ຄະນະນັກກິລາຄົນພິການ ນະຄອນຫຼວງວຽງຈັນ (ນວ) ສ້າງຜົນງານຢ່າງໂດດເດັ່ນ ສາມາດຍາດໄດ້ 34 ຫຼຽນຄຳ 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ ເປັນອັນດັບທີ 1 ຈາກ 18 ພາກສ່ວນເຂົ້າຮ່ວມແຂ່ງຂັນ ປິດສາກງານມະຫະກຳກີລາຄົນ ພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” 2023 ພ້ອມຮັບກຽດເປັນເຈົ້າພາບຄັ້ງຕໍ່ໄປ.

ພິທີປິດການແຂ່ງຂັນກີລາ “ຊຽງຂວາງ ພາຣາເກມ” ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 18 ກຸມພາ 2023 ທີ່ສະໂມສອນກີລາໃນຮົ່ມ ວິທະຍາໄລຄູ ຄັງໄຂ ເມືອງແປກ ແຂວງຊຽງຂວາງ ໂດຍມີ ມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິ ການ ແລະ ກີລາ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານ ແລະ ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂັ້ນສູນກາງ ຂັ້ນແຂວງ ແຂກຖືກເຊີນ ຄະນະນຳ ຄູເຝິກ ແລະ ນັກກີ ລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ບຸນຈັນ ສີວົງພັນ ກ່າວວ່າ: ງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ III ໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ດິນແດນແຂວງຊຽງຂວາງ ວິລະຊົນ ຄົນຫານກ້າ ໄຫຫີນເປັນມໍລະດົກໂລກ ການແຂ່ງຂັນກິລາປະເພດຕ່າງໆ ໄດ້ເລີ່ມແຂ່ງຂັນມາແຕ່ ວັນທີ 8 ກຸມພາ 2023 ເປັນຕົ້ນມາ ແລະ ໄດ້ຈັດພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023 ເຊິ່ງງານດັ່ງກ່າວມີ ການຊີງໄຊທັງໝົດ 405 ຫຼຽນ ໃນນີ້ ມີຫຼຽນຄໍາ 135 ຫຼຽນ ຫຼຽນເງິນ 135 ຫຼຽນ ແລະ ຫຼຽນທອງ 135 ຫຼຽນ ມີ 18 ພາກ ສ່ວນຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໂດຍການແຂ່ງຂັນດຳເນີນມາຮອດ ວັນທີ 18 ກຸມພາ 2023 ໄດ້ມີຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ທຸກປະການ.

ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບ 1 ນະຄອນຫຼວງວຽງຈັນ ອັນດັບ 2 ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ 16 ຫຼຽນ ເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ ອັນດັບ 3 ແຂວງຊຽງຂວາງ ເຈົ້າພາບ ຍາດໄດ້ 14 ຫຼຽນຄຳ 15 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 33 ຫຼຽນ.

ໃນໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ກ່າວປິດງານມະຫະກຳກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຢ່າງເປັນທາງການ ຈາກນັ້ນ ໃນພິທີກໍຍັງໄດ້ມອບທຸງການເປັນເຈົ້າພາບຄັ້ງຕໍ່ໄປ ໃຫ້ແກ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກີ ລາຄົນພິການແຫ່ງຊາດ ຄັ້ງທີ 4 ປີ 2025 ພ້ອມທັງຊົມລາຍການສະແດງຕ່າງໆຈາກຄົນພິການ ແລະ ນ້ອງນັກຮຽນຈາກ ມສ ໂພນສະຫວັນ ການເປັນເຈົ້າພາບ ຈັດງານມະຫະກຳກີລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ຈົບລົງດ້ວຍຜົນສໍາເລັດຢ່າງ ຈົບງາມ.