວາມຮູ້ສຶກປອດໄພທີ່ຈະຂໍຄຳແນະນຳ ຫຼື ພຽງແຕ່ຮຽນຮູ້ວ່າ ລະບົບສາທາລະນະສຸກ ສາມາດເປັນບ່ອນທີ່ໃຫ້ການສະໜັບສະໜູນ ໂດຍບໍ່ມີຄວາມຢ້ານກົວ. ເມື່ອການບໍລິການສຸຂະພາບ ເປັນມິດແກ່ໄວໜຸ່ມຫຼາຍຂຶ້ນ, ຄວາມເປັນທຳກໍເຫັນໄດ້ຊັດເຈນຂຶ້ນ. ໝາຍຄວາມວ່າ, ໄວໜຸ່ມ ບໍ່ແມ່ນພຽງແຕ່ຜູ້ໄດ້ຮັບຜົນປະໂຫຍດ ຈາກຄວາມຄືບໜ້າເທົ່ານັ້ນ.
ແຕ່ພວກເຂົາ ແມ່ນສ່ວນໜຶ່ງຂອງເຫດຜົນ ທີ່ຄວາມຄືບໜ້າ ສາມາດຕອບສະໜອງ ແລະ ມີຄວາມເປັນມະນຸດສະທຳຫຼາຍຂຶ້ນ.ສິ່ງທີ່ເຮັດໃຫ້ສາຍສໍາພັນລະຫວ່າງ ທ່ານນາງ ແຊລລີ, ທ່ານ ດຣ ບຸນແຝງ ແລະ ທ່ານ ໂທມັສ ມີຄວາມໝາຍເລິກເຊິ່ງ ແມ່ນຍ້ອນການບໍ່ຍຶດຕິດ ຢູ່ກັບພາລະບົດ ບາດດຽວ, ແຕ່ສາຍໄຍລະຫວ່າງພວກເພິ່ນ ບໍ່ໄດ້ຖືກຕັດຂາດ. ຜູ້ໜຶ່ງຍັງຄົງສືບຕໍ່ວຽກການປະສານງານດ້ານວິຊາ ການ ແລະ ສຸຂະພາບຈະເລີນພັນ. ຜູ້ໜຶ່ງໄດ້ກ້າວຂຶ້ນສູ່ບົດບາດ ໃນການນຳພາດ້ານສາທາລະນະສຸກລະດັບຊາດ.
ອີກຜູ້ໜຶ່ງ ໄດ້ຍ້າຍຈາກອົງການສະຫະປະຊາຊາດ ໄປເປັນຕາງໜ້າແກ່ປະເທດຄູ່ຮ່ວມງານ ເຊິ່ງການສະໜັບສະໜູນຂອງພວກເຂົາ ຍັງສຶບຕໍ່ ແລະ ໝັ້ນຄົງ ຕະຫຼອດຫຼາຍປີທີ່ຜ່ານມາ. ເລື່ອງລາວຂອງພວກເພິ່ນ ຊ່ວຍສະທ້ອນໃຫ້ເຫັນເຖິງການປະກອບສ່ວນ ຂອງບຸກຄົນອື່ນໆ ທີ່ອາດຈະບໍ່ປາກົດໃຫ້ເຫັນ ແຕ່ວ່າພວກເຂົາເຫຼົ່ານີ້ ແມ່ນມີບົດບາດທີ່ສຳຄັນເຊັ່ນ: ຜະດຸງຄັນທີ່ຢືນຢູ່ຈຸດສູນກາງຂອງການບໍລິ ການ, ຜູ້ໃຫ້ບໍລິການທີ່ສືບຕໍ່ຮັບໃຊ້ໃນທົ່ວປະເທດ, ພະນັກ ງານສາທາລະນະສຸກຊົນເຜົ່າ ທີ່ກັບຄືນສູ່ຊຸມຊົນຂອງພວກເຂົາ ແລະ ຊາວໜຸ່ມ ຜູ້ທີ່ຊ່ວຍຢໍ້າເຕືອນໃຫ້ລະບົບ ຮັບຟັງພວກເຂົາຫຼາຍຂຶ້ນ.ໃນວັນສຸຂະພາບສາກົນ, ການເດີນທາງຮ່ວມກັນນີ້ ຊ່ວຍເຕືອນພວກເຮົາວ່າ ຄວາມຄືບໜ້າທາງດ້ານສຸຂະພາບ ບໍ່ໄດ້ຖືກສ້າງຂຶ້ນຈາກຊ່ວງເວລາທີ່ພົ້ນເດັ່ນພຽງຢ່າງດຽວ. ສ່ວນໃຫຍ່ ແມ່ນຖືກສ້າງຂຶ້ນ ຈາກຜູ້ບໍ່ຍອມປ່ອຍໃຫ້ວຽກງານຈາງຫາຍໄປ ເຖິງວ່າຈຸດສົນໃຈຈະຖືກຍ້າຍໄປບ່ອນອື່ນ. ມັນຖືກສ້າງຂຶ້ນ ຈາກຄວາມອົດທົນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຄົາລົບ ທີ່ມຸ່ງໝາຍເພື່ອຮັບໃຊ້ປະຊາຊົນ. ຈາກຊີວິດຂອງແມ່ຍິງ ຜູ້ທີ່ສະແຫວງຫາການເກີດລູກທີ່ປອດໄພກວ່າ, ຈາກໄວ ໜຸ່ມທີ່ຊອກຫາຄຳແນະນຳ ໂດຍບໍ່ຕ້ອງຮູ້ສຶກອັບອາຍ ແລະ ຈາກຊຸມຊົນທີ່ໃຫ້ຄວາມໄວ້ວາງໃຈໃນການດູແລຫຼາຍຂຶ້ນ ແລະ ໃນທີ່ສຸດ ຜົນກະທົບຂອງຄວາມມຸ່ງໝັ້ນດັ່ງກ່າວ ຈຶ່ງກາຍເປັນຄວາມຈິງ.
