ຮອງນາຍົກເນັ້ນໃຫ້ເອົາໃຈໃສ່ຫຼາຍບັນຫາ ສືບຕໍ່ພັດທະນາວຽກງານ ຖວທ ໃຫ້ໄດ້ຮັບການຂະຫາຍຕົວ

     ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ທົ່ວປະເທດປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໂດຍທ່ານໄດ້ເນັ້ນຂະແໜງ ຖວທ ເອົາໃຈໃສ່ຫຼາຍບັນຫາເພື່ອເຮັດໃຫ້ວຽກງານດັ່ງກກ່າວສືບຕໍ່ພັດທະນາ.

ກອງປະຊຸມດັ່ງກ່າວໄດ້ອັດລົງໃນວັນທີ 24 ມັງກອນ 2023 ທີ່ຫໍວັດທະນະທໍາແຫ່ງຊາດ ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານເຄື່ອນໄຫວໃນໜຶ່ງປີຜ່ານມາ ເປັນການຢັ້ງຢືນເຖິງຄວາມຮັບຜິດຊອບ ຄວາມເອົາໃຈໃສ່ ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ແຕ່ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນກໍປາສະຈາກບໍ່ໄດ້ເຖິງຈຸດອ່ອນ ແລະ ຂໍ້ຄົງຄ້າງ ຈຳນວນໜຶ່ງທີ່ຕ້ອງພ້ອມກັນເອົາໃຈໃສ່ໃນການປັບປຸງ ແລະ ຊອກຫາວິທີທາງແກ້ໄຂ ເພື່ອພັດທະນາວຽກງານ ຖວທ ໃນຕໍ່ໜ້າ.

ວຽກງານພັກໃຫ້ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ ໂດຍນຳໃຊ້ຫຼາຍຮູບການ ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອໂຄສະນາເຜີຍແຜ່ ສຶກສາອົບຮົມພະນັກງານ ສະມາຊິກພັກໃຫ້ຮັບຮູ້ເຂົ້າໃຈ ກຳແໜ້ນເຊື່ອມຊືມແນວທາງ ແຜນນະໂຍບາຍ ມະຕິຄຳສັ່ງຂອງພັກ ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ ສຳຄັນເອົາໃຈໃສ່ປັບປຸງຍົກລະດັບທິດສະດີການເມືອງ-ການປົກຄອງ ເອົາໃຈໃສ່ຈົດຈໍ່ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງໃນນັ້ນອັນເປັນກົກ ປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ ຕັ້ງໜ້າປັບປຸງແບບແຜນນຳພາຂອງອົງຄະນະພັກ ແລະ ຕ້ອງເອົາໃຈໃສ່ວຽກພະນັກງານ ອົງຄະນະພັກຕ້ອງປັບປຸງຢ່າງຈີງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ.

ວຽກງານການຈັດຕັ້ງ ເອົາໃຈໃສ່ປັບປຸງດ້ານກົງຈັກການຈັດຕັ້ງ ແລະ ການກໍ່ສ້າງບຸກຄາລະກອນ ຈະແຈ້ງ ຮັດກຸມ ແລະ ສອດຄ່ອງກັບໜ້າວຽກຕົວຈິງ ເອົາໃຈໃສ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກຳ ເພື່ອເປັນເຄື່ອງມື ຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ສືບຕໍ່ເອົາໃຈໃສ່ວຽກງານເສນາທິການຮັບໃຊ້ ໃນລະບົບກົງຈັກພາຍໃນກະຊວງ ທ້ອງຖິ່ນໃຫ້ປະສານກົມກຽວກັນຫຼາຍຂຶ້ນ ທັງຮັບປະກັບຄວາມປອດໄພ ວ່ອງໄວ ແລະ ຖືກຕ້ອງຕາມທິດແນວທາງນະໂຍບາຍ ແລະ ລະບຽບກົດໝາຍຂອງບ້ານເມືອງ.

ວຽກງານວິຊາສະເພາະ ເອົາໃຈໃສ່ປັບປຸງຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ ດ້ວຍການຫັນປ່ຽນຈາກລະບົບອະນາລັອກໄປສູ່ລະບົບດິຈິຕອນ ການຂະຫຍາຍຕາໜ່າງໂທລະໂຄ່ງໄປສູ່ຊຸມຊົນທ້ອງຖິ່ນ ເຂດຫ່າງໄກສອກຫຼີກໃຫ້ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ນໍາໃຊ້ສື່ແບບໃໝ່ໃຫ້ຫຼາຍຂຶ້ນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຕອບຕ້ານການໂຄສະນາສິ່ງທີ່ບິດເບືອນຂໍ້ມູນຕົວຈິງຕໍ່ແນວທາງນະໂຍບາຍຂອງພັກ-ລັດ ປັບປຸງເນື້ອຫາສາລະຂອງບົດຂ່າວ ບົດຄວາມ ບົດສາລະຄະດີ ແລະ ລາຍການບັນເທີງຕ່າງໆ ຕ້ອງໃຫ້ມີເນື້ອໃນໂນມນ້າວ ດຶງດູດ ຈູງໃຈຜູ້ອ່ານ ຜູ້ຊົມ ແລະ ຜູ້ຟັງ ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະບວນການສ້າງຄອບຄົວ ແລະ ບ້ານວັດທະນະທໍາ ຕ້ອງມີຄຸນນະພາບຢ່າງແທ້ຈິງ ເອົາໃຈໃສ່ໂຄສະນາ ພັດທະນາ ຄຸ້ມຄອງແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ປະຫວັດສາດ ທຳມະຊາດ ທ່ອງທ່ຽວກະສິກໍາ ແລະ ການທ່ອງທ່ຽວແບບຍືນຍົງ ປະຊາຊົນມີສ່ວນຮ່ວມ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ບັນດາຫົວໜ່ວຍທຸລະກິດຈັດຕັ້ງປະຕິບັດ ແຜນຟື້ນຟູການທ່ອງ ທ່ຽວພາຍຫຼັງທີ່ໄດ້ເປີດປະເທດ ຊຸກຍູ້ແນະນໍາບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງສະຖານທີ່ທ່ອງທ່ຽວ ແລະ ການບໍລິການສະຖານທີ່ພັກແຮມ ຮ້ານອາຫານໃຫ້ມີຄຸນນະພາບ ສ້າງກິດຈະກຳ ແລະ ຜະລິດຕະພັນການທ່ອງທ່ຽວໃຫ້ມີຄວາມຫຼາກຫຼາຍ ຕິດພັນກັບການທ່ອງທ່ຽວວັດທະນະທຳຂອງບັນດາເຜົ່າ ແລະ ກະສິກຳ ເພື່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ຊົມໃຊ້ຜະລິດຕະພັນລາວ ” ແລະ ຄຸ້ມຄອງບັນດາຫົວໜ່ວຍທຸລະກິດຕ່າງໆ ໃຫ້ເຂົ້້າສູ່ລະບຽບການ.

error: Content is protected !!