ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ໃນບ້ານສະພານທອງໃຕ້ໃຫ້ໝົດໄປໂດຍໄວ

    ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ລົງພົບປະໂອ້ລົມກັບປະຊາຊົນບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ວັນທີ 22 ມິຖຸນາ 2020 ຢູ່ວັດບ້ານດັ່ງກ່າວ ໂດນໄດ້ຮັບການຕ້ອນຮັບຈາກທ່ານນາງ ບົວຈັນ ໂຮມປັນຍາ ນາຍບ້ານສະພານທອງໃຕ້ ມີທ່ານ ເດດສົງຄາມ ທໍາມະວົງ ເຈົ້າເມືອງສີສັດຕະນາກ ແລະ ພາກສ່ວນກ່ຽວຂ້ອງ.

ສືບຕໍ່ແກ້ໄຂປາກົດການຫຍໍ້ທໍ້ໃນບ້ານສະພານທອງໃຕ້

    ທ່ານນາງ ບົວຈັນ ໂຮມປັນຍາ ກ່າວວ່າ: ອໍານາດການປົກຄອງບ້ານສະພານທອງໃຕ້ ໄດ້ເອົາໃຈໃສ່ໂຄສະນານິຕິກໍາ ຄໍາສັ່ງ ແຈ້ງການຕ່າງໆຂອງຂັ້ນເທິງເປັນປົກກະຕິ ໂດຍສະເພາະ ການໂຄສະນາສຸຂະສຶກສາຕ້ານພະຍາດຕາມລະດູການ ເປັນຕົ້ນ ພະຍາດໄຂ້ຍຸງລາຍ ທັງໄດ້ເຝົ້າລະວັງການແຜ່ລະບາດພະຍາດໂຄວິດ-19 ໂດຍນໍາພາສ້າງຂະບວນອອກແຮງງານວຽງຈັນສະອາດ ແລະ ອອກແຮງງານວັນເສົາແດງ ລົງກວດໜອນນ້ຳ ຕ້ານພະຍາດໄຂ້ຍຸງລາຍເປັນປົກກະຕິ ໂດຍເນັ້ນໃຫ້ປະຊາຊົນປະຕິບັດຫຼັກອະນາໄມສາມສະອາດ ຕິດພັນກັບການປະຕິບັດຫຼັກການ 5ປ ພ້ອມນີ້ ຍັງໄດ້ເອົາໃຈໃສ່ນຳພາວຽກງານພັກ ແລະ ອົງການຈັດຕັ້ງມະຫາຊົນ ແກ້ໄຂປາກົດການຫຍໍ້ທໍ້ ສືບຕໍ່ບູລະນະຮັກສາວັດວາອາຮາມ ໂຮງຮຽນ ຖະໜົນຫົນທາງ ແລະ ສ້າງຄວາມສາມັກຄີປອງດອງພາຍໃນບ້ານ ໂອກາດນີ້ ທ່ານຍັງໄດ້ສະເໜີໃຫ້ຂະແໜງການກ່ຽວຂ້ອງ ຂຶ້ນແຜນຂະຫຍາຍ ແລະ ປັບປຸງເສັ້ນທາງຮ່ອມ 11 (ຮ່ອມຮົ້ວຂ້າງວິທະຍາໄລສັບພະວິຊາ) ໃຫ້ກວ້າງອອກຕື່ມ ເພື່ອເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ ໃນນີ້ ໃຫ້ລະດົມເອົາແຮງງານຂອງນັກສຶກສາພາຍໃນວິທະຍາໄລປະກອບສ່ວນຊ່ວຍເຫຼືອ ຕາມທີ່ກະຊວງສຶກສາທິການ ແລະ ກີລາ ໄດ້ຕົກລົງເປັນເອກະພາບໃນບົດບັນທຶກຂອງກອງປະຊຸມຮ່ວມ ຈາກນັ້ນ ກໍໄດ້ເປີດໂອກາດໃຫ້ປະຊາຊົນໄດ້ສະແດງຄໍາຄິດເຫັນເພື່ອເປັນແນວທາງຮ່ວມກັນໃນການພັດທະນາບ້ານໃຫ້ຈະເລີນຮຸ່ງເຮືອງຕື່ມອີກ.

    ທ່ານເຈົ້າຄອງ ນວ ໄດ້ເນັ້ນໃຫ້ອໍານາດການປົກຄອງບ້ານສະພານທອງໃຕ້  ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ບັນລຸຕາມຄາດໝາຍ ເປັນຕົ້ນ ການແກ້ໄຂປາກົດການຫຍໍ້ທໍ້ ກໍຄືບັນຫາຢາເສບຕິດ ຂີ້ລັກງັດແງະໃຫ້ໝົດໄປໂດຍໄວ ສືບຕໍ່ສ້າງຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນອອກແຮງງານອະນາໄມຮັກສາຄວາມສະອາດ ເຮັດໃຫ້ບ້ານເປັນບ້ານທີ່ໜ້າຢູ່ ແລະ ມອບໃຫ້ຂະແໜງໂຍທາທິການ ແລະ ຂົນສົ່ງ ຮີບຮ້ອນອອກແບບຂະຫຍາຍເສັ້ນທາງຮ່ອມ 11 ໃຫ້ສໍາເລັດໂດຍໄວ ສໍາລັບຈຸດໃດທີ່ມີສິ່ງກີດຂວາງ ໃຫ້ລະດົມ ປະຊາຊົນເປັນເຈົ້າການຫຍັບຍ້າຍອອກ ເພື່ອເຮັດໃຫ້ການກໍ່ສ້າງເປັນຕາມແຜນທີ່ວາງໄວ້ ແລະ ໄດ້ເນັ້ນໃຫ້ເລັ່ງສ້າງໂຮງຮຽນປະຖົມບ້ານສະພານທອງໃຕ້ ໃຫ້ສໍາເລັດໃນໄວໆນີ້.     ໂອກາດນີ້ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍບຸກຄົນ ແລະ ຫົວໜ່ວຍທຸລະກິດ ຍັງໄດ້ລົງຢ້ຽມຢາມ ແລະ ມອບເງິນປະກອບສ່ວນຊ່ວຍສ້າງໂຮງຮຽນປະຖົມບ້ານສະພານທອງໃຕ້ ເຊິ່ງປະກອບມີທ່ານນາງ ເຕິນ ໄຊຍະເດດ ແລະ ທ່ານນາງ ວິລາວັນ ລາດຊະຈັກ ມອບຜູ້ລະ 50 ລ້ານກີບ ບໍລິສັດດາວສະຫວັນຈໍາກັດ ມອບ 18 ​ລ້ານກີບ ນອກນີ້ ຍັງມີການປະກອບສ່ວນຂອງປະຊາຊົນພາຍໃນບ້ານ ລວມມູນຄ່າທັງໝົດ 185 ລ້ານກີບ ເຊິ່ງຕາງໜ້າຮັບໂດຍທ່ານນາງ ບົວຈັນ ໂຮມປັນຍາ.

error: Content is protected !!