ໃນງານສະຫຼອງວັນຄົບຮອບ 30 ປີ ຂອງໂຮງຮຽນກຽດຕິສັກນາໆຊາດ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 25 ກຸມພາ 2023 ໂດຍມີທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ຈັນສະຫງ່າ ວາລະກອນ ຜູ້ອຳນວຍການໂຮງຮຽນ ກຽດຕິສັກນາໆຊາດ ພ້ອມດ້ວຍ ທ່ານຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ຄະນະຜູ້ບໍລິຫານໂຮງຮຽນ ແຂກຖືກເຊີນ ພະນັກ ງານຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.



ທ່ານ ນາງ ຈັນສະຫງ່າ ວາລະກອນ ໄດ້ຍົກໃຫ້ເຫັນຜົນງານ 30 ປີ ໃນການເຄື່ອນໄຫວວຽກງານການສິດສອນ-ຮ່ຳຮຽນ ຂອງຄະນະບໍລິຫານ ຄູ-ອາຈານ ໄລຍະຜ່ານມາ ມີຜົນງານຫຼາຍອັນພົ້ນເດັ່ນ ປັດຈຸບັນ ມີນັກຮຽນສຳເລັດການສຶກສາທັງໝົດ 14 ລຸ້ນ ຈຳນວນນັກຮຽນທີ່ຮຽນຈົບພາກພາສາອັງກິດ 552 ຄົນ ຍິງ 287 ຄົນ ໄດ້ຮັບທຶນໄປສຶກສາຕໍ່ຕ່າງປະເທດທັງໝົດ 424 ຄົນ ໃນ 25 ປະເທດ ແລະ ໃນສົກຮຽນ 2023-2024 ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກີລາ ເປີດສອນຫຼັກສູດ ປະກາສະນີຍະບັດອາຊີວະສຶກສາ ຫຼັກສູດວິຊາຊີບ ຊັ້ນຕົ້ນ ຊັ້ນກາງ ແລະ ຊັ້ນສູງ ພາກພາສາລາວໃນ 3 ສາຂາ: ບໍລິຫານທຸລະກິດຄື: 1 ຄຸ້ມຄອງການຂົນສົ່ງ ແລະ ລະບົບການສະໜອງແບບຕ່ອງໂສ້ 2 ການຄຸ້ມຄອງທຸລະກິດຂາຍຍ່ອຍທີ່ທັນສະໄໝ ແລະ 3 ເທັກໂນໂລຊີທຸລະກິດດີຈິຕອນ ນອກຈາກນີ້ ໂຮງຮຽນກຽດຕິສັກນາໆຊາດ ໄດ້ຮ່ວມມືກັບວິທະຍາໄລແຄມບຣິດນາໆຊາດ ເປີດສອນຫຼັກສູດລະດັບປະລີນຍາຕີ ໂດຍໃຊ້ຫຼັກສູດຂອງວິທະຍາໄລແຄມບຣິດນາໆຊາດ ເຊີ່ງມີຫຼາຍກວ່າ 25 ສາຂາວິຊາຮຽນໃຫ້ນັກສຶກສາສາມາດເລືອກຮຽນໄດ້ ເຊິ່ງຕັ້ງຢູ່ຖະໜົນທ່າເດືອ ບ້ານວັດສົບ ເມືອງສີສັດຕະນາກ ນວ.



ໄປຄຽງຄູ່ກັບການສິດສອນ-ຮ່ຳຮຽນ ທາງໂຮງຮຽນໄດ້ນຳພານັກຮຽນເຂົ້າຮ່ວມການແຂ່ງຂັນລະດັບອາຊຽນ ແລະ ສາກົນ ພ້ອມທັງກິດຈະກຳເຄື່ອນໄຫວທັງພາຍໃນປະເທດ ການເຄື່ອນໄຫວດ້ານສິລະປະກຳ ກີລາ ແລະ ອື່ນໆ.



