ກະທິງລາວ-ເພີ່ມພູນກະສິກໍາ ແລະ ການຄ້າ ສົ່ງເສີມການລ້ຽງໝູຂຸນ

     ບໍລິສັດ ກະທິງລາວ ກຣຸບ ຈໍາກັດ ກັບ ບໍລິສັດ ເພີ່ມພູນກະສິກໍາ ແລະ ການຄ້າ ຂາອອກ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ພິທີລົງນາມການສົ່ງເສີມການລ້ຽງໝູຂຸນ ເຊິ່ງຈະປະກອບສ່ວນສຳຄັນໃນການສ້າງລາຍຮັບໃຫ້ກັບພໍແມ່ປະຊາຊົນ.

    ສໍາລັບເນື້ອໃນບົດບັນທຶກ ການສົ່ງເສີມລ້ຽງຫມູຂຸນ ທັງສອງຝ່າຍເຫັນດີ ແບ່ງຄວາມຮັບຜິດຊອບກັນຄື: ຝ່າຍ A ຈັດຫາ ແລະ ຈັດສົ່ງລູໝູຂຸນທີ່ອາຍຸໄດ້ມາດຕະຖານ ພ້ອມອາຫານໝູສໍາເລັດຮູບ ລະຫວ່າງໄລຍະເວລາ 120 ວັນ ຮັບຊື້ໝູທີ່ໜ້າຟາມລ້ຽງເມື່ອຄົບກໍານົດ 120 ວັນ ສ່ວນ ຝ່າຍ B ຮັບສະມັກສະມາ ຊິກເຂົ້າຮ່ວມລ້ຽງຕາມແຜນດໍາເນີນງານ ຈັດຫາເນື້ອທີ່ການສ້າງຟາມ ລົງທືນອອກແບບສ້າງຟາມຕາມມາດ ຕະຖານທີ່ກໍານົດ ບໍລິຫານຈັດການລ້ຽງ ແລະ ເບິ່ງແຍງຕາມມາດຕະຖານ ແລະ ອື່ນໆ ເຊິ່ງການດໍາເນີນງານມີກໍານົດເວລາຟາມລະ 5 ປີ ໂດຍເລີ່ມຕັ້ງແຕ່ວັນທີ່ສົ່ງມອບໝູຂຸນເຂົ້າຟາມລ້ຽງເປັນລຸ້ນ ລຸ້ນລະ 120 ວັນ ລວມ 15 ລຸ້ນຕໍ່ຟາມ.

    ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ກ່າວວ່າ: ການເຊັນສັນຍາຄັ້ງນີ້ ເປັນການຮ່ວມມືກັນໃນການສົ່ງເສີມການລ້ຽງໝູ ຢູ່ ສປປ ລາວ ເພື່ອເປັນການສ້າງລາຍຮັບເພີ່ມໃຫ້ແກ່ເສດຖະກິດຄອບຄົວ ແນວໃດກໍຕາມ ການເຂົ້າມາດໍາເນີນທຸລະກິດ ຢູ່ ນວ ສ່ວນຊາວກະສິກອນສາມາດເຮັດທຸລະກິດໃຫ້ສອດຄ່ອງ ແລະ ມີລາຍຮັບໃຫ້ແກ່ຄອບຄົວ.

     ພິທີລົງນາມສັນຍາດັ່ງກ່າວ ຈັດຂຶ້ນວັນທີ 24 ມັງກອນ 2023 ຢູ່ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ໂດຍລົງນາມຂອງທ່ານ ຊັດຊະວານ ຕາຊູ ປະທານກໍາມະການບໍລິຫານບໍລິສັດ ກະທິງລາວ ກຣຸບ ຈໍາກັດ ແລະ ທ່ານ ແສງອາລຸນ ລັດຕະນະພັນ ປະທານກໍາມະການບໍລິຫານບໍລິສັດ ເພີ່ມພູນກະສິກໍາ ແລະ ການຄ້າ ຂາອອກ ຂາເຂົ້າ-ຂາອອກ ໂດຍມີ ທ່ານ ວາດສະໜາ ສີຈະເລີນ ພ້ອມດ້ວຍຂະແໜງປູກຝັງ ແລະ ລ້ຽງສັດ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

error: Content is protected !!