ກອງປະຊຸມສາກົນປະຈຳປີ ຂອງຄູ່ຮ່ວມພັດທະນາ ດ້ານການແນະນຳການໃຫ້ວັກຊີນກັນພະຍາດໄຂ້ຫວັດໃຫຍ່ ຄັ້ງທີ VI ຈັດຂຶ້ນໃນວັນທີ 31 ມັງກອນ 2023 ທີ່ໂຮງແຮມຄຣາວພລາຊາ ໂດຍການເຂົ້າຮ່ວມຂອງ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ທ່ານ ດຣ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳລາວ ມີບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ.

ທ່ານ ດຣ ໄພວັນ ແກ້ວປະເສີດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອທົບທວນການຈັດຕັ້ງປະຕິບັດງານ ແລະ ຄວາມຄືບໜ້າຂອງແຜນງານວັກຊີນໄຂ້ຫວັດໃຫຍ່ ໃນບັນດາປະເທດຄູ່ຮ່ວມງານຂອງ PIVI ກຳນົດແນວທາງ ການປະຕິບັດ ງານທີ່ດີທີ່ສຸດສຳລັບແຜນງານໃຫ້ວັກຊີນກັນໄຂ້ຫວັດໃຫຍ່ແລກປ່ຽນບົດຮຽນ-ປະສົບການເຊິ່ງກັນ ແລະ ກັນ ລະຫວ່າງ ບັນ ດາປະເທດຄູ່ຮ່ວມງານໂດຍມຸ້ງເນັ້ນສູ່ການປັບປຸງແຜນງານ ລະບຸຄວາມທ້າທາຍຕ່າງໆ ແລະ ທິດທາງແກ້ໄຂ ສຳລັບການບໍລິ ການໃຫ້ວັກຊີ້ນໄຂ້ຫວັດໃຫຍ່ ໃນລະຫວ່າງ ການບໍລິການໃຫ້ວັກຊີນກັນ COVID-19 ແລະ ທົບທວນຄືນເຄື່ອງມືທີ່ຖືກພັດ ທະນາຂຶ້ນໃໝ່.
ນອກຈາກຈຸດປະສົງ ແລະ ຄວາມເປັນມາທີ່ກ່າວມາຂ້າງເທິງນັ້ນ ກອງປະຊຸມຈະມີການປຶກສາຫາລືກ່ຽວກັບຄວາມກ້າວໜ້າ ທາງເຕັກໂນໂລຊີ່ ແລະ ການປ່ຽນແປງທາງດ້ານຄຳແນະໃນທົ່ວໂລກ ເຊິ່ງຈະສົ່ງຜົນຕໍ່ແຜນງານວັກຊີນໄຂ້ຫວັດໃຫຍ່ຂອງບັນ ດາປະເທດຄູ່ຮ່ວມງານໃນອະນາຄົດ ສິ່ງດັ່ງກ່າວຈະຊ່ວຍໃຫ້ພວກເຮົາສາມາດຕັດສິນໃຈ ແລະ ກຽມພ້ອມຮັບມືກັບບັນດາສິ່ງ ທ້າທາຍທີ່ຈະເກີດຂື້ນໃນອະນາຄົດໄດ້ດີຍິ່ງຂຶ້ນ ແລະ ຈະມີການສົນທະນາກ່ຽວກັບແຜນງານເຊື່ອມສານວັກຊີນ ລະຫວ່າງ ວັກຊີນໂຄວິດ-19 ແລະ ວັກຊີນໄຂ້ຫວັດໃຫຍ່ ແລະ ກຳນົດກິດຈະກຳບູລິມະສິດສຳລັບ PIVI ໃນການສະໜັບສະໜູນແຜນ ງານໃນບັນດາປະເທດຄູ່ຮ່ວມມື ສິ່ງນີ້ແມ່ນມີຄວາມສຳຄັນຫຼາຍ ໃນຂະນະທີ່ພວກເຮົາກຳລັງປະເຊີນກັບໂລກລະບາດໃນທົ່ວ ໂລກ ແລະ ກໍຈຳເປັນຍ່າງຍິ່ງທີ່ຈະຕ້ອງວາງຍຸດທະສາດຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ.

ກອງປະຊຸມກໍຈະມີການສົນທະນາກ່ຽວກັບແຜນງານເຊື່ອມສານວັກຊີນ ລະຫວ່າງ ວັກຊີນໂຄວິດ-19 ແລະ ວັກຊີນໄຂ້ຫວັດ ໃຫຍ່ ແລະ ກຳນົດກິດຈະກຳບູລິມະສິດສຳລັບ PIVI ໃນການສະໜັບສະໜູນແຜນງານໃນບັນດາປະເທດຄູ່ຮ່ວມມື ສິ່ງນີ້ແມ່ນ ມີຄວາມສຳຄັນຫຼາຍ ໃນຂະນະທີ່ພວກເຮົາກຳລັງປະເຊີນກັບໂລກລະບາດໃນທົ່ວໂລກ ແລະ ກໍຈຳເປັນຍ່າງຍິ່ງທີ່ຈະຕ້ອງວາງ ຍຸດທະສາດຮ່ວມກັນໃນການແກ້ໄຂບັນຫາດັ່ງກ່າວ.