ປະດັບຫຼຽນໃຫ້ຜູ້ຜົນງານໃນຂະບວນການແຂ່ງຂັນຮັກຊາດ-ພັດທະນາ ກະຊວງພາຍໃນ

ຈັດກອງປະຊຸມສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຍ້ອງຍໍຜົນງານ 5 ປີ (2016-2020) ແລະ ປະກາດເນື້ອໃນຂໍ້ແຂ່ງຂັນຮອດປີ 202 ໃນວັນທີ 24 ມັງກອນນີ ທີ່ກະຊວງດັ່ງກ່າວ ເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ມີບັນດາຮອງລັດຖະມົນຕີ ສະມາຊິກພັກ ພະນັກງານ-ລັດຖະກອນພາຍໃນກະຊວງພາຍໃນເຂົ້າຮ່ວມ.

ທ່ານ ບຸນຍົງ ສີສຸພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີ ຜ່ານມາ ຍົກໃຫ້ເຫັນດ້ານດີ ຜົນສໍາເລັດ ບົດຮຽນທີ່ຖອດຖອນໄດ້ ແລະ ແຜນການໃນຕໍ່ໜ້າ ໃນກອງປະຊຸມໄດ້ຍ້ອງຍໍສັນລະເສີນພະນັກງານ-ລັດຖະກອນ ແລະ ການຄັດເລືອກຜົນງານ 5 ປີ ( 2016-2020 ) ໄດ້ມີບຸກຄົນໄດ້ຮັບການຍ້ອງຍໍປະເພດຕ່າງໆ ຄື: ຫຼຽນໄຊແຮງງານ ຊັ້ນ I ຈຳນວນ 35 ທ່ານ ຫຼຽນໄຊແຮງງານ ຊັ້ນ II ຈຳນວນ 34 ທ່ານ  ຫຼຽນໄຊແຮງງານ ຊັ້ນ III ຈຳນວນ 37 ທ່ານ ຫຼຽນກາແຮງງານ ຈຳນວນ 39 ທ່ານ; ໃບຍ້ອງຍໍລັດຖະບານ ຈຳນວນ 75 ທ່ານ ໃບຍ້ອງຍໍກະຊວງຈຳນວນ 187 ຄົນ.

ນອກຈາກນັ້ນຍັງໄດ້ຈັບມືກັນປະກາດເນື້ອໃນຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ເພື່ອສືບຕໍ່ປຸກລະດົມກຳລັງແຮງຂອງທຸກພາກສ່ວນທີ່ຂຶ້ນກັບກະຊວງພາຍໃນເຊີດຊູນ້ຳໃຈຮັກຊາດ ເອກະພາບ ເປັນເຈົ້າຕົນເອງ ເສີມຂະຫຍາຍຄວາມດຸໝັ້ນ ປະຢັດ ຊື່ສັດ ອົດທົນ ປະດິດສ້າງ ແລະ ແຂ່ງຂັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ບັນລຸຕາມ 4 ຄາດໝາຍ ເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາຄື ໃຫ້ໄວ ໃຫ້ດີ ໃຫ້ຫຼາຍ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ໂອກາດນີ້ໄດ້ຮັບຟັງການໂອ້ລົມຂອງທ່ານ ທອງຈັນ ມະນີໄຊ ອີກດ້ວຍ.

error: Content is protected !!