ເປີດສູນວິສາຫະກິດຂະໜາດນ້ອຍ-ກາງ ປະຈຳແຂວງບໍລິຄຳໄຊ

ແຂວງ​ບໍ​ລິ​ຄຳ​ໄຊ​ ເປີດສູນວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ຢ່າງ​ເປັນ​ທາງ​ການ ພາຍຫຼັງ​ທີ່ເລີ່ມກໍ່ສ້າງແຕ່ເດືອນ ຕຸລາ 2022 ເປັນຕົ້ນມາ ແລະ ສຳເລັດໃນທ້າຍເດືອນພະຈິກ 2022 ໂດຍໃຊ້ງົບປະມານເກືອບ 200 ລ້ານ.

ການ​ກໍ​ສ້າງ​ສູນ​ແຫ່ງນີ້ ແນໃສ່ສົ່ງເສີມ ແລະ ພັດທະນາບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຢູ່ພາຍໃນແຂວງ ໃຫ້ມີຄວາມເຕີບໃຫຍ່ຫຼາຍຂຶ້ນກວ່າເກົ່າ ພ້ອ​ມນັ້ນ ກໍ​ຍັງເປັນສູນລວມໃນການໃຫ້ຄຳປຶກສາຫາລື ການຈັດງານສຳມະນາພົບ ປະນັກທຸລະກິດ ການຈັດເຝິກອົບຮົມ ການສົ່ງເສີມບັນດາຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງແຫຼ່ງ ທຶນ ແລະ ນະວັດຕະກຳໃໝ່ ເພື່ອຈະໄດ້ປັບປຸງ ພັດທະນາສິນຄ້າ ແລະ ການບໍລິການຊ່ວຍເຫຼືອໃຫ້ວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄດ້ມີການປັບແຜນທຸລະກິດ ແຜນການເງິນຂອງຕົນໄປຕາມຄວາມຕ້ອງ ການໃໝ່ ໃນຍຸກສະໄໝຢ່າງມີປະ ສິດທິຜົນ ໂດຍເລັ່ງໃສ່ການເສີມສ້າງ ເພີ່ມທະວີການຜະລິດສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ທີ່ມີຄຸນນະພາບ ສາມາດຕອບສະ ໜອງເຂົ້າສູ່ຕະຫຼາດພາຍໃນໄດ້ຢ່າງພຽງພໍ ສາມາດແຂ່ງຂັນໃນພາກພື້ນ ແລະ ສາກົນ.

ພິທີເປີດສູນດັ່ງ​ກ່າວຈັດຂຶ້ນວັນທີ 17 ກຸມພາ 2023 ຢູ່ສະພາການຄ້າ ແລະ ອຸດສາຫະກຳແຂວງດັ່ງກ່າວ ໂດຍມີ ທ່ານ ບຸນ ເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳ ໄຊ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງບໍລິຄໍາໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

error: Content is protected !!