ນາຊາຍທອງ ຖອດຖອນບົດຮຽນ ກ່ຽວກັບການຂະຫຍາຍຕົວຂອງເສດຖະກິດ

ກອງປະຊຸມຄອບຄົວຕົວແບບ ດ້ານການຜະລິດ ການຄ້າ ແລະ ການບໍລິການ ຂອງເມືອງນາຊາຍທອງ ຄັ້ງທີ XI ຈັດຂຶ້ນວັນທີ 30 ມັງກອນ 2023 ທີ່ສູນກີລາ TPC ບ້ານອີ່ໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນຊາຍທອງ ມີບັນດາຮອງຫົວໜ້າພະແນກ ຫ້ອງການ ຂະແໜງການ ຫົວໜ່ວຍທຸລະກິດ ຄອບຄົວຕົວແບບທົ່ວເມືອງ ເຂົ້າຮ່ວມ.

ທ່ານ ວຽງຄໍາ ສີຫາໂຄດ ກ່າວວ່າ:ກອງປະຊຸມຄັ້ງນີ້ ເພື່ອພ້ອມກັນຕີລາຄາການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ກໍ່ຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງນາຊາຍທອງ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ ເປັນຕົ້ນສຸມໃສ່ການຈັດຕັ້ງປະຕິບັດ 3 ສ້າງ (3 ຫັນ) ຫັນນະຄອນຫຼວງ ໃຫ້ເປັນຫົວໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ ຮອບດ້ານທີ່ມີຄຸນນະພາບ ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ກອງປະຊຸມຄອບຄົວຕົວແບບທົ່ວເມືອງຂຶ້ນໃນມື້ນີ້ແມ່ນເປັນຄັ້ງທີ XI ເຊິ່ງເປັນກອງປະຊຸມທີ່ສໍາຄັນ ຕິດພັນກັບການຈັດງານຕະຫຼາດນັດ ປະຈໍາປີ 2023 ຂອງເມືອງນາຊາຍທອງ ທັງເປັນການຜັນຂະຫຍາຍນະໂຍບາຍ ສົ່ງເສີມການຜະລິດເປັນສິນຄ້າ ສ້າງຄອບຄົວຕົວແບບ ປະຕິບັດໄປຄຽງຄູ່ກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການນໍາພາຊ່ວຍເຫຼືອປະຊາຊົນ ສ້າງເປັນແບບແຜນໂຄງການລະອຽດ ເຝິກ ອົບຮົມວິຊາຊີບກັບທີໃຫ້ປະຊາຊົນນໍາພາປະຊາຊົນເຮັດຕົວຈິງຢູ່ແຕ່ລະບ້ານ ແລະ ບ້ານຈຸດສຸມ.

ກອງປະຊຸມເທື່ອນີ້ ແມ່ນເປັນການຕີລາຄືນຕໍ່ກັບຜົນງານດ້ານດີ ຂໍ້ຄົງຄ້າງ ບົດຮຽນທີ່ຖອດຖອນໄດ້ ແລະ ກໍານົດທິດທາງແຜນການຕໍ່ໜ້າ ທັງເປັນການຕີຈັງຫວະໃນການຖອດຖອນບົດຮຽນແລກປ່ຽນຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ ເພື່ອສະແດງໃຫ້ເຫັນເຖິງການຂະຫຍາຍຕົວຂອງເສດຖະກິດ ເປັນຕົ້ນການຂະຫຍາຍຕົວຂອງຄອບຄົວຕົວແບບດ້ານຕ່າງໆ ໃຫ້ມີການຂະຫຍາຍຕົວໃນທາງທີ່ດີຂຶ້ນ ດັ່ງນັ້ນໃນໂອກາດທີ່ບັນດາທ່ານເປັນຜູ້ນໍາພາ-ຊີ້ນໍາ ຫຼື ຕາງໜ້າໃຫ້ອົງການຈັດຕັ້ງຂອງພັກຂອງລັດ ຫົວໜ່ວຍທຸລະກິດ ຜູ້ປະກອບການຄອບຄົວຕົວແບບ ກໍ່ຄືພໍ່ແມ່ປະຊາຊົນ ຊາວກະສິກອນຢູ່ແຕ່ລະບ້ານ ທີ່ໄດ້ມີໂອກາດເຂົ້າມາຮ່ວມກອງປະຊຸມຢ່າງພ້ອມພຽງ ຂໍຖືໂອກາດ ດັ່ງກ່າວນີ້ຮຽກຮ້ອງມາຍັງບັນດາທ່ານ ຈົ່ງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດລາຍງານ ແລະ ທິດທາງ ແຜນການເພື່ອໃຫ້ມີເນື້ອໃນສົມບູນພ້ອມນັ້ນ ຂໍໃຫ້ນໍາເອົາບົດຮຽນທີ່ຖອດຖອນໄດ້ຈາກກອງປະຊຸມໃນມື້ນີ້ເປັນຕົ້ນແມ່ນບັນຫາ ຂໍ້ຈໍາກັດ ແລະ ສິ່ງທີ່ທ້າທາຍໃນການເຂົ້າຫາແຫຼ່ງທຶນ SME ຂອງພາກທຸລະກິດ SME MSME ນໍາບັນດາທະນາຄານ ແລະ ສະຖາບັນການເງິນຈຸລະພາກທີ່ເຂົ້າຮ່ວມໂຄງການຂອງກອງທຶນສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ກາງ ໄປຄົ້ນຄິດປຶກສາຫາລືໃນຄອບຄົວ ໃນໝູ່ຄະນະ ຫຼື ການຈັດຕັ້ງ ເພື່ອນໍາເອົາບົດຮຽນອັນໄໝ່ໄປເສີມ ຂະຫຍາຍຢູ່ໃນຄອບຄົວ ກໍ່ຄືພາຍໃນບ້ານພ້ອມທັງຊຸກຍູ້ປະຊາຊົນໃຫ້ຕື່ນຕົວຈັດຕັ້ງປະຕິບັດຂະບວນການຜະລິດເປັນ ສິນຄ້າໃຫ້ກວ້າງຂວາງ ແລະ ກ້າວຂຶ້ນສູ່ການຜະລິດແບບອຸດສາຫະກໍາ ແລະ ທັນສະໄໝ່ເທື່ອລະກ້າວເຮັດໃຫ້ປະຊາຊົນ ມີວຽກເຮັດ ແລະ ມີລາຍຮັບສູງຊີວິດການເປັນຢູ່ມີຄວາມອຸດົມສົມບູນເພື່ອພັດທະນາເມືອງນາຊາຍທອງ ໃຫ້ເປັນເມືອງ ແຫ່ງການຜະລິດກະສິກໍາ ອຸດສາຫະກໍາ ແລະ ບໍລິການ ການ ທ່ອງທ່ຽວ ມີຄວາມສະຫງົບຍຸຕິທໍາ ແລະ ສີວິໄລ.

error: Content is protected !!